ຂປລ
ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປີດແງ່ຫວັງໃໝ່ ໃຫ້ແກ່ ການສ້າງປະຊາຄົມ ແບ່ງປັນອະນາຄົດ ສປ ຈີນ - ສສ ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ ແລະ ການພັດທະນາ ຂອງພາລະກິດ ສັງຄົມນິຍົມ ຂອງສອງປະເທດ, ສົ່ງພະລັງງານ ອັນຕັ້ງໜ້າ ເຂົ້າການວັດທະນາຖາວອນ ແລະ ສະຖຽນລະພາບ ຂອງພາກພື້ນ ແລະ ໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ການຖະແຫລງຂ່າວ ນັດສາມັນ ຂອງກະຊວງການຕ່າງປະເທດ ກ່ຽວກັບ ການຢ້ຽມຢາມ ທາງລັດຖະກິດຢູ່ ສສ ຫວຽດນາມ ຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານ ປະເທດຈີນ ເມື່ອບໍ່ດົນມານີ້, ທ່ານ ຫລິນຈຽນ, ໂຄສົກ ກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ: ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປີດແງ່ຫວັງໃໝ່ ໃຫ້ແກ່ ການສ້າງປະຊາຄົມ ແບ່ງປັນອະນາຄົດ ສປ ຈີນ - ສສ ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ ແລະ ການພັດທະນາ ຂອງພາລະກິດ ສັງຄົມນິຍົມ ຂອງສອງປະເທດ, ສົ່ງພະລັງງານ ອັນຕັ້ງໜ້າ ເຂົ້າການວັດທະນາຖາວອນ ແລະ ສະຖຽນລະພາບ ຂອງພາກພື້ນ ແລະ ໂລກ. ທັງເປັນການຮັດແໜ້ນ ສາຍພົວພັນ ການຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ. ທ່ານ ຫລິນຈຽນ ຢັ້ງຢືນວ່າ: ສປ ຈີນ ຈະພ້ອມກັບ ສສ ຫວຽດນາມ ປະຕິບັດ ບັນດາຄວາມຮັບຮູ້ລວມສຳຄັນ ເຊິ່ງການນຳ ຂັ້ນສູງສອງພັກ, ສອງລັດ ບັນລຸໄດ້ ຢ່າງເຂັ້ມງວດ, ສືບທອດ ການພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ “ນ້ຳໃຈທີ່ເຂັ້ມຂຸ້ນ ລະຫວ່າງ ສສ ຫວຽດນາມ-ສປ ຈີນ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ຮັບປະກັນ ການສ້າງປະຊາຄົມ ແບ່ງປັນອະນາຄົດ ສປ ຈີນ - ສສ ຫວຽດນາມ ທີ່ມີຄວາມໝາຍ ຍຸດທະສາດພັດທະນາ ຢ່າງເປັນປົກກະຕິ ແລະ ຍາວນານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL