ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

03/04/2025 19:39
Email Print 434
ຂປລ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ


ຂປລ. ໃນຕອນບ່າຍຂອງວັນທີ 3 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

ຈາກນັ້ນ, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມເສຍໃຈຕໍ່ ຄອບຄົວສີພັນດອນ ແລະ ຄະນະຈັດຕັ້ງພິທີຊາປະນະກິດຕາມລຳດັບ ແລະ ໃນໂອກາດອັນໂສກເສົ້າເສຍດາຍນີ້, ສະຫາຍ ສະຫາຍ ໂຕ ເລິມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.


ໃນໂອກາດດຽວກັນນີ້, ການນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ການນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກໍໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.





ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ສະຫາຍ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ, ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫລັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ, ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປາກົດການທີ່ຝືນກັບຫລັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫລອດມາ.



ຂ່າວ: ກິດຕາ
ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:35:45 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.

    • ການນໍາຂັ້ນສູງກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນການເມືອງ

      ການນໍາຂັ້ນສູງກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

      4/5/2025 5:24:26 PM

      ຂປລ. ໃນວັນທີ 4 ເມສາ 2025, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາ ຈັກ ກໍາປູເຈຍ ໄດ້ຕ້ອນຮັບການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດປະຈໍາ ຣາຊະອານາຈັກ ກໍາປູເຈຍ ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ຫລາຍພາກສ່ວນສືບຕໍ່ ເຂົ້າວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຫລາຍພາກສ່ວນສືບຕໍ່ ເຂົ້າວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:08:35 PM

      ຂປລ. ໃນວັນທີ 5 ເມສາ 2025 ນີ້, ບັນດາເອກອັກຄະລັດຖະທູດ ຕ່າງປະເທດ ປະຈຳລາວ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳລາວ, ຄະນະນຳຈາກບັນດາແຂວງ, ບັນດາຄອບຄົວການນຳ-ອະດີດການນຳ ພັກ, ລັດ ແລະ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີກຳປູເຈຍ ວາງພວງມາລາ- ເຊັນປື້ມໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ນາຍົກລັດຖະມົນຕີກຳປູເຈຍ ວາງພວງມາລາ- ເຊັນປື້ມໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:00:26 PM

      ຂປລ. ໃນວັນທີ 5 ເມສາ 2025 ນີ້, ສົມເດັດ ມະຫາ ບໍວໍທິບໍດີ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ.

    • ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມວາງພວງມະລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນການເມືອງ

      ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມວາງພວງມະລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

      4/5/2025 4:53:56 PM

      ຂປລ. ໃນວັນທີ 4 ເມສາ 2025 ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດຖະບານແຫ່ງ ສສ ຫວຽດນາມເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

ads
ads

Top