ບໍລິສັດ ຍີທູ ສົ່ງເສີມກະສິກຳ ສົ່ງເສີມປະຊາຊົນ ປູກພືດລະດູແລ້ງເປັນສິນຄ້າ ຢູ່ເມືອງໄຊ

08/07/2024 14:17
Email Print 237
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ການລົງທຶນ ສົ່ງເສີມປະຊາຊົນປູກພືດລະດູແລ້ງເປັນສິນຄ້າ ຢູ່ 5 ກຸ່ມບ້ານ ຂອງເມືອງໄຊ ແຂວງອຸດົມໄຊ ລະຫວ່າງ ອົງການປົກຄອງ ເມືອງໄຊ ກັບບໍລິສັດ ຍີທູ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຈໍາກັດ

 

  ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ການລົງທຶນ ສົ່ງເສີມປະຊາຊົນປູກພືດລະດູແລ້ງເປັນສິນຄ້າ ຢູ່ 5 ກຸ່ມບ້ານ ຂອງເມືອງໄຊ ແຂວງອຸດົມໄຊ ລະຫວ່າງ ອົງການປົກຄອງ ເມືອງໄຊ ກັບບໍລິສັດ ຍີທູ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຈໍາກັດ ໃນວັນທີ 5 ກໍລະກົດ 2024 ຜ່ານມາ ທີ່ເມືອງໄຊ, ເຊິ່ງໄລຍະການລົງທຶນ 10 ປີ ນັບແຕ່ປີ 2024 ເປັນຕົ້ນໄປ ຕາງໜ້າລົງນາມໂດຍ ທ່ານ ຄຳຊຽນ ອິດນຸຄານ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ແລະ ທ່ານ ອາເຊີນ ອຳນວຍການບໍລິສັດ ຍີທູ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເຂົ້າຮ່ວມ.   ຈຸດປະສົງຂອງການເຊັນສັນຍາຄັ້ງນີ້ ເພື່ອອະນຸຍາດໃຫ້ ບໍລິສັດ ຍີທູ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຈຳກັດ ລົງທຶນ ສົ່ງເສີມປະຊາຊົນ ປູກພືດລະດູແລ້ງ (ຖົ່ວຂົນ, ຖົ່ວເບີ ແລະ ຜັກສົດ) ເປັນສິນຄ້າ ຢູ່ 5 ກຸ່ມບ້ານຄື: ກຸ່ມບ້ານເທສະບານ, ກຸ່ມບ້ານນໍ້າກໍຕອນໃຕ້, ກຸ່ມນາງາມ, ກຸ່ມບ້ານຈອມອອງ ແລະ ບ້ານໃຫຍ່ນໍ້າແຫງ ເມືອງໄຊ, ສ່ວນເນື້ອທີ່ແມ່ນຈະໄດ້ເກັບກໍາຂໍ້ມູນລະອຽດໃນແຕ່ລະປີ ແລະ ອອກໃບຢັ້ງຢືນພື້ນທີ່ປູກຕົວຈິງ ມູນຄ່າທັງໝົດ 3,5 ລ້ານຢວນ. ການປູກຖົ່ວຂົນ ແລະ ຜັກສົດດ້ວຍຮູບການຮ່ວມມື 1+4 ໃນນີ້, ປະຊາຊົນຮັບຜິດຊອບມີ ທີ່ດິນ. ສ່ວນບໍລິສັດຮັບຜິດຊອບມີ ດ້ານທຶນຮອນ (ແນວພັນພືດ, ຝຸ່ນປຸ໋ຍ ແລະ ຄ່າຄາດໄຖທີ່ດິນ), ເຕັກນິກ (ວິທີການປູກ, ບົວລະບັດຮັກສາ ແລະ ເກັບກູ້ຜົນຜະລິດ), ຄ່າເຊົ່າດິນ, ຄ່າແຮງງານປະຊາຊົນ ແລະ ການຕະຫລາດ.   ສຳລັບການປູກຖົ່ວເບີ ດ້ວຍຮູບແບບຮ່ວມມື 2+3 ປະຊາຊົນຮັບຜິດຊອບມີ: ແຮງງານ ແລະ ທີ່ດິນ. ບໍລິສັດຮັບຜິດຊອບມີ: ດ້ານທຶນຮອນ (ແນວພັນພືດ, ຝຸ່ນປຸ໋ຍ ແລະ ຄ່າຄາດໄຖທີ່ດິນ), ເຕັກນິກ (ວິທີການປູກ, ບົວລະບັດຮັກສາ ແລະ ເກັບກູ້ຜົນຜະລິດ) ແລະ ຕະຫລາດ (ບໍລິສັດຈະເກັບຊື້ນໍາປະຊາຊົນ ຕາມລາຄາທ້ອງຕະຫລາດ ໂດຍບໍ່ໃຫ້ລຸດກັບລາຄາຄໍ້າປະກັນ ລາຍລະອຽດຈະມີສັນຍາຍ່ອຍ ໃນການ ກຳນົດລາຄາໃນແຕ່ລະປີ).

ຂ່າວ: ໄມພອນ
KPL

ຂ່າວອື່ນໆ

ads
ads

Top