ຄະນ ສສຊ ເຂດເລືອກຕັ້ງ 14 ຈະເລັ່ງຊຸກຍູ້ ແກ້ໄຂບັນຫາຄົງຄ້າງ

01/07/2024 11:04
Email Print 173
ຂປລ ໃນໄລຍະຜ່ານມາ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເລືອກ ຕັ້ງທີ 14, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕ່າງໆ ປະສົບຜົນສຳເລັດຫລາຍດ້ານ ໂດຍສະເພາະການລົງເຄື່ອນໄຫວຈັດຕັ້ງຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນລັດຖະທໍາມະນູນ, ກົດໝາຍ, ມະ ຕິຂອງສະພາແຫ່ງຊາດ-ຂອງສະພາປະຊາຊົນແຂວງຢູ່ບັນດາເມືອງທົ່ວແຂວງ ເຊິ່ງສາມາດເຄື່ອນໄຫວໄດ້ທັງໝົດ 8 ເມືອງທົ່ວແຂວງ, ເຄື່ອນໄຫວຢຽມ ຢາມພົບປະພໍ່-ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ, ລວມມີ 183 ຈຸດ, ມີຜູ້ເຂ້ົາຮ່ວມຮັບຟັງຫລາຍກວ່າ 27.800 ເທື່ອຄົນ ແລະ ອື່ນໆ.

   *ໃນໄລຍະຜ່ານມາ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເລືອກ ຕັ້ງທີ 14, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕ່າງໆ ປະສົບຜົນສຳເລັດຫລາຍດ້ານ ໂດຍສະເພາະການລົງເຄື່ອນໄຫວຈັດຕັ້ງຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນລັດຖະທໍາມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ-ຂອງສະພາປະຊາຊົນແຂວງຢູ່ບັນດາເມືອງທົ່ວແຂວງ ເຊິ່ງສາມາດເຄື່ອນໄຫວໄດ້ທັງໝົດ 8 ເມືອງທົ່ວແຂວງ, ເຄື່ອນໄຫວຢຽມຢາມພົບປະພໍ່-ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ, ລວມມີ 183 ຈຸດ, ມີຜູ້ເຂ້ົາຮ່ວມຮັບຟັງຫລາຍກວ່າ 27.800 ເທື່ອຄົນ ແລະ ອື່ນໆ.

     ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ ໄດ້ສຳພາດຕໍ່ສື່ມວນຊົນໂອກາດເຂົ້າກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ: ເຖິງວ່າ ຄະນະ ສສຊ ພວກເຮົາໄດ້ເຄື່ອນໄຫວວຽກ ຕາມພາລະບົດບາດສຳເລັດຫລາຍດ້ານກໍຈິງ, ແຕ່ກໍຍັງມີຫລາຍບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ ຊຸກຍູ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂໃນຕໍ່ໜ້າ ໂດຍສະເພາະວິກິດການທາງດ້ານເສດຖະກິດໃນປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍແຮງງານຈໍານວນໜຶ່ງໄດ້ປິດ ແລະ ໂຈະການດໍາເນີນທຸລະກິດ ເຮັດໃຫ້ມີການຫລຸດຜ່ອນ ແລະ ໂຈະການຈ້າງງານ, ຕໍາແໜ່ງງານໃໝ່ພາຍໃນມີໜ້ອຍແຮງງານພາຍໃນແຂວງ ຫລັ່ງໄຫລໄປອອກແຮງງານຢູ່ປະເທດໃກ້ຄຽງ ແລະ ອື່ນໆ; ໂຄງການກ່ໍສ້າງພ້ືນຖານໂຄງລ່າງຈຳນວນໜ່ຶງ ຍັງຊັກຊ້າແກ່ຍາວບໍ່ທັນສຳເລັດ ບໍ່ສາມາດນໍາໃຊ້ເປັນພື້ນຖານໃຫ້ແກ່ການພັດທະນາດ້ານຕ່າງໆ ເປັນຕົ້ນເສັ້ນ ທາງບູລິມະສິດຂອງລັດຖະບານ.

