ກຳມາທິການຍຸຕິທຳມີຫລາຍຜົນງານເດັ່ນ

01/07/2024 10:36
Email Print 147
ຂປລ ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທີ່ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

    *ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທີ່ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍອື່ນໆຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ ທີ່ນໍາເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX;  ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ໃຫ້ແກ່ກ່ານເຄື່ອນໄຫວວຽກງານຂອງກໍາມາທິການເປັນຕົ້ນ: ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ; ຮ່າງປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ; ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຕ້ອນ ແລະ ໃຫ້ຄໍາປຶກສາກ່ຽວກັບການຮ້ອງຂໍຄວາມເປັນທໍາ; ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕ້ັງ, ຍົກຍ້າຍ ຫລື ປົດຕໍາແໜ່ງບຸກຄະລາກອນຂອງສານປະຊາຊົນ ແລະ ສານທະຫານ, ຄົ້ນຄວ້າປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການຕໍ່ກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX; ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກ ທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການດໍາເນີນຄະດີຕາມຂະບວນຍຸຕິທໍາ; ເປັນເຈົ້າການຄົ້ນຄວ້າ ແລະ ສະເໜີຄະນະປະຈໍາສະພາແຫ່ງຊາດພິຈາລະນາ ການສະເໜີແຕ່ງຕັ້ງ, ຍົກຍ້າຍປະທານ, ຮອງປະທານສານປະຊາຊົນທ້ອງຖິ່ນ ຈໍານວນ 18 ທ່ານ, ສໍາເລັດການຈັດຕັ້ງປະຕິບັດແຜນການລົງຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານຂອງຄະນະປະຈໍາສະພາແຫ່ງຊາດ ຢູ່ 3 ພາກ; ໄດ້ສຸມໃສ່ກວດກາຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ແລະ ຕິດຕາມກວດກາການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ ຊຶ່ງສັງລວມໄດ້ ດັ່ງນີ້: ການຮັບ ແລະ ການພິຈາລະ ນາຄໍາຮ້ອງຂໍຄວາມເປັນທໍາຂອງ ຄະນະປະຈໍາສະພາແຫ່ງຊາດ ລວມ ທັງໝົດ 743 ເລ່ືອງ; ສາມາດພິຈາ ລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວ ຂ້ອງໄດ້ຈໍານວນ 112 ເລື່ອງ; ປັດຈຸບັນຄໍາຮ້ອງຄ້າງ ຈໍານວນ 631 ເລື່ອງ; ຖ້າທຽບໃສ່ຄໍາຮ້ອງເຂົ້າມາ ປີ 2024 ກວມເອົາ 61,20% ແລະ ຖ້າທຽບໃສ່ຈໍານວນຄໍາຮ້ອງທັງໝົດກວມເອົາ 15,07% ຂອງຄໍາ ຮ້ອງທັງໝົດ; ໄດ້ຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການຍຸຕິທໍາລວມທັງໝົດ 635 ເລື່ອງ ໃນນີ້ຄໍາຮ້ອງຄ້າງ ປີ 2023 ຈໍານວນ 462 ເລື່ອງ, ຄໍາຮ້ອງເຂົ້າ ປີ 2024 ຈໍາ ນວນ 173 ເລື່ອງ; ສາມາດພິຈາລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຈໍານວນ 110 ເລື່ອງ; ປັດຈຸບັນຄໍາຮ້ອງຄ້າງ ຈໍານວນ 525 ເລື່ອງ; ໃນຕໍ່ໜ້າຈະສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງກໍາມາທິການເປັນຕົ້ນ: ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ກໍາມາທິການຍຸຕິທໍາ ກັບ ສານປະຊາຊົນ,  ກະຊວງຍຸຕິທໍາ, ອົງການສືບສວນ- ສອບສວນ ແລະ ອົງການກວດກາແຫ່ງລັດ; ຄູ່ມືກ່ຽວກັບການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາແຫ່ງຊາດ; ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຕ້ອນ ແລະ ໃຫ້ຄໍາປຶກສາກ່ຽວກັບການຮ້ອງຂໍຄວາມເປັນທໍາ; ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕໍາແໜ່ງບຸກຄະລາກອນຂອງສານ ປະຊາຊົນ ແລະ ສານທະຫານ; ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບ ປີ 2022 ຢູ່ພາກ ກາງ ແລະ ພາກເໜືອ; ເປັນເຈົ້າການປະສານສົມທົບກັບບັນດາກໍາມາທິ ການພາຍໃນສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ

    • ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດການເມືອງ

      ທຸກບັນຫາທີ່ປະຊາຊົນສ່ອງແສງ ໄດ້ຖືກສະເໜີຢູ່ກອງປະຊຸມສະພາແຫ່ງຊາດ

      7/3/2024 10:03:26 AM

      ທຸກໆບັນຫາສຳຄັນທີ່ປະຊາຊົນສະເໜີຕໍ່ຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຂອງຕົນ ທີ່ລົງພົບປະຜ່ານມາລ້ວນແຕ່ໄດ້ສະເໜີໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂ ແລະ ຈັດສັນງົບປະມານພັດທະນາສິ່ງທີ່ຈຳເປັນ ຕິດພັນກັບການຊີວິດການເປັນຢູ່ ສຸມໃສ່ເຮັດໃຫ້ການດຳລົງຊີວິດໄດ້ຮັບການປັບປຸງດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ.

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ads
ads

Top