ເນປານ ນໍາເຂົ້າ ຍານພາຫະນະໄຟຟ້າ ບັນລຸຫລາຍກວ່າ 1 ໝື່ນຄັນ

28/06/2024 17:49
Email Print 370
ຂປລ ເມື່ອບໍ່ດົນມານີ້ ສຳນັກງານ ພາສີ ຂອງ ເນປານ ລາຍງານວ່າ ປະລິມານ ການນໍາເຂົ້າ ຍານພາຫະນະ ໄຟຟ້າ ຂອງ ເນປານ ໃນໄລຍະ 11 ເດືອນ ຂອງ ສົກປີງົບ ປະມານ ປັດຈຸບັນ, ຊຶ່ງຈະສິ້ນສຸດ ໃນເດືອນ ກໍລະກົດນີ້ ລວມມີ 11.466 ຄັນ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ສຳນັກງານ ພາສີ ຂອງ ເນປານ ລາຍງານວ່າ ປະລິມານ ການນໍາເຂົ້າ ຍານພາຫະນະ ໄຟຟ້າ ຂອງ ເນປານ ໃນໄລຍະ 11 ເດືອນ ຂອງ ສົກປີງົບ ປະມານ ປັດຈຸບັນ, ຊຶ່ງຈະສິ້ນສຸດ ໃນເດືອນ ກໍລະກົດນີ້ ລວມມີ 11.466 ຄັນ, ເພີ່ມຂຶ້ນຫລາຍທີ່ສຸດ ເປັນຄັ້ງທຳອິດ ເມື່ອທຽບໃສ່ສົກປີຜ່ານມາ. ຕົວເລກ ການນໍາເຂົ້າ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄວາມນິຍົມ ຍານພາຫະນະ ໄຟຟ້າ ໃນເນປານ ໄດ້ເພີ່ມຂຶ້ນ. ຈີນ ເປັນຜູ້ສົ່ງອອກ ຍານພາຫະ ໄຟຟ້າ ໄປຍັງ ເນປານ ຫລາຍທີ່ສຸດ ລວມມີ ຈຳນວນ 7.931 ຄັນ. /

KPL

ຂ່າວອື່ນໆ

ads
ads

Top