ການນໍາຂັ້ນສູງກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດ ວາງພວງມາລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

05/04/2025 17:24
Email Print 489
ຂປລ ຂປລ. ໃນວັນທີ 4 ເມສາ 2025, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາ ຈັກ ກໍາປູເຈຍ ໄດ້ຕ້ອນຮັບການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດປະຈໍາ ຣາຊະອານາຈັກ ກໍາປູເຈຍ ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ


ຂປລ. ໃນວັນທີ
4 ເມສາ 2025, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາ ຈັກ ກໍາປູເຈຍ ໄດ້ຕ້ອນຮັບການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ທູຕານຸທູດຕ່າງປະເທດປະຈໍາ ຣາຊະອານາຈັກ ກໍາປູເຈຍ ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງປະກອບມີ: ພັກປະຊາຊົນກໍາປູເຈຍ ນໍາໂດຍ ສົມເດັດອັກຄະໂມຫາຍັນຈັກຣິ ເຮັງ ສຳຣິນ ປະທານກິຕິມະສັກ ພັກປະຊາຊົນ ກຳປູເຈຍ ແລະ ປະທານກິຕິມະສັກທີ່ປຶກສາສ່ວນຕົວເຈົ້າຊີວິດ; ຕາງໜ້າສະພາສູງ ກຳປູເຈຍ ນຳໂດຍ ທ່ານ Ouch Borith ຮອງປະທານສະພາສູງຜູ້ທີ 1, ຮັກສາການປະທານສະພາສູງ ພ້ອມຄະນະ ແລະ ຕາງໜ້າຈາກສະພາແຫ່ງຊາດ ນໍາໂດຍ Samdech MohaRathsapheathika Thipadei KHUON SUDARY ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ພ້ອມຄະນະ. ພ້ອມດຽວກັນນີ້, ກໍມີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ກະຊວງສໍານັກພະຣາຊະວັງ ໂດຍການຕ້ອນຮັບຂອງ ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພະນັກງານການທູດ.


ເນື້ອໃນທີ່ ສົມເດັດອັກຄະມະຫາໂປເຍຍຈັກກຣີ ເຮັງ ສໍາຣິນ ໄດ້ຂຽນໃນປຶ້ມໄວ້ອາໄລ ລະບຸວ່າ: ພັກປະຊາຊົນ ກໍາປູເຈຍ (CPP) ຮູ້ສຶກເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮັບຊາບວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ດ້ວຍອາຍຸ 102 ປີ, ພ້ອມທັງຕີລາຄາສູງຕໍ່ຜົນງານ ແລະ ຄຸນງາມຄວາມດີວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນສໍາຄັນຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ພາລະກິດປ່ຽນໃໝ່ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການພັດທະນາຮັດແໜ້ນສາຍພົວພັນຮ່ວມມື ມິດຕະພາບແບບອ້າຍນ້ອງ ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໂດຍສະເພາະແມ່ນ ລະຫວ່າງສອງພັກ-ລັດ. ການສູນເສຍຜູ້ນຳຂອງລາວໃນຄັ້ງນີ້, ເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດ ບໍ່ພຽງແຕ່ພັກ-ລັດຖະບານ ແລະ ປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນສູນເສຍເພື່ອນສະຫາຍທີ່ຮັກແພງຂອງ ພັກ-ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ອີກດ້ວຍ.



ພ້ອມກັນນັ້ນ
, ສົມເດັດອັກຄະໂມຫາຍັນຈັກຣີ ເຮັງ ສໍາຣິນ ໄດ້ຕາງໜ້າລັດຖະບານ ກໍຄື ພັກປະຊາຊົນ ກໍາປູເຈຍ (CPP) ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕະຫລອດຮອດ ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ໄດ້ສູນເສຍການນໍານັກປະຕິວັດທີ່ສໍາຄັນຂອງພັກ ແລະ ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິພົບ.

