ຂປລ
ຂປລ. ກອງປະຊຸມຮຽບຮຽງຄືນບັນດາເນື້ອໃນຂອງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ (ສພຊ) ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

ຂປລ. ກອງປະຊຸມຮຽບຮຽງຄືນບັນດາເນື້ອໃນຂອງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ (ສພຊ) ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈັດຂຶ້ນເມື່ບໍ່ດົນຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການຂອງ ສພຊ, ທ່ານ ລີຈີນໍ ພາສະທຣານາ ຊ່ຽວຊານອາວຸໂສຈາກແຜນງານການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ, ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນເຖິງຄວາມສຳຄັນ ໃນການປັບປຸງຄືນບັນດາເນື້ອໃນຂອງກົດໝາຍ ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ (ສະບັບປັບປຸງປີ 2025) ແລະ ບັນດາກົດໝາຍກ່ຽວຂ້ອງທີ່ໄດ້ຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX.

ໂອກາດນີ້, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ໃນການປັບປຸງກົດໝາຍດັ່ງກ່າວ ເພື່ອຈະໄດ້ລາຍງານ ຕໍ່ຄະນະປະຈຳສະພາແຫ່ງຊາດໃນຕໍ່ໜ້າ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດຮຽນ ກ່ຽວກັບການປັບປຸງກົດໝາຍຂອງອົງການນິຕິບັນຍັດ ປະເທດຟີລິບປິນຕື່ມອີກ.

ຂ່າວ-ພາບ: ສພຊ
KPL