ໄອເອັມເອຟ ເປີດສູນລະດັບພາກພື້ນ ຢູ່ ສປຈີນ

21/06/2024 22:19
Email Print 1372
ຂປລ ເວັບໄຊ ທະນາຄານ ປະຊາຊົນຈີນ (PBOC) ຫລື ທະນາຄານກາງ ຂອງ ຈີນ ລາຍງານ ກ່ຽວກັບ ການເປີດສູນ ກອງທຶນ ການເງິນ ລະຫວ່າງ ປະເທດ (IMF) ໃນລະດັບ ພາກພື້ນ ແຫ່ງຊຽງໄຮ້ (ຈີນ) ຢ່າງເປັນທາງການ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ໃນວັນທີ 20 ມິຖຸນາ, ເວັບໄຊ ທະນາຄານ ປະຊາຊົນຈີນ (PBOC) ຫລື ທະນາຄານກາງ ຂອງ ຈີນ ລາຍງານ ກ່ຽວກັບ ການເປີດສູນ ກອງທຶນ ການເງິນ ລະຫວ່າງ ປະເທດ (IMF) ໃນລະດັບ ພາກພື້ນ ແຫ່ງຊຽງໄຮ້ (ຈີນ) ຢ່າງເປັນທາງການ.

ໂດຍສູນແຫ່ງນີ້ ມີເປົ້າໝາຍ ເສີມສ້າງ ການມີ ສ່ວນຮ່ວມ ແລະ ຄວາມຮ່ວມມື ຂອງ ໄອເອັມເອຟ ກັບ ກຸ່ມເສດຖະກິດ ອາຊີ-ປາຊີຟິກ ແລະ ດຳເນີນ ການວິໄຈ ທີ່ ກ່ຽວຂ້ອງ ໃນສາຂາ ທີ່ມີ ປະໂຫຍດ ຕໍ່ ຕະຫລາດ ເກີດໃໝ່ ແລະ ກຸ່ມປະເທດ ທີ່ມີ ລາຍໄດ້ ປານກາງ. ນອກຈາກນັ້ນ ສູນແຫ່ງນີ້ ເລັ່ງດໍາເນີນງານ ສະໜັບ ສະໜູນ ການສ້າງຂິດ ຄວາມສາມາດ ເພື່ອໃຫ້ ກຸ່ມເສດຖະກິດ ອາຊີ-ປາຊີຟິກ, ລວມເຖິງ ການສະໜັບ ສະໜູນ ແລະ ຄຸ້ມຄອງ ສະຖຽນລະພາບ ທາງດ້ານ ການເງິນ ລະດັບພາກພື້ນ ແລະ ລະດັບໂລກ. /

 

KPL

ຂ່າວອື່ນໆ

ads
ads

Top