ສະຫະພັນນັກຮົບເກົ່າ ເມືອງໝື່ນ ສຳເລັດການ​ດຳ​ເນີນກອງປະຊຸມໃຫຍ່ຂອງ​ຕົນ

08/07/2024 14:34
Email Print 261
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມສະມາຊິກ ສະຫະພັນນັກຮົບເກົ່າ ຄັ້ງທີ II ຂອງເມືອງໝື່ນ ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັບຈົບງາມ ໃນທ້າຍອາທິດຜ່ານມາ

   ຂປລ. ແຫລ່ງຂ່າວຈາກ ເມືອງໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມສະມາຊິກ ສະຫະພັນນັກຮົບເກົ່າ ຄັ້ງທີ II ຂອງເມືອງໝື່ນ ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັບຈົບງາມ ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວື່ ໄຊຈູໜາວສໍ  ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງວຽງຈັນ, ປະທານສະຫະພັນນັກຮົບເກົ່າເມືອງໝື່ນ, ທ່ານ ພັອ ບຸນຍົງ ວົງພະຈັນ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າ ແຂວງວຽງຈັນ, ທ່ານ ສອນໄຊ ຫລວງອາໄພ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ພ້ອມດ້ວຍພະນັກງານບຳນານ ແລະ ວິລະຊົນແຫ່ງຊາດ ເຂົ້າຮ່ວມ.
  ທ່ານ ສີວື່ ໄຊຈູໜາວສໍ  ໃຫ້ຮູ້ວ່າ: ​ໃນ​ໄລຍະ 5 ປີ ຜ່ານ​ມາ, ສະຫະພັນນັກຮົບເກົ່າ ​ເມືອງ​ໝື່ນ ໄດ້ເອົາໃຈໃສ່ຜັນຂະຫຍາຍ ບັນດາເອກະສານມູນເຊື້ອ ຂອງນັກຮົບເກົ່າ
ໃຫ້ສະມາຊິກພັກ, ອົງການຈັດຕັ້ງຮາກຖານ ເຂົ້າໃຈເຖິງບົດບາດຂອບເຂດສິດ ທີ່ພັກລັດມອບໝາຍໃຫ້, ເອົາໃຈໃສ່ປັບປຸງລະບົບການຄຸ້ມຄອງ ສ້າງກອງທຶນທະນຸເຄາະຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຖັນແຖວສະມາຊິກນັກຮົບເກົ່າ.
  ​ໃນ​ກອງ​ປະຊຸມ ບັນດາ​ຜູ້​ເຂົ້າ​ຮ່ວມ ​ໄດ້ປະກອບຄໍາຄິດເຫັນ ໃສ່ຮ່າງບົດລາຍງານທັງສອງພາກ,  ຮັບ​ຟັງມະຕິຕົກລົງ ຂອງຄະນະປະຈຳພັກເມືອງໝື່ນ ເລກທີ
132/ຄປພ,ມໝ ລົງວັນທີ 2/7/2024 ວ່າດ້ວຍການບົ່ງຕົວຄະນະບໍລິຫານງານ ສະຫະພັນນັກຮົບເກົ່າ ສະໄໝທີ II.
  ໂອກາດດຽວກັນນີ້, ທ່ານ ພັອ ບຸນຍົງ ວົງພະຈັນ ​ໄດ້ຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ປະກອບສ່ວນຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາ ສ້າງສາປະເທດຊາດ ແຕ່ອາດີດເຖິງປັດຈຸບັນ ພ້ອມທັງຊີ້ທິດເຍືອງທາງເຖິງຄະນະຊຸດໃໝ່ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນຢ່າງຈົບງາມ.

ຂ່າວ: ວັນນາ

KPL

ຂ່າວອື່ນໆ

ads
ads

Top