ສປຈີນ ເລັ່ງປັບປຸງໃບຮັບຮອງ ຂຶ້ນທະບຽນຍານພາຫະນະ ໄປສູ່ສະບັບດີຈິຕອນ

21/06/2024 22:19
Email Print 1394
ຂປລ ຈີນ ຈະນໍາຮ່ອງ ການສ້າງ ຄວາມເປັນ ດິຈິຕອນ ຂອງ ໃບຮັບຮອງ ການຂຶ້ນທະບຽນ ຍານພາຫະນະ ນັບແຕ່ ເດືອນກໍລະກົດ ເພື່ອຍົກ ລະດັບ ການບໍລິການ ຈັດການ ຈາລະຈອນ , ໂດຍມາດຕະການ ປະຕິຮູບນີ້ ຈະດຳເນີນການຂັ້ນຕົ້ນ ຢູ້ໃນ 60 ເມືອງ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ຄວາມໝັ້ນຄົງ ສາທາລະນະ ຂອງ ຈີນ ປະກາດວ່າ: ຈີນ ຈະນໍາຮ່ອງ ການສ້າງ ຄວາມເປັນ ດິຈິຕອນ ຂອງ ໃບຮັບຮອງ ການຂຶ້ນທະບຽນ ຍານພາຫະນະ ນັບແຕ່ ເດືອນກໍລະກົດ ເພື່ອຍົກ ລະດັບ ການບໍລິການ ຈັດການ ຈາລະຈອນ , ໂດຍມາດຕະການ ປະຕິຮູບນີ້ ຈະດຳເນີນການຂັ້ນຕົ້ນ ຢູ້ໃນ 60 ເມືອງ, ລວມເຖິງ ປັກກິ່ງ ແລະ ທຽນຈິນ ແລະ ຈະດຳເນີນການ ທົ່ວປະເທດ ຢ່າງເຕັມຮູບແບບ ໃນທ້າຍປີນີ້.

ໂດຍກົດໝາຍຂອງ ຈີນ ກຳນົດວ່າ: ຜູ້ຂັບຂີ່ ຕ້ອງຖື ໃບອະນຸຍາດ ຂັບຂີ່ ແລະ ໃບຮັບຮອງ ການຂຶ້ນທະບຽນ ຍານພາຫະນະ ໃນລະຫວ່າງ ຂັບຂີ່. ກ່ອນໜ້ານີ້ ຈີນ ໄດ້ສ້າງຄວາມ ເປັນດິຈິຕອນ ຂອງ ປ້າຍກວດກາ ຍານພາຫະນະ ປະຈຳປິ ແລະ ໃບອະນຸຍານ ຂັບຂີ່ ຢ່າງເຕັມຮູບແບບ, ເພື່ອໃຫ້ ໜ່ວຍງານ ຈັດການ ຈາລະຈອນ ອອກປ້າຍ ກວດກາ ເອເລັກ ໂຕຣນິກ ຈຳນວນ 1,475 ຕື້ໃບ ແລະ ໃບອະນຸຍາດ ຂັບຂີ່ ເອເລັກໂຕຣນິກ ຈຳນວນ 250 ລ້ານໃບ. ໃນຂະນະທີ່ ຈຳນວນ ຍານພາຫະນະ ໃນຈີນ ເພີ່ມຂຶ້ນເຖິງ 440 ລ້ານຄັນ, ຊຶ່ງເປັນ ລົດໃຫຍ່ (ຍົກເວັ້ນ ລົດຈັກ ແລະ ລົດບັນທຸກ) ຈຳນວນ 340 ລ້ານຄົນ ແລະ ຈຳນວນ ຜູ້ຂັບຂີ່ ເພີ່ມຂຶ້ນເຖິງ 530 ລ້ານຄົນ (ຄິດໄລ່ເຖິງທ້າຍເດືອນ ພືດສະພາປີ 2024) ໂດຍ ຈີນ ຄອງອັນດັບ 1 ຂອງ ໂລກ ໃນດ້ານຈຳນວນ ຍານພາຫະນະ ແລະ ຜູ້ຂັບຂີ່ທັງໝົດ./

KPL

ຂ່າວອື່ນໆ

ads
ads

Top