ຂປລ
ແອັດສະປາຍ ຕັ້ງເປົ້າໝາຍ ໃຫ້ພະລັງງານ ໄຟຟ້າ 81% ຂອງປະ ເທດ ມາຈາກ ແຫລ່ງພະລັງງານ ໝູນວຽນ ພາຍໃນປີ 2030 ເພື່ອບັນລຸ ເປົ້າໝາຍ ດ້ານສະພາບອາກາດ ແລະ ຕັ້ງເປົ້າໝາຍ ຫລຸດການພຶງພາ ພະລັງງານ ຈາກຕ່າງປະເທດ.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ, ແອັດສະປາຍ ຕັ້ງເປົ້າໝາຍ ໃຫ້ພະລັງງານ ໄຟຟ້າ 81% ຂອງປະ ເທດ ມາຈາກ ແຫລ່ງພະລັງງານ ໝູນວຽນ ພາຍໃນປີ 2030 ເພື່ອບັນລຸ ເປົ້າໝາຍ ດ້ານສະພາບອາກາດ ແລະ ຕັ້ງເປົ້າໝາຍ ຫລຸດການພຶງພາ ພະລັງງານ ຈາກຕ່າງປະເທດ. ແຜນການປ່ຽນຜ່ານ ສູ່ພະລັງງານໝູນວຽນຂອງ ແອັດສະປາຍ ຊຶ່ງຄະນະລັດຖະມົນຕີ ໄດ້ຮັບຮອງ ແລະ ສົ່ງຕໍ່ໃຫ້ຄະນະກຳມະທິການ ເອີຣົບ (ອີຊີ) ຮັບຮູ້ ກຳໜົດເປົ້າໝາຍ ຫລຸດການປ່ອຍແກັສ ເຮືອນແກ້ວລົງ 32% ເມື່ອທຽບກັບລະດັບປີ 1990 ແລະ ເພີ່ມຂຶ້ນ ຈາກເປົ້າໝາຍເມື່ອປີ 2021 ໃນລະດັບ23%.
ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ລັດຖະບານ ໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງອັດຕາສ່ວນການໃຊ້ ພະລັງງານໝູນວຽນ ຈາກແຫລ່ງສີຂຽວ ໃຫ້ໄດ້ 81% ພາຍໃນທົດສະວັດນີ້, ຊຶ່ງເພີ່ມຂຶ້ນຈາກເປົ້າໝາຍປີ 2021 ທີ່ 74%.
KPL