ປະກາດໃຊ້ ປື້ມຍຸດທະສາດແຫ່ງຊາດ ແກ້ໄຂ ການປ່ຽນແປງດິນຟ້າອາກາດ ຮອດປີ 2030

26/06/2024 13:59
Email Print 244
ຂປລ ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກາດນຳໃຊ້ ປື້ມຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຮອດປີ 2030 ແລະ ຄູ່ມືການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ (ສຳລັບລະດັບຜູ້ຕັດສິນບັນຫາ) ໃນວັນທີິ 26 ມິຖຸນາ 2024 ໂດຍມີທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ໂຊໂນມິ (Sonomi) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ



ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກາດນຳໃຊ້ ປື້ມຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຮອດປີ
2030 ແລະ ຄູ່ມືການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ (ສຳລັບລະດັບຜູ້ຕັດສິນບັນຫາ) ໃນວັນທີິ 26 ມິຖຸນາ 2024 ໂດຍມີທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ໂຊໂນມິ (Sonomi) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ, ມີຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກກະຊວງ, ຂະແໜງການ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພູວົງ ຫລວງໄຊຊະນະ ໄດ້ຕາງໜ້າໃຫ້ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສະເເດງຄວາມຂອບໃຈຕໍ່ ADB ທີ່ໄດ້ປະກອບສ່ວນສ້າງ 2 ເອກະສານສຳຄັນ ກໍຄື ປື້ມຍຸດທະສາດ ແລະ ປື້ມຄູ່ມື ດັ່ງກ່າວ ເຊິ່ງຍຸດທະສາດສະບັບນີ້, ໄດ້ກຳນົດເປົ້າໝາຍ ລວມ ແລະ ຄາດໝາຍສູ້ຊົນ, ຫລັກການພື້ນຖານ, ແຜນງານ ແລະ ໂຄງການບູລິມະສິດ ຮອດປີ 2030 ທີ່ຕິດພັນກັບຫລາຍຂະແໜງການກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານການປັບຕົວ ແລະ ສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ, ການຫລຸດຜ່ອນທາດອາຍເຮືອນແກ້ວ, ການເຊື່ອມສານ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ສຳລັບການຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ, ພ້ອມທັງໄດ້ມີການກຳນົດມາດຕະການ ໃນການຈັດຕັ້ງປະຕິບັດ, ການຕິດຕາມກວດກາ, ການປະເມີນຜົນ ແລະ ການລາຍງານ ເຊິ່ງຈະເປັນບ່ອນອີງສຳຄັນ ໃນການກຳນົດ ຫລື ເຊື່ອມສານວຽກງານ ການປ່ຽນແປງດິນຟ້າອາກາດ ເຂົ້າໃນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການ ຂອງບັນດາກະຊວງ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ໃນຂົງເຂດວຽກງານ ແລະ ທ້ອງຖິ່ນຕົນ ໃຫ້ປະກົດຜົນເປັນຈິງ ແນໃສ່ເພື່ອຫລຸດຜ່ອນ ບັນຫາໂລກຮ້ອນ ແລະ ກະທົບຈາກການປ່ຽນແປງ ດິນຟ້າອາກາດຕໍ່ເສດຖະກິດ-ສັງຄົມ ກໍຄື ສຸຂະພາບ, ຊີວິດ, ຊັບສິນ ຂອງປະຊາຊົນ ແລະ ສິ່ງແວດ ລ້ອມ.



ປັດຈຸບັນ, ຫລາຍປະເທດໃນໂລກ ໄດ້ຖືເອົາບັນຫາການປ່ຽນແປງດິນຟ້າອາກາດ ເປັນບັນຫາສໍາຄັນ ແລະ ດໍາເນີນການແກ້ໄຂຢ່າງຈິງຈັງ ເພາະສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ເຊິ່ງສ່ວນໃຫຍ່ແມ່ນເພິ່ງພາທຳມະຊາດ ເປັນແຫລ່ງທຳມາຫາກິນ. ລັດຖະບານລາວ ກໍຄື ກັບຫລາຍໆປະເທດໃນໂລກ ໄດ້ໃຫ້ຄວາມສຳຄັນ ແລະ ໄດ້ມີຄວາມພະຍາຍາມສູງ ໃນການດຳເນີນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດຢ່າງຈິງຈັງ
, ອັນພົ້ນເດັ່ນ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ເຂົ້າເປັນພາຄີຂອງຫລາຍອົງກອນ ເຊັ່ນ: ສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (UNFCCC) ໃນປີ 1995, ອະນຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມ ການປ່ອຍທາດອາຍເຮືອນແກ້ວ (Kyoto Protocol) ໃນປີ 2003 ແລະ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (Paris Agreement) ໃນປີ 2016 ເຊິ່ງເປັນປະເທດທໍາອິດຂອງອາຊຽນ ແລະ ໄດ້ເຂົ້າຮ່ວມເຄື່ອນໄຫວ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ຮ່ວມກັບປະຊາຄົມໂລກ ຈັດຕັ້ງປະຕິບັດພັນທະ ແລະ ຄວາມຮັບຜິດຊອບ ພາຍໃຕ້ຂອບການຮ່ວມມືຂອງສົນທິສັນຍາ ບົນພື້ນຖານຄວາມຮັບຜິດຊອບທີ່ແຕກຕ່າງກັນ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ ຂອງ ສປປ ລາວ.



ປັດຈຸບັນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຳລັງສ້າງສ້າງ
2 ເອກະ ສານທີ່ສຳຄັນ ຄື: ຍຸດທະສາດທີ່ປ່ອຍທາດ ອາຍເຮືອນແກ້ວຕໍ່າ ແລະ ດໍາລັດ ວ່າດ້ວຍ ສິນເຊື່ອກາກບອນໃນ ສປປ ລາວ ທັງໝົດນີ້, ແມ່ນເອກະສານທາງດ້ານນະໂຍບາຍ ແລະ ນິຕິກໍາທີ່ສໍາຄັນ, ເປັນພື້ນຖານ ໃຫ້ພາກສ່ວນຕ່າງໆ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ດໍາເນີນການຈັດຕັ້ງປະຕິບັດວຽກງານ ການປ່ຽນແປງດິນຟ້າອາກາດ ໃນໄລະຜ່ານມາ ແລະ ໃນຕໍ່ໜ້າ ເພື່ອປະກອບສ່ວນບັນລຸຄາດໝາຍສູ້ຊົນ ການຫລຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050 ຕາມທິດການພັດທະນາ, ຕາມທິດສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ, ທັງເປັນການປະກອບສ່ວນຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ອົງການ ສປຊ (SDGs).

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top