ໃນໂອກາດດຽວກັນນີ້, Samdech MohaRathsapheathika Thipadei KHUON SUDARY ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍປູເຈຍ ຍັງໄດ້ມອບສານສະແດງຄວາມເສົ້າສະຫລົດໃຈໄວ້ອາໄລຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງ ສະພາແຫ່ງຊາດ ແລະ ຄອບຄົວສະຫາຍ ພົນເອກ ຄໍາໄຕ ສີພັນດອນ. ຈາກນັ້ນ, ຕາງໜ້າກະຊວງສໍານັກພະຣາຊະວັງ ໄດ້ນໍາເອົາສານສະແດງຄວາມ ເສົ້າສະຫລົດໃຈໄວ້ອາໄລ ຂອງເຈົ້າຊີວິດ ໂນໂລດົມ ສີຫາມຸນີ(Norodom Sihamoni) ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ມອບໃຫ້ສະຖານເອກອັກຄະລັດຖະທູດລາວ ເພື່ອສົ່ງຕໍ່ເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ບົວແກ້ວ ພູມວົງໄຊ ກໍໄດ້ຕາງໜ້າພັກ ແລະ ລັດຖະບານ ກໍຄື ຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກປະຊາຊົນ ກໍາປູເຈຍ ແລະ ສະພາແຫ່ງຊາດ ກໍຄື ລັດຖະບານ ກຳປູເຈຍ ແລະ ຢືນຢັນຈະສືບຕໍ່ ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລາວ-ກໍາປູເຈຍ ໃຫ້ເຂົ້າສູ່ລວງເລິກ.

ໃນວັນດຽວກັນ, ຍັງໄດ້ຕ້ອນຮັບບັນດາທູຕານຸທູດຕ່າງປະເທດ ປະຈຳຣາຊະອານາຈັກກຳປູເຈຍ ເຂົ້າມາເຊັມປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຊຶ່ງປະກອບມີ: ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ, ສະຖານເອກອັກຄະລັດຖະທູດ ຣັດເຊຍ, ສະຖານເອກອັກຄະລັດຖະທູດກູບາ, ສະຖານເອກອັກຄະລັດຖະທູດສະຫະລັດອາເມລິກາ, ສະຖານເອກອັກຄະລັດຖະທູດຕວກກີ, ສະຖານເອກອັກຄະລັດຖະທູດມຽນມາ, ສະຖານເອກອັກຄະລັດຖະທູດອັງກິດ, ສະຖານເອກອັກຄະລັດຖະທູດອົດສະຕຣາລີ, ສະຖານເອກອັກ ຄະລັດຖະທູດ ເຢຍລະມັນ ແລະ ສະຖານເອກອັກຄະລັດຖະທູດ ບຣູໄນ. ຈາກນັ້ນ, ທ່ານ ບົວແກ້ວ ພູມວົງໄຊ ຍັງໄດ້ນໍາພາພະນັກງານສະຖານທູດ ຮ່ວມໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອີກດ້ວຍ.


ຂ່າວ-ພາບ: ຄໍາພັນ ຄອນມະນີ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

      4/7/2025 8:10:49 PM

      ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

      4/7/2025 8:06:14 PM

      ຂປລ. ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ຈັດຂຶ້ນຢ່າງສົມກຽດ ໃນວັນທີ 7 ເມສາ 2025 ນີ້, ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍ​ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      4/7/2025 7:54:28 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມ

      4/7/2025 7:51:33 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

    • ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດການເມືອງ

      ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ

      4/7/2025 7:43:31 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານຂອງນັກສຶກສາອາຊີວະ ຢູ່ ໂຮງ​ແຮມ Crowne Plaza ແລະ ໂຮງແຮມ Holiday Inn ​ ​ໃນ​ນະຄອນຫລວງ​ວຽງ​ຈັນ ເພື່ອພົບປະນັກຮຽນຝຶກງານ ໃນສາຂາສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

ads
ads

Top