ເຢຍລະມັນ ຈະມີປະຊາກອນໄວເຮັດວຽກ ຫລຸດລົງ 2% ໃນປີ 2045

21/06/2024 22:19
Email Print 1120
ຂປລ ຈຳນວນປະຊາກອນ ໄວເຮັດວຽກ ຂອງ ເຢຍລະມັນ ຈະຫລຸດລົງ 2% ໃນປີ 2045 ແລະ ຈະສົ່ງຜົນໃຫ້ ເກີດບັນຫາ ຂາດແຄນ ແຮງງານ ພາຍໃນ ປະເທດ ແລະ ສົ່ງຜົນກະທົບ ຕໍ່ການເຕີບໂຕ ຂອງ ປະເທດ ທີ່ມີ ຂະໜາດ ເສດຖະກິດໃຫຍ່ທີ່ສຸດ ໃນ ເອີຣົບ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ແບ໋ກແລ໋ງ ປະເທດ ເຢຍລະມັນ ເມື່ອວັນທີ 20 ມິຖຸນາ, ອ້າງຕາມ ສະຖາບັນ ວິໄຈ ສິ່ງກໍ່ສ້າງເມືອງ ແລະ ການພັດທະນາ ພື້ນທີ່ (ບີບີເອສອາຣ) ເປີດເຜີຍວ່າ: ຈຳນວນປະຊາກອນ ໄວເຮັດວຽກ ຂອງ   ເຢຍລະມັນ ຈະຫລຸດລົງ 2% ໃນປີ 2045 ແລະ ຈະສົ່ງຜົນໃຫ້ ເກີດບັນຫາ ຂາດແຄນ ແຮງງານ ພາຍໃນ ປະເທດ ແລະ ສົ່ງຜົນກະທົບ ຕໍ່ການເຕີບໂຕ ຂອງ ປະເທດ ທີ່ມີ ຂະໜາດ ເສດຖະກິດໃຫຍ່ທີ່ສຸດ ໃນ ເອີຣົບ. ເຖິງແມ່ນວ່າ ການອົບພະຍົບ ຍ້າຍຖິ່ນຖານ ຈະຊ່ວຍໃຫ້ ຈຳນວນ ປະຊາກອນ ໂດຍລວມ ຈະເພີ່ມຂຶ້ນ 0,9% ຫລື 800.000 ຄົນ ໃນໄລຍະ ເວລາ ດັ່ງກ່າວ. ຢ່າງໃດກໍ່ຕາມ ຈຳນວນ ປະຊາກອນ ທີ່ມີ ອາຍຸ ລະຫວ່າງ 20 ເຖິງ 67 ປີ ຄາດວ່າ ຈະຫລຸດລົງ 2% ແລະ ອື່ນໆ./
KPL

ຂ່າວອື່ນໆ

ads
ads

Top