ຄຸນງາມຄວາມດີທີ່ເປັນອຳມະຕະ-ຍິ່ງໃຫຍ່ຂອງສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ

08/07/2024 12:55
Email Print 385
ຂປລ *ວັນທີ 8 ກໍລະກົດ ປີນີ້ ແມ່ນວັນ ເຖິງແກ່ມໍລະນະກຳຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ຄົບຮອບ 30 ປີ.




(ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີ)


*ວັນທີ 8   ກໍລະກົດ ປີນີ້ ແມ່ນວັນ ເຖິງແກ່ມໍລະນະກຳຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ຄົບຮອບ 30 ປີ.

ເນື່ອງໃນໂອກາດວັນດັ່ງກ່າວນີ້, ພວກຂ້າພະເຈົ້າ ປະຊາຊົນ ສປປ ເກົາຫລີ ຈະໄດ້ທົບທວນຄືນຄຸນງາມ ຄວາມດີທີ່ອຳມະຕະ-ຍິ່ງໃຫຍ່ ທີ່ສະຫາຍໄດ້ອຸທິດທຸກກໍາລັງແຮງໃນຊີວິດຂອງຕົນ.

ສະຫາຍ ກິມ ອິນ ຊຸງ ເກີດເມື່ອ ວັນທີ 15 ເມສາ ປີ 1912,  ທີ່ບ້ານ ມັນກຽງແດ, ນະຄອນຫລວງພຽງຢາງ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງ ການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດຊາດ ແຕ່ອາຍຸຍັງໜຸ່ມນ້ອຍໃນ ໄວ10 ປາຍປີ.

ໃນໄລຍະຂອງການຊອກຫາເສັ້ນທາງແຫ່ງການປະຕິວັດເກົາຫລີ, ສະຫາຍໄດ້ສ້າງແນວຄິດຈຸເຊ ແລະ ໄດ້ນຳພາການຕໍ່ສູ້ປະຕິວັດຕໍ່
ຕ້ານຈັກກະພັດຕ່າງດ້າວເປັນເວລາເຖິງສອງທົດສະວັດ ພາຍໃຕ້ຄັນທຸງຂອງແນວທາງດັງກ່າວ, ໃນທີ່ສຸດກໍ່ໄດ້ເກີດມີເຫດການປະຫວັດສາດ ແຫ່ງການປົດປ່ອຍປະເທດຊາດ ໃນວັນທີ 15 ສິງຫາ1945.

ພາຍຫລັງກັບຄືນສູ່ບ້ານເກີດ ເມືອງນອນ, ສະຫາຍໄດ້ສ້າງຕັ້ງພັກ ແຮງງານເກົາຫລີ ຂຶ້ນໃນທັນທີ ແລະ ໄດ້ດຳເນີນການປະຕິຮູບປະຊາທິປະໄຕ, ລວມທັງການປະຕິຮູບທີ່ດິນ, ການຫັນປ່ຽນອຸດສາຫະກຳທີ່ສຳຄັນ ໃຫ້ເປັນຂອງລັດ, ການບັງຄັບໃຊ້ກົດໝາຍ ວ່າດ້ວຍຄວາມສະເໝີ ພາບທາງເພດ ແລະ ໄດ້ກໍ່ຕັ້ງກອງກຳລັງປະກອບອາວຸດປະຈຳການ. ໂດຍອີງໃສ່ຜົນສຳເລັດດັ່ງກ່າວ, ສະຫາຍ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນປະຊາທິປະໄຕ ເກົາຫລີ ໃນວັນທີ 9 ກັນຍາ 1948.

ສະຫາຍໄດ້ປະຕິບັດການຟື້ນຟູ ພາຍຫລັງສົງຄາມ ແລະ ການປະຕິວັດສັງຄົມນິຍົມໃຫ້ໄດ້ຮັບໄຊຊະນະ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ສປປ ເກົາຫລີ ກາຍເປັນປະເທດສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ, ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ສະຫາຍຖືເອົາຄໍາຂວັນປະຊາຊົນ ແມ່ນພະເຈົ້າຂອງຂ້ອຍ”, ເປັນຄຳຂວັນປະຈໍາຊີວິດຂອງຕົນ ແລະ ການເມືອງທີ່ມີຄວາມເຫັນອົດເຫັນ ໃຈຂອງຕົນນັ້ນໄດ້ເຮັດໃຫ້ລະບົບ ສັງຄົມນິຍົມທີ່ມີປະຊາຊົນເປັນໃຈກາງ ໄດ້ມີຮາກເລິກຢູ່ໃນ ສປປ ເກົາຫລີ.

