ການປົກປັກຮັກສາພັດທະນາສັດນໍ້າ-ສັດປ່າ

08/07/2024 09:54
Email Print 366
ຂປລ ໃນມາດມາດຕາ 25 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດນ້ຳ ແລະ ສັດປ່າ ແມ່ນການຮັກສາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປໃຫ້ອຸດົມສົມບູນ, ຍືນຍົງ.

    *ໃນມາດມາດຕາ 25 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດນ້ຳ ແລະ ສັດປ່າ ແມ່ນການຮັກສາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປໃຫ້ອຸດົມສົມບູນ, ຍືນຍົງທັງແມ່ນການປ້ອງກັນ ແລະ ຮັກສາ ຖິ່ນທີ່ຢູ່ອາໄສຂອງສັດ, ວັງສະຫງວນ ສັດນ້ຳ, ເຂດອະນຸລັກພັນສັດ ບໍ່ໃຫ້ຖືກທຳລາຍ, ພ້ອມກັນນັ້ນກໍຕ້ອງວາງມາດຕະການປົກປັກຮັກສາ ເພື່ອສະກັດກັ້ນການບຸກລຸກ, ການທຳລາຍຈາກການກະທຳຂອງຄົນ ຫລື ຈາກທຳມະຊາດ.

    ພ້ອມນີ້ ມາດຕາ 26 ຍັງກຳນົດກ່ຽວກັບການພັດທະນາສັດນ້ຳ ແລະ ສັດປ່າ ແມ່ນການຂະຫຍາຍພັນສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປຕາມທຳມະຊາດ ໃຫ້ມີຈຳນວນເພີ່ມຂຶ້ນ ດ້ວຍການນຳໃຊ້ມາດຕະການທາງດ້ານເຕັກນິກວິທະຍາສາດ ທັງແມ່ນການຟື້ນຟູບູລະນະຖິ່ນທີ່ຢູ່ອາໄສ ທີ່ເຊື່ອມໂຊມລວມທັງແຫລ່ງອາຫານ ແລະ ແຫລ່ງແຜ່ພັນເພື່ອໃຫ້ສັດດັ່ງກ່າວສາມາດດຳລົງຊີວິດຢ່າງເປັນປົກກະຕິ, ພ້ອມກັນນັ້ນ ກໍຕ້ອງປຸກລະດົມທົ່ວປວງຊົນມີສ່ວນຮ່ວມໃນການພັດທະນາສັດ ນ້ຳ ແລະ ສັດປ່າຢ່າງກວ້າງຂວາງ. 

   ສຳລັບກອງທຶນອະນຸລັກປົກປັກຮັກສາສັດນ້ຳ ແລະ ສັດປ່າ, ມາດຕາ 27 ກຳນົດວ່າ: ແຫລ່ງຂອງກອງທຶນອະນຸລັກປົກປັກຮັກສາສັດນ້ຳ ແລະ ສັດປ່າ ແມ່ນກອງທຶນອັນດຽວກັນກັບກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຊຶ່ງໄດ້ມາຈາກງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ອື່ນໆ. ໃນການນໍາໃຊ້ກອງທຶນນັ້ນມາດຕາ 28 ກຳນົດວ່າ:  ການຄຸ້ມຄອງ ແລະ ນຳໃຊ້ກອງທຶນກອງທຶນອະນຸລັກປົກປັກຮັກສາສັດນ້ຳ ແລະ ສັດປ່າ ໃຫ້ນຳໃຊ້ເຂົ້າໃນວຽກງານສັດນ້ຳ ແລະ ສັດປ່າເປັນຕົ້ນການສຳຫລວດ, ການຈັດແບ່ງປະເພດສັດນ້ຳ ແລະ ສັດປ່າ, ການປົກປັກຮັກສາຖ່ິນທ່ີຢູ່ອາໄສ, ເຂດຮັກສາພັນສັດ, ຂະຫຍາຍພັນສັດ, ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ວຽກງານອື່ນກ່ຽວກັບສັດນ້ຳ ແລະ ສັດປ່າ.

KPL

ຂ່າວອື່ນໆ

ads
ads

Top