ສະມາຄົມຄຳຄິດ ສ້າງອາຊີບໃຫ້ປະຊາຊົນບ້ານແກ່ນຄຳພົ້ນທຸກ

08/07/2024 09:48
Email Print 333
ຂປລ ນັບວ່າເປັນອີກໜຶ່ງຄວາມດີໃຈຂອງປະຊາຊົນບ້ານແກ່ນຄຳ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ຈະໄດ້ມີອາຊີບຢ່າງໝັ້ນຄົງ ແລະ ມີລາຍຮັບມາແກ້ໄຂຄວາມທຸກຍາກແລ້ວ, ພາຍຫລັງສະມາຄົມຄຳຄິດ ປະຈຳແຂວງໄດ້ນຳເອົາພ່ໍແມ່ພັນແບ້ໃຫ້ລ້ຽງ ໂດຍສະເພາະແມ່ນກຸ່ມລ້ຽງແບ້ບ້ານດັ່ງກ່າວ 66 ໂຕ.

     *ນັບວ່າເປັນອີກໜຶ່ງຄວາມດີໃຈຂອງປະຊາຊົນບ້ານແກ່ນຄຳ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ຈະໄດ້ມີອາຊີບຢ່າງໝັ້ນຄົງ ແລະ ມີລາຍຮັບມາແກ້ໄຂຄວາມທຸກຍາກແລ້ວ, ພາຍຫລັງສະມາຄົມຄຳຄິດ ປະຈຳແຂວງໄດ້ນຳເອົາພ່ໍແມ່ພັນແບ້ໃຫ້ລ້ຽງ ໂດຍສະເພາະແມ່ນກຸ່ມລ້ຽງແບ້ບ້ານດັ່ງກ່າວ 66 ໂຕ. ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງນອກຈາກການບຸກບືນສູ້ຊົນຂອງເຂົາເຈົ້າແລ້ວ ທັງພາກລັດ-ເອກະຊົນ, ອົງການຈັດຕັ້ງທາງສັງຄົມ ຕ້ອງໄດ້ປະກອບສ່ວນຊ່ວຍເພີ່ມຕື່ມບາງດ້ານ ໂດຍສະເພາະແມ່ນພ້ືນຖານໂຄງລ່າງທ່ີຈຳເປັນ, ແນວພັນ, ດ້ານເຕັກນິກ-ວິຊາການ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການປະກອບອາຊີບທີ່ມີລາຍຮັບໝັ້ນຄົງ ຈຶ່ງສາມາດແກ້ໄຂຄວາມທຸກຍາກໃຫ້ຫລຸດລົງເທື່ອລະກ້າວ.

    ຢ່າງໃດກໍດີ ດັ່ງເມື່ອມໍ່ໆນີ້ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ ໄດ້ນຳເອົາພໍ່ແມ່ພັນແບ້ໄປມອບໃຫ້ປະຊາຊົນກຸ່ມລ້ຽງແບ້ ຢູ່ບ້ານແກ່ນຄໍາ ເມືອງຜາອຸດົມ ເຊິ່ງເປັນອີກໜຶ່ງທິດທາງໃນການປະກອບສ່ວນຊ່ວຍເຫລືອແກ້ໄຂຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກຸ່ມລ້ຽງແບ້ບ້ານດັ່ງກ່າວໃຫ້ດີຂຶ້ນ. ການມອບແບ້ຄັ້ງນີ້, ຕາງໜ້າມອບ ໂດຍ ທ່ານ ນາງ ພອນໄຊ ມະນີວົງໄຊ ປະທານສະມາຄົມຄໍາຄິດປະຈໍາ ແຂວງບໍ່ແກ້ວ, ມີທ່ານນາງ ຈັນທອນ ພອນສະລິ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງພ້ອມດ້ວຍວິຊາການຈາກ ຫ້ອງການກ່ຽວຂ້ອງເມືອງ ແລະ ພໍ່ແມ່ປະຊາຊົນກຸ່ມລ້ຽງແບ້ ຂອງບ້ານແກ່ນຄໍາ ເຂົ້າຮ່ວມ. ທ່ານນາງ ພອນໄຊ ມະນີວົງໄຊ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງສະມາຄົມຄໍາຄິດທີ່ສະໜອງທຶນໃນການຈັດຊື້ສັດ ລ້ຽງ ເພ່ືອສ່ົງເສີມໃຫ້ພ່ໍແມ່ປະຊາຊົນຜູ້ທີ່ມີໃຈຮັກມັກອາຊີບການປູກ-ການລ້ຽງ ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນກຸ່ມລ້ຽງແບ້ ເອົາໃຈໃສ່ພັດປ່ຽນກັນເບິ່ງແຍງ-ດູແລສັດລ້ຽງຢ່າງໃກ້ຊິດ ເປັນປົກກະຕິເພື່ອປ້ອງກັນທັງຫລີກລ້ຽງບໍ່ໃຫ້ມີການສູນເສຍ ແລະ ເກີດພະຍາດຕາມລະດູການບວກໃສ່ຮັກສາຄວາມສາມັກຄີກັນພາຍໃນກຸ່ມ ເພື່ອເຮັດໃຫ້ກຸ່ມລ້ຽງແບ້ດັ່ງກ່າວມີຄວາມຍືນຍົງ, ໄດ້ຮັບຜົນປະໂຫຍດໃຫ້ຫລາຍທີ່ສຸດ ແລະ ກາຍເປັນກຸ່ມຕົວແບບໃຫ້ບ້ານອື່ນ.

   ແບ້ທີ່ນຳມາມອບໃຫ້ຄອບຄົວກຸ່ມເປົ້າໝາຍບ້ານແກ່ນຄໍາຄັ້ງນີ້, ມີທັງ ໝົດ 18  ຄອບຄົວ, ມີແບ້ 66 ໂຕ. ໃນນັ້ນ, ມີແບ້ແມ່ 62 ໂຕ, ແບ້ຜູ້  2 ໂຕ ລວມມູນຄ່າກວ່າ 107 ລ້ານກີບ. ພາຍຫລັງມອບ-ຮັບຜ່ານມາທີມງານຂອງເມືອງໄດ້ລົງຕິດຕາມແບ້ທີ່ເປັນພະຍາດຕາມລະການ 8 ຄັ້ງ, ພ້ອມໄດ້ສະໜອງຢາໃຫ້ກຸ່ມລ້ຽງແບ້ດັ່ງກ່າວ 1 ຄັ້ງ.

ໂດຍ: ເຂົ້າຈານນໍ້າ ແຫລ່ງຂໍ້ມູນຈາກ: ແຂວງບໍ່ແກ້ວ

KPL

ຂ່າວອື່ນໆ

ads
ads

Top