ຂປລ
ຂປລ. ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການກະກຽມເນື້ອໃນຕ່າງໆ ແລະ ທັກສະໃນການຮ່າງບົດລາຍງານຫຍໍ້, ບົດບັນທຶກ, ບົດສັງລວມຂໍ້ມູນ, ການຕີພິມ (Track-Changes) ແລະ ອື່ນໆ ໃຫ້ແກ່ວິຊາການ ໃນການກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໃນວັນທີ 1-2 ຕຸລາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ, ມີວິທະຍາກອນ ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້, ເປັນໂອກາດທີ່ດີໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ແລກປ່ຽນປະສົບການ, ຖອດຖອນບົດຮຽນນຳຊ່ຽວຊານ ມາຈາກຫລາຍປະເທດ, ຫລາຍສາຂາວິຊາ ທີ່ຈະສົ່ງຄວາມຮູ້ໃຫ້ເພື່ອນຳໄປໃຊ້ ເຂົ້າໃນວຽກງານຕົວຈິງ ໂດຍສະເພາະ ແມ່ນບັນດາໜ້າວຽກທີ່ ຈະໄດ້ກະກຽມຄວາມພ້ອມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ຈະເປີດຂຶ້ນໃນມໍ່ໆມານີ້.
ການຝຶກອົບຮົມຄັ້ງນີ້, ໄດ້ເນັ້ນໃສ່ຫລາຍບັນຫາສໍາຄັນເຊັ່ນ: ການດຳເນີນກອງປະຊຸມ AIPA ຄັ້ງທີ 45, ວາລະການປະຊຸມ, ຂັ້ນຕອນ, ປະເດັນເຫດການທີ່ສຳຄັນ, ພາບລວມຂອງຄະນະກຳມະການ, ຂໍ້ມູນເບື້ອງຕົ້ນກ່ຽວກັບກອງປະຊຸມ ສະມັດຊາໃຫຍ່ໄອປາ (ຄວາມເປັນມາຂອງ AIPA, ໜ້າທີ່ ກົດລະບຽບ ແລະ ແນວທາງໃນການປະຕິບັດ), ຄູ່ມືການຮ່າງ ບົດລາຍງານຫຍໍ້, ການບັນທຶກ, ການສັງລວມຂໍ້ມູນ, ການຕີພິມບົດລາຍງານຂອງກອງປະຊຸມກຳມາທິການ ແລະ ກອງປະຊຸມພົບປະກັບ ປະເທດສັງເກດການ, ຂັ້ນຕອນ ແລະ ເຫດການຕ່າງໆ, ການກະ ກຽມກອງປະຊຸມສາກົນ ໂດຍເນັ້ນໜັກການກະກຽມຄວາມພ້ອມ ແລະ ການດຳເນີນກອງປະຊຸມ, ພາລະບົດບາດ-ໜ້າທີ່ຂອງພະນັກງານ ຮັບໃຊ້ການທົບທວນຄືນ ແລະ ປັບປຸງເອກະສານ, ການເຂົ້າເຖິງຂໍ້ມູນ, ການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມ ກຳມາທິການຕ່າງໆ, ຂັ້ນຕອນການກະກຽມຮ່າງມະຕິ ແລະ ການຄົ້ນຄວ້າປະກອບຄຳເຫັນຂອງຄະນະຜູ້ແທນ, ການກະກຽມເອກະສານສຳລັບ ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ-ໄອປາ ໜ້າທີ່ຄວາມຮັບຜິດຊອບ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.
ຂ່າວ-ພາບ: ສພຊ
KPL