ຍົກລະດັບ ການນຳໃຊ້ ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງທ່ອງທ່ຽວ ​ໃຫ້ 8 ແຂວງພາກເໜືອ

08/07/2024 13:37
Email Print 240
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ການຝຶກອົບຮົມການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງທ່ອງທ່ຽວ, ການຄຸ້ມຄອງຕິດຕາມກວດກາ

 

 ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ການຝຶກອົບຮົມການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງທ່ອງທ່ຽວ, ການຄຸ້ມຄອງຕິດຕາມກວດກາ ແລະ ການບໍລິການໃນຮູບແບບເອເລັກໂຕຣນິກທັນສະໄໝ (ແບບອອນລາຍ) ໃຫ້ພະນັກງານໃນຂະແໜງການທ່ອງທ່ຽວ 8 ແຂວງພາກເໜືອ ໃນວັນທີ 8 ກໍລະກົດ 2024 ທີ່ພະແນກ ຖວທ ແຂວງຊຽງຂວາງ ​ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງສະຫວັນ ແກ້ວພັກດີ, ທ່ານ ເພັດສະໝອນ ສຸລິຍະແສງ ຮອງຫົວໜ້າພະແນກ ຖວທ ແຂວງຊຽງ​ຂວາງ ພ້ອມ​ດ້ວຍສຳມະນາກອນຈາກແຂວງຜົງສາລີ, ບໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ, ຫົວພັນ, ຫລວງພະບາງ, ໄຊຍະບູລີ ແລະ ແຂວງຊຽງຂວາງ.
  ຈຸດປະສົງ​ຂອງ
ການຝຶກອົບຮົມ ເພື່ອເປັນການຍົກສູງຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຫລັກການ ແລະ ເຄື່ອງມື ທີ່ນໍາໃຊ້ໃນການສ້າງ ແລະ ປັບປຸງວຽກງານ ການອອກໃບອະນຸຍາດດຳເນີນທຸລະກິດ, ໃນຂະແໜງທ່ອງທ່ຽວ ພ້ອມ​ທັງການຄຸ້ມຄອງຕິດຕາມກວດກາ ແລະ ການບໍລິການ ໃນຮູບແບບເອເລັກໂຕຣນິກທັນສະໄໝ (ແບບອອນລາຍ) ເພື່ອສ້າງຄວາມສະດວກ ແລະ ວອງໄວ ແກ່ການບໍລິການ ແລະ ການດຳເນີນງານ ໃນຂອບເຂດ ຖວທ ໂດຍສະເພາະ ຂົງເຂດການທ່ອງທ່ຽວ.
 ການຝຶກອົບຮົມຄັ້ງນີ້, ບັນດາ​ນັກສຳມະນາກອນ ຈະໄດ້ຮຽນຮູ້ຄູ່ມືການນຳໃຊ້ລະບົບອະນຸຍາດດຳເນີນທຸລະກິດ ໃນຂະແໜງການທ່ອງທ່ຽວ ໃນຮູບແບບເອເລັກໂຕຣນິກທັນສະໄໝ
, ການໃຊ້ເວບໄຊໜ້າບ້ານໂດຍລົງເລິກ ການສະໝັກບັນຊີ, ວິທີປ້ອນຂໍ້ມູນຂໍໃບອະນຸຍາດ ດຳເນີນທຸລະກິດ, ວິທີການປ້ອນຂໍ້ມູນອອກບັດນຳທ່ຽວ; ການໃຊ້ເວບໄຊຈັດຂໍ້ມູນຫລັງບ້ານ ໂດຍລົງເລິກ ການຈັດການໃບອະຍຸຍາດທຸລະກິດ, ການອະນຸມັດໃບອະນຸຍາດ, ການຈັດອັນດັບທຸລະກິດ, ການອັບເດດການຊຳລະເງິນ, ການຈັດຝຶກອົບຮົມນຳທ່ຽວ, ການຈັດການບັດນຳທ່ຽວ, ການຈັດການຜູ້ໃຊ້ລະບົບ ແລະ ການຈັດການຕັ້ງຄ່າລະບົບ.
  ພ້ອມ​ນີ້, ຜູ້ເຂົ້າຮ່ວມ ຍັງໄດ້ມີຄໍາຄິດຄຳເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການບໍລິການ ການທ່ອງທ່ຽວ ເພື່ອເຮັດໃຫ້ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ມີຄວາມເປັນເອກະພາບ ໃນທິດທາງດຽວກັນ.

KPL

ຂ່າວອື່ນໆ

ads
ads

Top