ສະຫາຍໄດ້ໃຫ້ນິຍາມຄວາມເປັນເອກະລາດ, ສັນຕິພາບ ແລະ ມິດຕະພາບວ່າ ເປັນອຸດົມການພື້ນຖານຂອງນະໂຍບາຍການຕ່າງປະເທດ ຂອງ ສປປ ເກົາຫລີີ ແລະ ເພີ່ມພູນກຽດສັກສີ ໃນເວທີສາກົນຜ່ານການເຄື່ອນໄຫວ ການຕ່າງປະເທດ ທີ່ເຕັມໄປດ້ວຍຄວາມຫ້າວຫັນຂອງສະຫາຍ.

ສະຫາຍໄດ້ດຳລົງຕຳແໜ່ງເປັນປະມຸກລັດເປັນເວລາເກືອບເຄິ່ງສັດຕະວັດ, ສະຫາຍໄດ້ເປີດຍຸກສະໄໝ ໃໝ່ແຫ່ງຄວາມເປັນເອກະລາດ ແລະ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ຂະບວນການບໍ່ຮ່ວມກຸ່ມ ແລະ ຂະບວນການສັງຄົມນິຍົມ, ພັດທະນາສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ເກົາຫລີ ກັບປະເທດເພື່ອນມິດລວມເຖິງ ສປປ ລາວ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ສອງປະເທດ ສປປ ເກົາຫລີ ແລະ ສປປ ລາວ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາ ໃນແຕ່ລະໄລຍະ ໂດຍແນໃສ່ປະຕິບັດບັນດາພາລະກິດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ເພື່ອນຳເອົາຜົນປະໂຫຍດມາ ສູ່ປະຊາຊົນສອງຊາດ ແລະ ຄວາມຈະເລີນກ້າວໜ້າທາງ ສັງຄົມ.

ສິ່ງເຫລົ່ານີ້ທັງໝົດ ຈະບໍ່ສາມາດປະສົບຜົນສຳເລັດໄດ້ຖ້າປາສະຈາກຄຸນງາມຄວາມດີ ທີ່ເປັນອຳມະຕະຂອງບັນດາຜູ້ນຳສອງປະເທດ ທີ່ໄດ້ສ້າງໃນການພັດທະນາສາຍພົວພັນສອງຝ່າຍ.

ອະດີດການນຳສອງປະເທດໄດ້ ເພີ່ມທະວີການສະໜັບສະໜູນ ແລະ ການຮ່ວມມື ຊຶ່ງກັນ ແລະ ກັນ ແລະ ໃຫ້ກຳລັງໃຈອັນແຮງກ້າແກ່ການຕໍ່ສູ້ ເພື່ອຕໍ່ຕ້ານລັດທິຈັກກະພັດນິຍົມ, ພາລະກິດປົກປັກຮັກສາສັນຕິພາບ ແລະ ຄວາມສາມັກຄີປອງດອງແຫ່ງຊາດ.

ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງກອງປະຊຸມບັນດຸງ (Bandung) ຄົບຮອບ 10 ປີ, ໄດ້ມີການພົບປະທີ່ມີຄວາມໝາຍອັນສຳຄັນ ລະຫວ່າງ ສະຫາຍ ສຸພານຸວົງ, ປະທານສູນກາງແນວລາວຮັກຊາດ ແລະ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາ ຫລີ ຢູ່ທີ່ນະຄອນຫລວງຈາກາຕາ, ອິນໂດເນເຊຍ ໃນເດືອນເມສາ 1965 ແລະ ນັບຕັ້ງແຕ່ນັ້ນມາ ການພົວພັນ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ກໍ່ໃຫ້ເກີດມີບັນດາເຫດການທີ່ຄວາມໝາຍຢ່າງບໍ່ຢຸດຢັ້ງ.

ໃນ ປີ 1965, 1970, 1977 ແລະ ປີ 1992  ໄດ້ມີການເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການຂອງການນຳ ສປປ ລາວ ລວມທັງການຢ້ຽມຢາມຂອງ ສະຫາຍ ໄກສອນ ພົມວິຫານ, ປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ການຢ້ຽມຢາມຂອງ ສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນທັນວາ 1993 ແລະ ໃນເດືອນກັນຍາ ປີ 2011, ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ນຳໂດຍ ສະຫາຍ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ.

ໃນໄລຍະລະຫວ່າງການຢ້ຽມຢາມ ສປປ ເກົາຫລີ, ບັນດາການນຳຂັ້ນສູງສຸດຂອງ ສປປ ລາວ ໄດ້ມີການພົບປະກັບ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ເກົາຫລີ ແລະ ສ້າງຂີດໝາຍອັນສຳຄັນ ໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໃຫ້ນັບມືເລິກເຊິ່ງ ແລະ ແຕກດອກອອກຜົນ.

