ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

27/06/2024 14:15
Email Print 353
ຂປລ ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນ ມີ 12 ພາກ ເທົ່າກັບສະບັບເດີມ ປີ 2013.



ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນມີ 12 ພາກ ເທົ່າກັບສະບັບເດີມ ປີ 2013. ໃນນັ້ນ, ໄດ້ຕັດ ພາກທີ 9 ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງອອກ ແລະ ຄັດເອົາ ໝວດກອງທຶນການທ່ອງທ່ຽວ ອອກມາເປັນ ພາກ ລວມ ເປັນ 12 ພາກເທົ່າເດີມ. ໂຄງປະກອບຂອງໝວດ ມີທັງໝົດ 22 ໝວດ ເພີ່ມຈາກສະບັບເຕີມ ປີ 2013 ຈໍານວນ 02 ໜວດ, ໂຄງປະກອບມາດຕາ ມີທັງໝົດ 130 ມາດຕາ ເພີ່ມຈາກສະບັບເດີມ ປີ 2013 ຈໍານວນ 27 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ ແລະ ເໝາະສົມກັບສະພາບຕົວຈິງໃນປັດຈຸບັດ.



ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ຍ້ອນສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ
, ພາກພື້ນ ແລະ ສາກົນ ມີການປ່ຽນແປງຢ່າງໄວວາ ໂດຍສະເພາະດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ວຽກງານການທ່ອງທ່ຽວ ເຊິ່ງ ລະບົບກົນໄກ, ເງື່ອນໄຂ, ຂັ້ນຕອນ ການຈັດຕັ້ງປະຕິບັດ ລວມທັງນະໂຍບາຍສົ່ງເສີມ ການພັດທະນາການທ່ອງທ່ຽວ ບໍ່ແທດ ເໝາະກັບສະພາບການປ່ຽນແປງ ຂອງຕະຫລາດການທ່ອງທ່ຽວ ໂດຍສະເພາະ ພາຍຫລັງການລະບາດ ຂອງພະຍາດໂຄວິດ-19 ແລະ ບໍ່ສອດຄ່ອງກັບກົດໝາຍຂອງຂະແໜງການກ່ຽວຂ້ອງ ທີ່ປະກາດໃຊ້ໃນໄລຍະໃໝ່ນີ້ ເປັນຕົ້ນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ນິຕິກຳລຸ່ມກົດໝາຍອື່ນໆ ຂອງຂະແໜງ ການທີ່ກ່ຽວຂ້ອງ. ໃນສະພາບຕົວຈິງປັດຈຸບັນ ການເຄື່ອນໄຫວວຽກງານທ່ອງທ່ຽວ ຍັງມີຂອດອຸດຕັນຫລາຍດ້ານ ທີ່ຮຽກຮ້ອງ ໃຫ້ມີການປັບປຸງແກ້ໄຂ ຮ່ວມກັບຂະແໜງການກ່ຽວຂ້ອງ ເປັນຕົ້ນ ການຄົມມະນາຄົມ, ການຂົນສົ່ງ, ເຕັກໂນໂລຊີການສື່ສານ, ສິ່ງແວດລ້ອມ, ປ້ອງກັນຄວາມສະຫງົບ, ອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນ ເຊິ່ງກ່ອນອື່ນໝົດ ກໍແມ່ນການ ແກ້ໄຂທາງດ້ານນິຕິກຳ ໂດຍສະເພາະ ກົດໝາຍວ່າດ້ວຍການທ່ອງທ່ຽວ ທີ່ເປັນເຄື່ອງມື ໃນການປົກປ້ອງສິດ, ຜົນປະໂຫຍດ ຂອງທຸກພາກສ່ວນ; ຍ້ອນເຫດຜົນ ແລະ ຄວາມຈໍາເປັນບາງດ້ານ ຄືດັ່ງກ່າວມາຂ້າງເທິງນັ້ນ, ຈຶ່ງເຫັນວ່າ ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບ ປີ 2013 ແມ່ນມີຄວາມຈຳເປັນ ແລະ ສົມຄວນໄດ້ຮັບການປັບປຸງ ໃຫ້ແທດເໝາະກັບສະພາບການ ຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ ແລະ ສອດຄ່ອງກັບກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ. ກົງກັນຂ້າມຖ້າຫາກກົດໝາຍສະບັບດັ່ງກ່າວ ບໍ່ມີການປັບປຸງແກ້ໄຂ ເພື່ອຮອງຮັບກັບສິ່ງໃໝ່ໆ ທີ່ເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດ ກໍຈະເຮັດໃຫ້ບາງ ດ້ານຂອງວຽກງານ ການທ່ອງທ່ຽວ ຢູ່ ສປປ ລາວ ຂາດຄວາມຄ່ອງຕົວ ແລະ ເສຍໂອກາດ ເປັນຕົ້ນ ການພົວພັນຮ່ວມມື ດ້ານການທ່ອງທ່ຽວກັບຕ່າງປະເທດ, ການຄ້າ, ການລົງທຶນ, ການເດີນທາງ, ການຂົນສົ່ງນັກທ່ອງທ່ຽວ, ການສ້າງວຽກ ເຮັດງານທໍາ, ການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວ.

