ຂປລ
ກຳປັ່ນ ມີຜູ້ໂດຍ ສານສ່ວນຫລາຍແມ່ນ ແມ່ຍິງ ແລະ ເດັກນ້ອຍ ພວມເດີນທາງກັບມາຈາກ ເທດສະການ ທາງສາສະໜາ ທີ່ຈັດຂຶ້ນໃນລັດ ໄນເຈີ ທາງພາກເໜືອ ຂອງປະເທດນີ້ ເກີດອຸບັດເຫດຫລົ້ມ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນ
ຂປລ. ອ້າງຕາມຂ່າວ ນິເຊຣີ, ວັນທີ 3 ຕຸລານີ້, ເຈົ້າໜ້າທີ່ ທ້ອງຖິ່ນ ໄນເຊຣີ ກ່າວວ່າ: ກຳປັ່ນ ມີຜູ້ໂດຍ ສານສ່ວນຫລາຍແມ່ນ ແມ່ຍິງ ແລະ ເດັກນ້ອຍ ພວມເດີນທາງກັບມາຈາກ ເທດສະການ ທາງສາສະໜາ ທີ່ຈັດຂຶ້ນໃນລັດ ໄນເຈີ ທາງພາກເໜືອ ຂອງປະເທດນີ້ ເກີດອຸບັດເຫດຫລົ້ມ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນ ແລະ ສາມາດຊ່ວຍເຫລືອ ຜູ້ທີ່ຢູ່ໃນກຳປັ່ນ ໄດ້ປະມານ 160 ຄົນ ຈາກຈຳນວນ ຜູ້ໂດຍສານ ເກືອບ 300 ຄົນ. ກຳປັ່ນ ຂ້າມຝາກ (ເຟີຣີ) ລຳດັ່ງກ່າວ ໄດ້ຫລົ້ມໃນແມ່ນໍ້າ ໄນເຈີ ໃກ້ກັບ ຊຸມຊົນ ກາບາຈີໂບ.
ກຳປັ່ນລຳດັ່ງກ່າວ ເດີນທາງຈາກເມືອງ ມຸນດີ ຊຶ່ງມີການຈັດງານ ສະຫລອງ ເມົາລິດົນບີ ເປັນວັນແຫ່ງການຍົກຍ່ອງ ວັນເກີດ ທ່ານ ນະບີມູຮຳ ໃນສາສະໜາ ອິສະລາມ ກັບມາຍັງ ຊຸມຊົນ ບາຈິໂບ ແລະ ເກີດອຸບັດເຫດຂຶ້ນ. ໂດຍໜ່ວຍ ປະຕິບັດການ ຊ່ວຍເຫລືອ ຍັງຄົງດຳເນີນການຢູ່ ໃນຂະນະນີ້ ,ສ່ວນສາເຫດຕົ້ນຕໍ ພວມຢູ່ ໃນຂະບວນການ ສືບສວນ ສອບສວນ ຂອງເຈົ້າໜ້າທີ່ກ່ຽວຂ້ອງແລ້ວ./.
KPL