ບົນພື້ນຖານເຈດຈຳນົງຂອງຜູ້ນຳສອງພັກ, ລັດພວກເຮົາ ທີ່ສືບຕໍ່ຍຶດໝັ້ນບັນດາຜົນງານ ຂອງບັນດາການນຳໃນເມື່ອກ່ອນທີ່ສ້າງໄວ້ ໃນການພັດທະນາການພົວພັນສອງຝ່າຍ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ນັບມື້ນັບມີຄວາມກ້າວໜ້າ ແລະ ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍບໍ່ມີວັນເສື່ອມໂຊມສົມກັບເວລາຜ່ານໄປ ແລະ ໃນສະພາບການສາກົນ ທີ່ມີການຜັນແປ່ຢ່າງສະຫລັບສັບຊ້ອນ.

ສປປ ເກົາຫລີ ໄດ້ມອບນາມມະຍົດ ມະຫາຈອມພົນໃຫ້ແກ່ ສະຫາຍ ກິມ ອິນ ຊຸງ ເນື່ອງໃນໂອກາດວັນເກີດຄົບຮອບ 80 ປີ ຂອງສະຫາຍ.

ເຖິງແມ່ນວ່າ ສະຫາຍ ກິມ  ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກໍລະກົດ 1994 ແລ້ວກໍ່ຕາມ, ແຕ່ສະຫາຍຍັງຄົງມີຊີວິດຢູ່ໃນຄວາມຊົງຈຳ ແລະ ໃນດວງໃຈຂອງປະຊາຊົນ ສປປ ເກົາຫລີ ແລະ ໃນຖານະທີ່ເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫລີ, ເປັນຜູ້ບຸກເບີກພາລະກິດຄວາມເປັນເອກະລາດ, ເປັນປະທານປະເທດຕະຫລອດການຂອງ ສປປ ເກົາຫລີ ແລະ ເປັນແສງສະວ່າງຊີ້ນຳທາງຂອງແນວຄິດຈຸເຊ.

ແນວຄິດການປະຕິວັດ ແລະ ພາລະກິດເພື່ອເອກະລາດຂອງ ສະຫາຍ ກິມ ອິນ ຊຸງ ໄດ້ສືບຕໍ່ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ພາຍໃຕ້ການຊີ້ນຳໆພາຂອງ ສະຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫລີ.

ໃນຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫລີ ໄດ້ຈັດຕັ້ງປະຕິບັດພາລະກິດຄັ້ງປະຫວັດສາດ ເພື່ອເຮັດໃຫ້ທົ່ວສັງຄົມປະກອບ ດ້ວຍແນວຄິດການປະຕິວັດ ຂອງ ສະຫາຍກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ຂອງ ສປປ ເກົາຫລີ ແລະ ສະຫາຍໄດ້ປົກ ປັກຮັກສາປະເທດຊາດ ແລະ ໂຊກຊະຕະກຳຂອງປະຊາຊົນ ດ້ວຍແນວຄິດເຊີນກຸນ (ແນວຄິດວ່າດ້ວຍການໃຫ້ບຸລິມາສິດ ແກ່ວຽກງານປ້ອງກັນຊາດ) ແລະ ສ້າງພື້ນຖານອັນໜັກແໜ້ນ ເພື່ອສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ.

ພາຍຫລັງ ສະຫາຍ  ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງ ປະຊາຊົນ ສປປ ເກົາຫລີ ໄດ້ສີ້ນລົມຫາຍໃຈ, ໂດຍມີຄວາມເຈດຕະນາລົມອັນໜັກແໜ້ນ ເພື່ອປົກປ້ອງພິທັກປະເທດສັງຄົມນິຍົມເກົາຫລີ ທີ່ບັນດາອະດິດຜູ້ນຳທີ່ຍິ່ງໃຫຍ່ ໄດ້ສ້າງຂຶ້ນ ແລະ ເພີ່ມພູນຄູນສ້າງມາຕະຫລອດຊີວິດ ແລະ ເພື່ອບັນລຸພາລະກິດສ້າງສາປະເທດສັງຄົມນິຍົມເກົາຫລີ ທີ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ເຊິ່ງເປັນຄວາມປະສົງຕະຫລອດຊີວິດ ຂອງບັນດາສະຫາຍອະດິດຜູ້ນຳຂອງ ສປປ ເກົາຫລີ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກທີ່ເປັນຜູ້ສືບທອດ ພາລະກິດອັນຍິ່ງໃຫຍ່ແຫ່ງການປະຕິວັດ ໄດ້ນຳ ພາທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ສປປ ເກົາຫລີ ລຸກຂຶ້ນຕໍ່ສູ້ແບບວີລະຊົນ.