    ຂະນະທີ່ໂຄງການນ້ອຍຈຳນວນຫລວງຫລາຍ ແມ່ນໄດ້ຮັບທຶນນ້ອຍ ຫລື ຫລ້າຊ້າ ຈຶ່ງມີຄວາມຫຍຸ້ງຍາກໃນການກໍ່ສ້າງ, ພ້ອມນີ້ ທຶນທີ່ອະນຸມັດຊຳລະກໍມີໜ້ອຍ ພາໃຫ້ບໍ່ສາມາດຈັດຕັ້ງປະຕິບັດສຳເລັດໄດ້ໄວ; ໂຄງລ່າງຊົນລະປະທານບາງບ່ອນເປ່ເພ, ບາງບ່ອນຂາດລະບົບຄອງເໝືອງ, ບາງບ່ອນທີ່ມີແລ້ວ ພັດຍັງບໍ່ສາມາດນໍາໃຊ້ເຂົ້າໃນການຜະລິດ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ໃນຫລາຍເຂດການຜະລິດບໍ່ສາມາດຕອບໂຕ້ ແລະ ຟື້ນຟູຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໂດຍສະເພາະການປະເຊີນກັບໄພແຫ້ງແລ້ງ ແລະ ໄພທຳມະຊາດ; ການປະຕິບັດນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SMEs) ແລະ ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກຕິດພັນກັບການປະຕິບັດວາລະແຫ່ງຊາດຍັງໄດ້ໜ້ອຍ, ຕົວແບບໃນການພັດທະນາມີໜ້ອຍ, ຫລາຍບ່ອນກໍບໍ່ທັນພົ້ນເດັ່ນເທົ່າທີ່ຄວນ, ການເຮັດການຜະລິດກະສິກຳເພື່ອເປັນສິນຄ້າ, ການສ້າງມູນຄ່າເພີ່ມໃຫ້ສິນຄ້າຍັງມີລັກສະນະຈໍາກັດ; ຄາດໝາຍດ້ານການສຶກສາ ແລະ ສາທາລະນະສຸກຈຳນວນໜຶ່ງ ຍັງມີຄວາມຫຍຸ້ງຍາກບໍ່ສາມາດບັນລຸຄາດໝາຍໄດ້; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຕາມກົດໝາຍຍັງບໍ່ທັນແຂງແຮງເທົ່າທີ່ຄວນ, ເຮັດໃຫ້ເກີດມີ ຊ່ອງວ່າງລະເມີດລະບຽບກົດໝາຍ, ຍັງມີສຽງຈົ່ມວ່າຂອງສັງຄົມ ຕໍ່ການລ່ວງລະເມີດວິໃນແຜນການ-ການເງິນ ແລະ ລະບຽບຫລັກການອ່ືນໆ; ບັນຫາສະພາບເສດຖະກິດ-ສັງຄົມ, ໄພເງິນເຟ້ີ, ນ້ໍາມັນແພງເຮັດໃຫ້ສິນຄ້າໃນທ້ອງຕະຫລາດສູງ ເຊິ່ງສົ່ງຜົນກະທົບໂດຍກົງຢ່າງໜັກໜ່ວງຕ່ໍການດໍາລົງຊີວິດຂອງປະຊາຊົນ; ການປັບປຸງ ແລະ ແກ້ໄຂຕໍ່ບັນຫາຄ່າແຮງງານ ເຫັນວ່າຍັງຕໍ່າ ແລະ ບໍ່ພຽງພໍກັບຄ່າຄອງຊີບໃນປັດຈຸບັນ;ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ການຂີ້ລັກງັດແງະ ແລະ ບັນຫາອື່ນໆ ແລະ ການຂະຫຍາຍຕາຂ່າຍໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ; ເສັ້ນທາງ, ຂົວຂ້າມແມ່ນໍ້າຫລາຍແຫ່ງໃນເຂດຊົນນະບົດ ຍັງບ່ໍໄດ້ຮັບການປັບປຸງແກ້ໄຂ, ບາງບ່ອນທີ່ມີແລ້ວກໍເກົ່າແກ່ຊຸດໂຊມຫລາຍ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປມາຂອງປະຊາຊົນ ໂດຍສະເພາະໃນລະດູຝົນຄືປັດຈຸບັນນີ້.

    ຢ່າງໃດກໍດີ ໃນຕໍ່ໜ້າຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ຈະສຸມໃສ່ປັບປຸງແກ້ໄຂຄື: ໂດຍປະຕິບັດຕາມລັດຖະທຳມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງນັ້ນ, ຕ້ອງເລັ່ງໃສ່ປັບປຸງແກ້ໄຂຈໍນວນໜຶ່ງ ເປັນຕົ້ນແມ່ນການຕິດຕາມກວດກາສະພາບບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ເພື່ອຊອກຫາສາເຫດຕົ້ນຕໍເລັ່ງຊຸກຍູ້ອົງການປົກຄອງແຂວງແກ້ໄຂຢ່າງວ່ອງໄວ; ອີກອັນໜຶ່ງ ກໍແມ່ນການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ໂດຍຜ່ານມາກໍເຮັດໄດ້ດີແລ້ວ, ແຕ່ຍັງມີລັກສະນະບໍ່ທ່ວງທັນກັບສະພາບການຕົວຈິງ ແລະ ໄປຕາມຂັ້ນຕອນຂອງກົດໝາຍ-ລະບຽບການທີ່ກ່ຽວຂ້ອງ; ການເຜີຍແຜ່ພາລະບົດບາດຂອງສະພາປະຊາຊົນແຂວງ ແລະ ຄະນະ ສສຊ ເຂດ 14 ເພື່ອໃຫ້ການຈັດຕັ້ງປະຕິບັດສິດ ແລະ ພາລະບົດບາດຂອງສາມອົງການອໍານາດລັດ ໃຫ້ເປັນເອກະພາບໃນ ດ້ານການນໍາພາຂອງພັກ-ຂອງລັດໃຫ້ກົມກຽວກັນຕິດພັນກັບການເອົາໃຈໃສ່ເສີມຂະຫຍາຍຮັກສາມູນເຊື້ອຄວາມສາມັກຄີອັນດີງາມ ໃຫ້ເປັນປຶກແຜນແໜ້ນໜາ, ຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ພວກເຮົາພວມປະເຊີນຢູ່ໃຫ້ໄດ້ຮັບການແກ້ໄຂໂດຍໄວ; ເສີມຂະຫຍາຍ ແລະ ຍົກສູງສະຕິຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ ຢ່າງໜັກແໜ້ນ; ເປີດກວ້າງ ແລະ ເສີມຂະຫຍາຍປະຊາທິປະໄຕຕາມຫລັກ ການແບບລວມສູນຢ່າງເຂັ້ມງວດ; ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ, ເສດຖະກິດຄອບຄົວໃຫ້ເປັນປົກກະຕິ ແລະ ມີໝາກຜົນສູງ, ຊຸກຍູ້, ສົ່ງເສີມການສ້າງຜະລິດຕະພັນພາຍໃນໃຫ້ຫລາກຫລາຍ ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ. ທ່ານ ສີເຮັງ ຫອມສົມບັດ ກ່າວ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດການເມືອງ

      ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

      7/3/2024 10:03:26 AM

      ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ads
ads

Top