ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

27/03/2025 17:01
Email Print 7101
ຂປລ ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.




ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ
25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ທ່ານ ເດຊານູລາດ ແສນດວງເດດ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ:ການສະເຫລີມສະຫລອງຄັ້ງນີ້ ເປັນເວທີທີ່ສໍາຄັນ ເພື່ອໃຫ້ພວກເຮົາເສີມສ້າງການຮ່ວມມື, ພັດທະນານະໂຍບາຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານສັງຄົມສົງເຄາະ ເພື່ອປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ ພ້ອມທັງ ຊ່ວຍໃນການສ້າງອະນາຄົດ ທີ່ມີຄວາມທົນທານໃຫ້ແກ່ຊຸມຊົນໃນທົ່ວພາກພື້ນ.





ທ່ານ ນາງ ມາກະລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ ປະຈໍາ ສປປລາວ ໄດ້ກ່າວວ່າ: ອົງການອຸຍນິເຊັບເຊື່ອໝັ້ນວ່າ ບຸກຄະລາກອນສັງຄົມສົງເຄາະທີ່ເຂັ້ມແຂງ ເປັນສິ່ງຈໍາເປັນສໍາລັບການປົກປ້ອງເດັກ ແລະ ການສ້າງຊຸມຊົນທີ່ມີຄວາມທົນທານ
, ດ້ວຍເຫດນີ້, ອົງການອຸຍນິເຊັບ ຈຶ່ງໄດ້ເຮັດວຽກຮ່ວມ ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ຄູ່ຮ່ວມງານອື່ນໆ ເພື່ອຮັບປະກັນວ່ານັກສັງຄົມສົງເຄາະ ໄດ້ຮັບການຮັບຮູ້, ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບການສະໜັບສະໜູນທີ່ເຂົາເຈົ້າສົມຄວນໄດ້ຮັບ.

ເຫດການໄພພິບັດທີ່ຜ່ານມາ ເຊັ່ນພະຍຸຢາກິ ທີ່ເກີດຂຶ້ນໃນປີ 2024 ໄດ້ເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງໃນແຂວງຫລວງນໍ້າທາ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສຳຄັນ ຂອງຄໍາແນະນໍາຂອງພາກພື້ນ ສໍາລັບປະເທດສະມາຊິກອາຊຽນ ກ່ຽວກັບບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນ ຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານ ຕໍ່ສະພາບດິນຟ້າອາກາດ. ນັກສັງຄົມສົງເຄາະເຄິ່ງມືອາຊີບ ໄດ້ມີບົດບາດສຳຄັນໃນການລະບຸເດັກທີ່ມີຄວາມສ່ຽງ, ເຊື່ອມຕໍ່ຄອບຄົວເດັກເຫລົ່ານັ້ນ ກັບການບໍລິການໃນພາວະສຸກເສີນ ແລະ ໃຫ້ການຊ່ວຍເຫລືອດ້ານຈິດໃຈຢູ່ໃນທີ່ພັກອາໄສຊົ່ວຄາວ, ຊ່ວຍຫລຸດຜ່ອນ ຄວາມສ່ຽງ ແລະ ການຟື້ນຟູໃນຊຸມຊົນ.






ສປປ ລາວ ພວມຮ່າງກົດໝາຍ ວ່າດ້ວຍວຽກງານສັງຄົມສົງເຄາະ
, ເຊິ່ງເປັນກົດໝາຍສະບັບທຳອິດກ່ຽວກັບວຽກງານສັງຄົມສົງເຄາະຂອງປະເທດ ຄາດວ່າກົດໝາຍສະບັບນີ້ ຈະຖືກຮັບຮອງໃນທ້າຍປີນີ້. ພາຍໃຕ້ກົດໝາຍດັ່ງກ່າວ ວິຊາຊີບສັງຄົມສົງເຄາະ ຈະໄດ້ຮັບການພັດທະນາ ແລະ ຮັບປະກັນບໍລິການທີ່ມີຄຸນນະພາບ. ໃນຂະນະດຽວກັນ, ມະຫາວິທະຍາໄລແຫ່ງຊາດ ກໍໄດ້ປັບປຸງຫລັກສູດ ປະລິນຍາຕີ ພາກວິຊາສັງຄົມສົງເຄາະ ເພື່ອລວມເອົາຫົວຂໍ້ການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ສະພາບອາກາດເຂົ້າໃນຫລັກສູດດັ່ງກ່າວ ເພື່ອກຽມພ້ອມນັກສຶກສາ ສຳລັບການແກ້ໄຂສິ່ງທ້າທາຍ ຈາກການປ່ຽນແປງດິນຟ້າອາກາດ ແລະ ຄວາມສ່ຽງທາງດ້ານສັງຄົມ.

ໃນຂະນະທີ່ ອາຊຽນ ພວມຜະເຊີນກັບຄວາມສ່ຽງ ດ້ານສະພາບອາກາດທີ່ເພີ່ມຂຶ້ນ, ການນຳພາຂອງ ສປປ ລາວ ໃນການສົ່ງເສີມວຽກງານສັງຄົມ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການລົງທຶນ ໃສ່ການພັດທະນາບຸກຄະລາກອນ ສັງຄົມສົງເຄາະທີ່ເຂັ້ມແຂງ ແລະ ມີຄວາມທົນທານໃນທົ່ວອາຊີຕະເວັນອອກສຽງໃຕ້.

KPL

ຂ່າວອື່ນໆ

    • ປະເທດ ເນປານອາຊຽນ ASEAN

      ປະເທດ ເນປານ

      5/20/2025 7:51:05 PM

      ປະເທດເນປານ(Nepal) ຫລືຊື່ ທາງການວ່າ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ(Federal Democratic Republic of Nepal) ມີນະຄອນຫລວງຊື່ວ່າ: ກັດມັນດູ(Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃນອາຊີຕາເວັນອອກສ່ຽງໃຕ້

    • ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະອາຊຽນ ASEAN

      ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

      5/19/2025 9:38:26 PM

      ບັນດາ ປະເທດ ສະມາຊິກ ອາຊຽນ ພວມປະຕິບັດ ບັນດາ ບາດກ້າວ ຟື້ນຕົວ ແນວຄວາມຄິດ ສ້າງຕັ້ງກອງທຶນ ເງິນຕາ ສະເພາະ, ໃນສະພາບການຄວນຍູ້ແຮງ ການຫັນປ່ຽນ, ພິເສດ ໃນຂົງເຂດການເງິນ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ads
ads

Top