ໃນໄລຍະເວລາ 10 ກວ່າປີຜ່ານມາພາຍຫລັງ ສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ສປປ ເກົາຫລີ ເຖິງແກ່ມໍລະນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາລົບຮັກໄດ້ນຳພາການປະຕິວັດ ຂອງ ສປປ ເກົາຫລີ ແລະ ສ້າງຄຸນງາມຄວາມດີອັນຍິ່ງໃຫຍ່ຢ່າງແທ້ຈິງ.

ພາຍໃຕ້ການຊີ້ນຳໆພາອັນສະຫລາດສ່ອງໃສຂອງ ສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການນຳພາ ແລະ ຄວາມສາມາດໃນການສູ້ຊົນ ຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ ແຫ່ງການກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ກຳລັງແຮງລວມແຫ່ງຊາດໄດ້ ຮັບການເສີມຂະຫຍາຍຢ່າງສູງ ແລະ ສັງຄົມນິຍົມເກົາຫລີ ໄດ້ຢືນຢູ່ແຖວໜ້າຂອງປະເທດ ທີ່ມີຄວາມເຂັ້ມແຂງທາງດ້ານທະຫານ ແລະ ພາລະບົດບາດ ແລະ ກຽດສັກສີຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ ຊຶ່ງເປັນການສ້າງບັນຍາກາດ ທີ່ອຳນວຍ ຄວາມສະດວກໃຫ້ແກ່ການເຄື່ອນໄຫວຕ່າງປະເທດຂອງພວກເຮົາ.

ພວກຂ້າພະເຈົ້າ ຈະສືບຕໍ່ເສີມຂະຫາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ສ້າງຕັ້ງຂຶ້ນ ໂດຍການນຳໃນເມື່ອກ່ອນ ໃຫ້ກ້າວຂຶ້ນສູ່ລະດັບສູງອັນໃໝ່ ສົມກັບຄວາມມຸ່ງມາດປາດຖະໜາ ຂອງຜູ້ນຳສອງປະເທດພວກເຮົາ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່.

ໃນປັດຈຸບັນ, ສາຍພົວພັນມິດຕະພາບ ສອງປະເທດພວກເຮົາ ໄດ້ກ້າວເຂົ້າສູ່ໄລຍະອັນໃໝ່ແຫ່ງການພັດທະນາ ພາຍໃຕ້ການເອົາໃຈໃສ່ອັນເລິກເຊິ່ງຂອງ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ໃນຊຸມປີຜ່ານມານີ້, ການພົວພັນສອງຝ່າຍໄດ້ຮັບການຮັດແໜ້ນຢ່າງສະໝ່ຳສະເໝີ ຊຶ່ງສະແດງອອກໃນ ການແລກປ່ຽນສານຊົມເຊີຍ ລະຫວ່າງ ການນຳສອງປະເທດພວກເຮົາ ແລະ ໃນການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນການນຳພັກ, ລັດ ຂອງສອງປະເທດ ຢ່າງເປັນປົກກະຕິ ຊຶ່ງອັນພົ້ນເດັ່ນແມ່ນການຢ້ຽມຢາມ ສປປ ລາວ ແລະ ເຮັດວຽກກັບຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ແລະ ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຂອງຄະນະຜູ້ແທນຂັ້ນສູງ ຂອງພັກແຮງງານ ເກົາຫລີ ທີ່ນຳໂດຍສະຫາຍຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກແຮງງານເກົາຫລີ ໃນທ້າຍເດືອນມີນາ 2024 ທີ່ຜ່ານມາ. ພວກຂ້າພະເຈົ້າເຊື້ອໝັ້ນວ່າ ການພົວພັນຮ່ວມມືດັ່ງກ່າວນີ້ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງສອງ ປະເທດພວກເຮົາ.

ໃນປັດຈຸບັນ, ປະຊາຊົນ ສປປ ເກົາຫລີ ຍົກສູງມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງພັກ ແລະ ດໍາເນີນການສູ້ຊົນຢ່າງມີຂະບວນຟົດຟື້ນ ເພື່ອສ້າງຄວາມຮັບປະກັນອັນໜັກແໜ້ນ ໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ແຜນການພັດທະນາເສດຖະກິດແຫ່ງຊາດ ໄລຍະ 5 ປີ ໃຫ້ສຳເລັດຜົນ ໂດຍ ສືບຕໍ່ເສີມ ຂະຫຍາຍຂະບວນການສູ້ຊົນຂອງທົ່ວປວງຊົນ ຢ່າງກ້ວາງຂວາງ ເພື່ອເປີດໄລຍະໃໝ່ໃນການກໍ່ສ້າງສັງຄົມນິຍົມ.

ຍ້ອນມີ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ, ຄຸນງາມຄວມດີອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນ ການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຂອງສະຫາຍ ຈະໄດ້ຮັບການປະຕິບັດຢ່າງແນ່ນອນ.



KPL

ຂ່າວອື່ນໆ

ads
ads

Top