ສູນບັນຊາການຊ້ອມຮົບຮ່ວມ ກອງທັບລາວ-ຈີນ ຫາລືແຜນຊ້ອມຮົບໃຫ້ມີຄວາມຮັບປະກັນຮອບດ້ານ

08/07/2024 13:04
Email Print 346
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ
, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.



ການ​ປຶກສາ​ຫາລື​ຄັ້ງ​ນີ້, ສອງ​ຝ່າຍໄດ້ກຳນົດຈຸດ ຂອບເຂດນ່ານຟ້າ
, ແຜນທີ່ເສັ້ນທາງອາກາດ ແລະ ແຜນທີ່ການຈັດວາງ ກໍາລັງໃນການຝຶກແອບ ຊ້ອມຮົບຮ່ວມໃນພາກສະໜາມ ທີ່ຈະຝຶກຊ້ອມ ໃນແຕ່ລະ ບາດກ້າວຢ່າງລະອຽດ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ, ທັງມີຄວາມຮັບປະກັນຄວາມປອດໄພ ລວມ ເຖິງຕ້ອງກໍາແໜ້ນບັນດາທິດສະດີ, ຫລັກການ. ພ້ອມນັ້ນ, ຍັງໄດ້ມີການ ປຶກສາຫາລື ຫລາຍບັນຫາສໍາຄັນ ທີ່ສອງຝ່າຍມີຄວາມສົນໃຈ ໃນວຽກງານກ່ຽວຂ້ອງຂອງການຝຶກຊ້ອມ, ຫັດແອບ ເພື່ອຖອດຖອນບົດ ຮຽນຮ່ວມກັນ ໃນການຈັດຕັ້ງ ປະຕິບັດແຜນການ ສູ້ຮົບຮ່ວມລາວ-ຈີນ "ໂລ້ກໍາບັງມິດຕະພາບ-2024" ໃນຄັ້ງນີ້ ໃຫ້ດໍາເນີນໄປດ້ວຍເນື້ອໃນຈິດໃຈ ທີ່ເປັນເອກະພາບ, ມີຄວາມປອງດອງສາມັກຄີ ກັບເພື່ອນກອງທັບ ປົດປ່ອຍປະຊາຊົນຈີນ ແລະ ມີໝາກຜົນສໍາເລັດຮ່ວມກັນ ເພື່ອນໍາເອົາບົດຮຽນ, ປະສົບການໃນການຊ້ອມຮົບຮ່ວມລາວ-ຈີນ ໄປຈັດຕັ້ງປະຕິບັດ ໝູນໃຊ້ເຂົ້າໃນ ການພັດທະນາປັບປຸງ ກໍ່ສ້າງກອງທັບໃຫ້ກາຍເປັນ ກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ.

ຂ່າວ: ຄໍາອ້າຍ ທອງວັນ.

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

ads
ads

Top