ສປຈີນ ມີກຳລັງການຜະລິດ ຕິດຕັ້ງແບດເຕີຣີພະລັງງານ ຂະຫຍາຍຕົວ ເພີ່ມຂຶ້ນເກືອບ 35%

21/06/2024 22:19
Email Print 1523
ຂປລ ກຳລັງ ການຜະລິດ ແລະ ຕິດຕັ້ງ ແບດເຕີຣີ ພະລັງງານ ຂອງ ຈີນ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ລວມມີ 160,5 ກິກາວັດ ຕໍ່ຊົ່ວໂມງ, ເພີ່ມຂື້ນ 34,6% ເມື່ອທຽບປີຕໍ່ປີ .

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ພັນທະມິດ ນະວັດຕະກຳ ແບດເຕີຣີ ຍານພຫະນະ ແຫ່ງປະເທດ ຈີນ ລາຍງານວ່າ: ກຳລັງ ການຜະລິດ ແລະ ຕິດຕັ້ງ ແບດເຕີຣີ ພະລັງງານ ຂອງ ຈີນ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ລວມມີ 160,5 ກິກາວັດ ຕໍ່ຊົ່ວໂມງ, ເພີ່ມຂື້ນ 34,6% ເມື່ອທຽບປີຕໍ່ປີ . ໂດຍສະເພາະ ເດືອນພືດສະພາ ລວມມີ 41,2 ກິກາວັດ ຕໍ່ຊົ່ວໂມງ,​ ເພີ່ມຂຶ້ນ 39,9% ເມື່ອທຽບປີຕໍ່ປີ.

ສ່ວນພາກທຸລະກິດ ຍານພາຫະນະ ພະລັງງານໃໝ່ (NEV) ຍັງສືບຕໍ່ ຮັກສາ ການເຕີບໂຕ ທີ່ດີ ໃນໄລຍະ 5 ເດືອນທຳອິດ ຂອງປີນີ້, ໂດຍມີ ຍອດການຜະລິດ ແລະ ຈຳໜ່າຍ ຍານພາຫະນະ ປະເພດ ດັ່ງກ່າວ ລວມມີ 3,93 ລ້ານຄັນ ແລະ 3,9 ລ້ານຄັນ, ເພີ່ມຂຶ້ນ 30,7% ແລະ 32,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.  ປັດຈຸບັນ,ຈີນ ຍັງຄອງ ຕໍາແໜ່ງ ຜູ້ນໍາໂລກ ດ້ານການຜະລິດ ແລະ ຈຳໜ່າຍ ຍານພາຫະນະ ແລະ ພະລັງງານໃໝ່ ເປັນເວລາ 9 ປີ ຕິດຕໍ່ກັນ. /

KPL

ຂ່າວອື່ນໆ

ads
ads

Top