ບ້ານແຫລ້ ບ້ານວັດທະນະທຳທີ່ມີເອກະລັກໂດດເດັ່ນ

08/07/2024 10:08
Email Print 274
ຂປລ ການດຳລົງຊີວິດຂອງປະຊາຊົນບາງຊົນເຜົ່າໃນເຂດເນີນພູ ທີ່ມີວັດທະນະທຳ ແລະ ເປັນເອກະລັກຂອງໃຜລາວ, ຮັກສາໄດ້ຮີດຄອງປະເພນີດັ່ງເດີມ ບໍ່ວ່າຈະເປັນການປາກເວົ້າ, ການຕ້ອນຮັບແຂກໃກ້ໄກ ແລະ ການນຸ່ງຖືແບບຊົນເຜົ່າ ຊຶ່ງເຫັນແລ້ວເຮັດໃຫ້ມີຄວາມປະທັບໃຈ ແລະ ໜ້າຊື່ນຊົມຄືດັ່ງບ້ານນາແຫລ້.

    *ການດຳລົງຊີວິດຂອງປະຊາຊົນບາງຊົນເຜົ່າໃນເຂດເນີນພູ ທີ່ມີວັດທະນະທຳ ແລະ ເປັນເອກະລັກຂອງໃຜລາວ, ຮັກສາໄດ້ຮີດຄອງປະເພນີດັ່ງເດີມ ບໍ່ວ່າຈະເປັນການປາກເວົ້າ, ການຕ້ອນຮັບແຂກໃກ້ໄກ ແລະ ການນຸ່ງຖືແບບຊົນເຜົ່າ ຊຶ່ງເຫັນແລ້ວເຮັດໃຫ້ມີຄວາມປະທັບໃຈ ແລະ ໜ້າຊື່ນຊົມຄືດັ່ງບ້ານນາແຫລ້. ບ້ານແຫລ້ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງມ່ານກິ່ງ ແຂວງສິບສອງປັນນາ ມົນທົນຢູນນານ ສປ ຈີນ, ມີ 90 ກວ່າຫລັງຄາເຮືອນ ເປັນບ້ານທີ່ມີເອກະລັກສະເພາະ ແລະ ມີວັດທະນະທຳທ່ີໂດດເດ່ັນ ຊຶ່ງສະແດງອອກທາງດ້ານການປາກເວົ້າ ແລະ ການນຸ່ງຖື, ເປັນບ້ານຊົນເຜົ່າໄຕລື້ ໃຊ້ພາສາລ ແລະ ພາສາຈີນ, ລາຍຮັບຫລັກຂອງປະຊາຊົນແມ່ນມາຈາກການປູກຝັງ.

    ໂດຍສ່ວນຫລາຍແມ່ນເຮັດສວນຢາງພາລາ ແລະ ເຮັດສວນເປັນອາຊີບສຳຮອງ ເຊັ່ນ: ສວນຖົ່ວ, ສວນໝາກແຕງ ແລະ ສວນຜັກ. ນອກຈາກນີ້, ຍັງມີລາຍຮັບສຳຮອງກໍຄືການຂາຍເຄື່ອງໃຫ້ນັກທ່ອງທ່ຽວທີ່ໄປທ່ຽວຊົມບ້ານດັ່ງກ່າວ ຊຶ່ງທາງຄະນະອຳນາດການປົກຄອງບ້ານຈະຈັດງານຕະຫລາດນັດຂຶ້ນ 2 ຄັ້ງ ຕໍ່ອາທິດ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານພາຍໃນງານ ຈະມີການສະແດງສີລະປະວັດທະນະທຳຂອງຊົນເຜົ່າລື້ຊຶ່ງມີການຮ້ອງເພງເຜົ່າລື້, ເພງລາວ, ເພງຈີນ ປະປົນກັນໄປແຕ່ລະວາລະ ແລະ ຍັງມີການຟ້ອນແບບລາວປະສົມເຜົ່າລື້ ແລະ ຟ້ອນພື້ນເມືອງຈີນ ຊຶ່ງມີມວນຊົນຈາກພາຍໃນ ແລະ ຕ່າງແດນເຂົ້າຊົມຢ່າງຫລວງຫລາຍ. ນອກຈາກນີ້, ພາຍໃນງານດັ່ງກ່າວຍັງມີການຂາຍເຄື່ອງຕາມເສັ້ນທາງທີ່ເຈົ້າໜ້າທີ່ຈັດສັນໃຫ້ ແລະ ແມ່ຄ້າທີ່ມາຂາຍເຄື່ອງໃນງານນີ້ແມ່ນປະຊາຊົນພາຍໃນບ້ານແຫລ້.

   ນອກນັ້ນ, ຍັງມີແມ່ຄ້າຄົນລາວ ຊຶ່ງມາຈາກແຂວງຫລວງນ້ຳທາເປັນສ່ວນໃຫຍ່ ເຄື່ອງທີ່ນຳເອົາໄປຂາຍນັ້ນກໍຄື: ຕຳໝາກຫຸ່ງ, ປີ້ງໄກ່, ປີ້ງຊີ້ນໝູ, ເຂົ້າໜົມ ແລະ ເຄື່ອງດອງຂອງສົ້ມ, ຢາພື້ນເມືອງ ແລະ ເຄື່ອງໃຊ້ຕ່າງໆ. ຕາມຂອບເຂດເຮືອນຊານບ້ານຊ່ອງຂອງບ້ານນາແຫລ້ ມີຄວາມສະອາດສວຍສົດງົດງາມ ແລະ ມີການຕົບແຕ່ງເອ້ຢ້ອງແບບຊົນເຜົ່າ, ລັກສະນະຂອງເຮືອນແມ່ນມີກ້ອງລ່າງ ດ້ານເທິງໃຊ້ຢູ່ອາໄສສ່ວນດ້ານລຸ່ມ ເປັນຮ້ານອາຫານເພື່ອຮັບແຂກທ່ີມາຢ້ຽມຢາມ ແລະ ທ່ຽວຊົມງານຕະຫລາດນັດດັ່ງກ່າວ, ສິ່ງທີ່ປະທັບໃຈທີ່ສຸດກໍຄືການຕ້ອນຮັບຂອງປະຊາຊົນພາຍໃນບ້ານດັ່ງກ່າວ ແລະ ຜູ້ເຖົ້າຈະມັດແຂນອວຍພອນວ່າ: “ໄປດີມາລອດໄປປອດມາໄສຢູ່ດີກິນຫວານເຄາະໄກຢ່າເຂົ້າມາໃກ້ເຄາະໃກ້ຢ່າເຂົ້າມາໄຂ່ວ” ຊຶ່ງຄຳເວົ້ານີ້ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແດນຊື່ນຊົມ ແລະ ຖ້າມີໂອກາດຢາກຈະກັບໄປຢ້ຽມຢາມອີກຄັ້ງ.

ໂດຍ: ໄມຕຣີ

KPL

ຂ່າວອື່ນໆ

ads
ads

Top