ຂປລ
ກາຍນລົງທຶນລະດັບໂລກ ທີ່ເພີ່ມຂຶ້ນ ໃນປັນຍາປະດິດ(ເອໄອ) ແລະ ອັດຕາເງິນເຟີ້ທີ່ຫລຸດລົງ ຊ່ວຍໃຫ້ປະເທດ ທີ່ພວມພັດທະນາ ໃນອາຊີ ມີຮາກຖານ ສຳລັບ ການເຕີບໂຕ ທາງເສດຖະກິດ ທີ່ຍືນຍົງໃນປີ 2024 ແລະ 2025.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານວ່າ, ທະນາຄານ ພັດທະນາອາຊີ (ເອດີບີ) ລະບຸວ່າ: ກາຍນລົງທຶນລະດັບໂລກ ທີ່ເພີ່ມຂຶ້ນ ໃນປັນຍາປະດິດ(ເອໄອ) ແລະ ອັດຕາເງິນເຟີ້ທີ່ຫລຸດລົງ ຊ່ວຍໃຫ້ປະເທດ ທີ່ພວມພັດທະນາ ໃນອາຊີ ມີຮາກຖານ ສຳລັບ ການເຕີບໂຕ ທາງເສດຖະກິດ ທີ່ຍືນຍົງໃນປີ 2024 ແລະ 2025. ເນື່ອງຈາກການສົ່ງອອກສິນຄ້າ ເພີ່ມຂຶ້ນ 8% ໃນເດືອນກໍລະກົດ ທີ່ຜ່ານມາ , ເອດີບີ ຈຶ່ງປັບເພີ່ມ ຄາດການເຕີບໂຕ ທາງເສດຖະກິດ ຂອງພາກພື້ນ ໃນປີ 2024 ເປັນ 5% ຈາກທີ່ຄາດການໄວ້ 4,9% ເມື່ອເດືອນເມສາ.
ນອກຈາກນີ້ ເອດີບີ ຍັງປັບຫລຸດຄາດການ ອັດຕາເງິນເຟີ້ຂອງພາກພື້ນ ໃນປີນີ້ເຫລືອ 2,8% ຈາກ 3,2% ເມື່ອເດືອນເມສາ ທີ່ຜ່ານມາ, ເນື່ອງຈາກລາຄາອາຫານ ໃນສປຈີນ ຫລຸດລົງ ເຖິງລະດັບຕໍ່າສຸດ ຊ້າກວ່າທີ່ຄາດໄວ້. ໃນຂະນະທີ່ ອັດຕາເງິນເຟີ້ ທີ່ຫລຸດລົງ , ຄວາມຕ້ອງການ ອຸປະກອນ ເອເລັກໂຕຣນິກ ທົ່ວໂລກທີ່ເພີ່ມຂຶ້ນ ລວມເຖິງລົດ ແລະ ເຮືອ ຈາກສປຈີນ ແລະ ສ.ເກົາຫລີ ທີ່ມີທ່າອຽງເຕີບໂຕ ທາງດ້ານເສດຖະກິດ ທີ່ດີຂຶ້ນ ຂອງປະເທດພັດທະນາແລ້ວ ພວມຊ່ວຍສົ່ງເສີມ ທ່າອຽງຂອງ ອາຊີ.
KPL