ຄືນສັດນໍ້າ-ສັດປ່າ ສູ່ທຳມະຊາດ

08/07/2024 09:42
Email Print 357
ຂປລ ໂດຍເຫັນໄດ້ເຖິງຄຸນປະໂຫຍດຂອງສັດນໍ້າ ແລະ ສັດປ່າຕໍ່ການດໍາລົງຊີວິດໃນທຳມະຊາດຢ່າງຢືນຍົງ.

    *ໂດຍເຫັນໄດ້ເຖິງຄຸນປະໂຫຍດຂອງສັດນໍ້າ ແລະ ສັດປ່າຕໍ່ການດໍາລົງຊີວິດໃນທຳມະຊາດຢ່າງຢືນຍົງ. ພັກ ແລະ ລັດຖະບານລາວເຮົາ ໄດ້ວາງນະໂຍບາຍ, ອອກກົດໝາຍ ແລະ ນິຕິກໍາຕ່າງໆເພື່ອສົ່ງເສີມການລ້ຽງ, ການຂະຫຍາຍພັນ ແລະ ການຊົມໃຊ້ແບບຍືນຍົງ. ໄປພ້ອມກັບການອະນຸລັກສັດນໍ້າ-ສັດປ່າ ປະເພດຫວງຫ້າມ, ເກືອບຫ້າມການລ່າສັດແບບຊະຊາຍ ຫລື ຫ້າມລ່າໃນລະດູສັດວ່າງໄຂ່...

    ເມື່ອຮອດ ວັນທີ 13 ກໍລະກົດ ຂອງທຸກໆປີ ລັດຖະບານລາວເຮົາໄດ້ກໍານົດໃຫ້ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 27 ປີ (13 ກໍລະກົດ 1997-13 ກໍລະກົດ 2024)ທັງນີ້ເພື່ອແນໃສ່ສ້າງສະຕິໃນການປົກປັກຮັກສາ, ພັດທະນາ ແລະ ຄືນຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດກໍຄືເປັນແຫລ່ງອາຫານໃຫ້ປະຊາຊົນລາວບັນດາເຜົ່າ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານ 5 ປີ ຄັ້ງທີ IX ແຕ່ປີ 2021-2025, ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍອອກເປັນຄໍາສັ່ງ, ແຈ້ງການໃຫ້ບັນດາກົມກ່ຽວຂ້ອງໃນຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫລອດຮອດຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານການພັດທະນາການອະນຸລັກ, ການຄຸ້ມຄອງ ແລະ ນໍາໃຊ້ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງເພື່ອປະກອບສ່ວນເຂົ້າໃນການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການພ້ອມທັງສ້າງລາຍຮັບໃຫ້ປະຊາຊົນລາວໃຫ້ນັບມື້ຫລາຍຂຶ້ນ.

    ດ້ວຍຄວາມເອົາໃຈໃສ່ຂອງ ພັກ-ລັດຖະບານ, ມາຮອດປັດຈຸບັນ, ປະເທດລາວເຮົາມີສູນ, ສະຖານີທີ່ຜະລິດລູກປາຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກປາຂອງເອກະຊົນຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 352 ແຫ່ງ ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານ ຈໍານວນ 383 ລ້ານໂຕ (ສະໜອງໄດ້ 72 ສ່ວນຮ້ອຍຂອງແຜນການ), ມີຟາມລ້ຽງສັດປ່າສູນຂະຫຍາຍພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ, ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ ຊຶ່ງໃນທົ່ວປະເທດມີວັງສະຫງວນປາ ຈໍານວນ 1.050 ກວ່າວັງ ໃນນັ້ນມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 01 ເຂດ.

    ໃນປີ 2022 ຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນ ຂອງແຂວງໃນຂອບເຂດທົ່ວປະເທດ ໄດ້ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກສັດນ້ໍາ-ສັດປ່າ ແຫ່ງຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າທີ່ໄດ້ປ່ອຍທັງໝົດແມ່ນ 61,3  ລ້ານໂຕ. ນອກນັ້ນຍັງໄດ້ປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະຊາດຈໍານວນ 200 ກວ່າໂຕ. ສະເພາະການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2023 ຜ່ານມານີ້ ໃທົ່ວປະເທດປ່ອຍປາ, ສັດນໍ້າ ແລະ ສັດປ່າເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆໄດ້ທັງໝົດ 62 ລ້ານໂຕ ແລະ ປ່ອຍສັດປ່າຄືນສູ່ທໍາມະຊາດຫລາຍກວ່າ 300 ໂຕ. ສໍາລັບປີ 2024 ນີ້ ຄາດວ່າຈະປ່ອຍປາໃຫ້ໄດ້ 64 ລ້ານໂຕ.

    ເຖິງແນວໃດກໍຕາມ, ເພື່ອປົກປັກຮັກສາສັດນໍ້າ-ສັດປ່າບໍ່ໃຫ້ມີການດັບສູນ, ໃຫ້ມີການຂະຫຍາຍພັນ, ສາມາດຕອບສະໜອງຄວາມຕ້ອງການດ້ານອາຫານຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມໝັ້ນຄົງຢ່າງຕ່ໍເນ່ືອງ ແລະ ມີຄວາມສົມດູນກັບລະບົບນິເວດທາງທໍາມະຊາດ. ພວກເຮົາທຸກຄົນຈົ່ງສ້າງສະຕິເຄົາລົບກົດໝາຍ, ຄໍາສັ່ງ, ລະບຽບການກ່ຽວກັບການຊົມໃຊ້, ຮູ້ຫວງແຫນ, ອະນຸລັກ, ປົກປັກຮັກສາແບບຍືນຍົງ. ຄືນສັດນໍ້າ-ສັດປ່າສູ່ທໍາມະຊາດໃຫ້ຫລາຍຂຶ້ນເຮັດໃຫ້ສັດນໍ້າ-ສັດປ່າ ມີຄວາມອຸດົມສົມບູນສ້າງໃຫ້ເປັນທ່າແຮງທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດ.

ໂດຍ:ວັນໄຊ ຕະວິນຍານ

KPL

ຂ່າວອື່ນໆ

ads
ads

Top