ເຊັນສັນຍາ ສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ

15/06/2024 13:13
Email Print 799
ຂປລ ຂປລ. ພິທີເຊັນສັນຍາ ສ້າງຕັ້ງບໍລິສັດລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ພັນຊີຫລິວ ປະທານບໍລິສັດພັດທະນາ ອຸດສາຫະກຳ ທ່ອງທ່ຽວລາວ ຈໍາກັດ ຈັດຂຶ້ນໃນວັນທີ 14 ມິຖຸນາ 2024 ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີເຊັນສັນຍາ ສ້າງຕັ້ງບໍລິສັດລັດຮຸ້ນສ່ວນອຸດສະຫະກຳທ່ອງທ່ຽວລາວ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍທ່ານ ໄພທູນ ທ່ຽງລະໄມ ວ່າການຫົວໜ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ພັນຊີຫລິວ ປະທານບໍລິສັດພັດທະນາ ອຸດສາຫະກຳ ທ່ອງທ່ຽວລາວ ຈໍາກັດ ຈັດຂຶ້ນໃນວັນທີ 14 ມິຖຸນາ 2024 ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ
, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ  ໄພທູນ ທ່ຽງລະໄມ ໄດ້ໃຫ້ຮູ້ວ່າ: ວັນທີ 08 ພະຈິກ 2023 ຫ້ອງການກະຊວງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ພັດທະນາອຸດສາຫະກໍາທ່ອງທ່ຽວລາວ ຈໍາກັດ ທີ່ມີສໍານັກງານ ຕັ້ງຢູ່ບ້ານອຸບມຸງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ທີ່ສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ ຈຸດປະສົງແມ່ນຢາກສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈໍາກັດ. ເພື່ອພັດທະນາການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ກາຍເປັນ ອຸດສາຫະກຳການທ່ອງທ່ຽວ ທີ່ທັນສະໄໝ ແນ ໃສ່ອະນຸລັກ, ປົກປັກຮັກສາຊັບພະຍາກອນການທ່ອງທ່ຽວ ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ຄົງຄຸນຄ່າ, ເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບ ໃຫ້ລັດຖະບານ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວ, ໃຫ້ນັກສຶກສາທີ່ຈົບຈາກມະຫາວິທະຍາໄລ ແຫ່ງຕ່າງໆ ໃນ ສປປ ລາວ ແລະ ຕ່າງປະເທດ, ກະຈາຍລາຍໄດ້ສູ່ສັງຄົມ ແລະ ຊຸມຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ ສະບັບເລກທີ 694/ຫສນຍ, ລົງວັນທີ 03 ເມສາ 2024, ໃນການສ້າງຕັ້ງບໍລິສັດ ລັດຮຸ້ນສ່ວນອຸດສາຫະກໍາທ່ອງທ່ຽວລາວ ຈໍາກັດ ລະຫວ່າງ ລັດຖະບານ ຕາງໜ້າໂດຍ ກະຊວງການເງິນ (ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ) ຮ່ວມກັບ ບໍລິສັດ ພັດທະນາອຸດສາຫະກຳທ່ອງທ່ຽວລາວ ຈຳກັດ, (ໃນນາມຜູ້ພັດທະນາໂຄງການ ແລະ ເປັນຜູ້ລົງທຶນທັງໝົດ) ແລະ ອີງຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1659/ກງ, ລົງວັນທີ 13 ພຶດສະພາ 2024, ວ່າດ້ວຍການແຕ່ງຕັ້ງຄະນະ ກຳມະການຄົ້ນຄວ້າສັນຍາຮ່ວມທຶນ.



ທ່ານ ໄພທູນ ທ່ຽງລະໄມ ຍັງໃຫ້ຮູ້ອີກວ່າ: ປະເທດລາວ ມີແຫລ່ງທ່ອງທ່ຽວທີ່ອຸດົມສົມບູນ
, ປັດຈຸບັນມີແຫລ່ງທ່ອງທ່ຽວຫລາຍກວ່າ 1.900 ແຫ່ງ. ໃນນັ້ນ, ມີແຫລ່ງທ່ອງທ່ຽວທຳມະຊາດ 1.116 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ 764 ແຫ່ງ ທີ່ຕັ້ງຢູ່ບັນດາແຂວງຂອງລາວ ແຕ່ເໜືອຮອດໃຕ້, ແຕ່ລະແຫ່ງມີສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ປະກອບມີສະຖານທີ່ ທີ່ເປັນແຫລ່ງທ່ອງທ່ຽວມໍລະ ດົກໂລກທີມີຊື່ສຽງ ແລະ ມີທິວທັດທຳມະຊາດ ທີ່ໜ້າອັດສະຈັນຫລາຍແຫ່ງ ເປັນຕົ້ນ ພູຜາປ່າດົງ, ມີແມ່ນໍ້າ ແລະ ນໍ້າຕົກຕາດທີ່ງົດງາມ, ມີສູນວັດທະນາທຳ, ວັດວາອາຣາບທີ່ເກົ່າແກ່ຫລາກຫລາຍ ແລະ ມີວັດທະນາທຳພື້ນເມືອງລາວທີ່ອຸດົມສົມບູນ ເຊັ່ນ: ດົນຕີ, ການເຕັ້ນລຳທີ່ເປັນເອກະລັັກ, ບຸນປະເພນີ ແລະ ອື່ນໆ, ນັກທ່ອງທ່ຽວສາມາດ ໄປຢ້ຽມຢາມບ້ານທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບວິຖີຊີວິດປະຈຳວັນ, ວັດທະນະທຳພື້ນເມືອງຂອງຊາວລາວ ແລະ ໃນປັດຈຸບັນ ສປປ ລາວ ແມ່ນມີທາງລົດໄຟ ອັນທີ່ເປັນທ່າແຮງ ໃນການນຳນັກທ່ອງທ່ຽວເຂົ້າມາໃນລາວ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ  ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວທ່ອງທ່ຽວ

      ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

      6/19/2024 1:15:23 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ

    • ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນທ່ອງທ່ຽວ

      ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

      6/18/2024 7:45:21 AM

      ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

    • ສະເໜ່ຄວາມງາມຕາດກວາງຊີ ທີ່ຍັງຄອຍທຸກທ່ານໄປທ່ຽວຊົມທ່ອງທ່ຽວ

      ສະເໜ່ຄວາມງາມຕາດກວາງຊີ ທີ່ຍັງຄອຍທຸກທ່ານໄປທ່ຽວຊົມ

      6/13/2024 10:22:40 AM

      ຕາດກວາງຊີ ເປັນນໍ້າຕົກຕາດທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນິຍົມໄປສຳພັດແຕ່ລະມື້ຢ່າງບໍ່ຂາດສາຍ ເມື່ອໄດ້ໄປແຂວງ ຫລວງພະບາງ ເພື່ອໄປພັກຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດມົນສະເໜ່ຄວາມງົດງາມຂອງນ້ຳຕົກຕາດ, ທິວທັດທໍາມະຊາດອັນສວຍສົດງົດງາມທີ່ທຳມະຊາດສ້າງໄວ້.

ads
ads

Top