ພາຍຫລັງກົດໝາຍສະບັບດັ່ງກ່າວ, ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະເປັນເຄື່ອງມື ແລະ ບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວຽກງານການທ່ອງທ່ຽວ ມີຄວາມທັນສະໄໝ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີຄວາມຄ່ອງຕົວ, ແທດເໝາະ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງ ເສດຖະກິດ; ອໍານວຍຄວາມສະດວກໃຫ້ແກ່ການລົງທຶນ, ການພັດທະນາ, ການຄຸ້ມຄອງ, ການຊຸກຍູ້ສົ່ງເສີມກິດຈະການ ການທ່ອງທ່ຽວ ລວມທັງການແກ້ໄຂບັນຫາຕ່າງໆ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ໂປ່ງໃສຍິ່ງຂຶ້ນ; ພາກລັດ ແລະ ພາກທຸລະກິດ ມີໂອກາດໃນການເຂົ້າຮ່ວມແຂ່ງຂັນດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ, ສ້າງ ຄວາມເຊື່ອໝັ້ນ, ດຶງດູດເອົານັກນັກລົງທຶນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫລາຍຂຶ້ນ; ເຮັດໃຫ້ການເຄື່ອນໄຫວ ວຽກງານທ່ອງທ່ຽວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ລະຫວ່າງພາກລັດ ແລະ ພາກທຸລະກິດ ມີ ຄວາມເປັນເອກະພາບໃນທາງປະຕິບັດ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45ການເມືອງ

      ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45

      7/1/2024 12:13:55 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ​ໄອ​ປາ(AIPA) ຄັ້ງທີ 45 (https://www.aipa45.gov.la)

    • ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີການເມືອງ

      ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

      7/1/2024 12:03:43 PM

      ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ

    • ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

      7/1/2024 11:53:09 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

    • ຄະນ ສສຊ  ເຂດເລືອກຕັ້ງ 14 ຈະເລັ່ງຊຸກຍູ້ ແກ້ໄຂບັນຫາຄົງຄ້າງການເມືອງ

      ຄະນ ສສຊ ເຂດເລືອກຕັ້ງ 14 ຈະເລັ່ງຊຸກຍູ້ ແກ້ໄຂບັນຫາຄົງຄ້າງ

      7/1/2024 11:04:49 AM

      ໃນໄລຍະຜ່ານມາ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເລືອກ ຕັ້ງທີ 14, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕ່າງໆ ປະສົບຜົນສຳເລັດຫລາຍດ້ານ ໂດຍສະເພາະການລົງເຄື່ອນໄຫວຈັດຕັ້ງຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນລັດຖະທໍາມະນູນ, ກົດໝາຍ, ມະ ຕິຂອງສະພາແຫ່ງຊາດ-ຂອງສະພາປະຊາຊົນແຂວງຢູ່ບັນດາເມືອງທົ່ວແຂວງ ເຊິ່ງສາມາດເຄື່ອນໄຫວໄດ້ທັງໝົດ 8 ເມືອງທົ່ວແຂວງ, ເຄື່ອນໄຫວຢຽມ ຢາມພົບປະພໍ່-ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ, ລວມມີ 183 ຈຸດ, ມີຜູ້ເຂ້ົາຮ່ວມຮັບຟັງຫລາຍກວ່າ 27.800 ເທື່ອຄົນ ແລະ ອື່ນໆ.

    • ກຳມາທິການຍຸຕິທຳມີຫລາຍຜົນງານເດັ່ນການເມືອງ

      ກຳມາທິການຍຸຕິທຳມີຫລາຍຜົນງານເດັ່ນ

      7/1/2024 10:36:17 AM

      ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທີ່ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

ads
ads

Top