ຂປລ
ທ່ານ ພານກົງເຊິງ ຜູ້ວ່າການທະນາຄານປະຊາ ຊົນ ສປຈີນ (PBOC) ຫລື ທະນາຄານກາງ ສປຈີນ ເປີດເຜີຍວ່າ ທະນາຄານກາງ ຈະປັບຫລຸດ ອັດຕາດອກເບ້ຍຂອງການຊື້ ຫລັກຊັບໂດຍມີສັນຍາ ຈະຂາຍຄືນ (reverse repo) ປະເພດ 7 ວັນ ຈາກ 1,7% ເປັນ 1,5%.
ຂປລ.ສຳນັກຂ່າວຊິນຮວາ ຂອງສປຈີນ, ເມື່ອບໍ່ດົນມານີ້, ທ່ານ ພານກົງເຊິງ ຜູ້ວ່າການທະນາຄານປະຊາ ຊົນ ສປຈີນ (PBOC) ຫລື ທະນາຄານກາງ ສປຈີນ ເປີດເຜີຍວ່າ ທະນາຄານກາງ ຈະປັບຫລຸດ ອັດຕາດອກເບ້ຍຂອງການຊື້ ຫລັກຊັບໂດຍມີສັນຍາ ຈະຂາຍຄືນ (reverse repo) ປະເພດ 7 ວັນ ຈາກ 1,7% ເປັນ 1,5%.
ການປັບຫລຸດ ອັດຕາດອກເບ້ຍ ເບື້ອງຕົ້ນ ມີເປົ້າໝາຍ ຄວບຄຸມ ອັດຕາດອກເບ້ຍ ເງິນກູ້ຢືມ ລູກໜີ້ຊັ້ນດີ(LPR) ແລະ ອັດຕາດອກເບ້ຍເງິນຝາກ ເພື່ອຮັກສາສະຖຽນລະພາບ ຂອງອັດຕາສ່ວນ ລາຍໄດ້ດອກເບ້ຍສຸດທິ ຕໍ່ຊັບສິນສະເລ່ຍ (NIM) ຂອງກຸ່ມທະນາຄານການຄ້າ.
ການປັບຫລຸດອັດຕາດອກເບ້ຍ ຂອງການຊື້ຫລັກຊັບ ໂດຍມີສັນຍາຈະຂາຍຄືນ ຊຶ່ງເປັນອັດຕາດອກເບ້ຍ ນະໂຍບາຍຫລັກ ຂອງທະນາຄານກາງ ຈະນໍາໄປສູ່ການຫລຸດລົງ ຂອງອັດຕາດອກເບ້ຍ ອ້າງອິງຕ່າງໆ ພາຍໃຕ້ກົນໄກ ການປັບອັດຕາດອກເບ້ຍ ແບບອ້າງອິງ ຕະຫລາດເປັນຫລັກ.
ສ່ວນອັດຕາດອກເບ້ຍ ຂອງໂຄງການເງິນກູ້ຢືມ ໄລຍະກາງ (MLF) ມີທ່າອຽງຫລຸດລົງປະມານ 0,3ຈຸດ, ສ່ວນອັດຕາ ດອກເບ້ຍ ເງິນກູ້ຢືມລູກໜີ້ຊັ້ນດີ ແລະ ເງິນຝາກ ມີທ່າອຽງຫລຸດລົງ 0,2-0,25ຈຸດ.
KPL