ຂປລ
ຂປລ. ສູນກາງແນວລາວສ້າງຊາດ ຈັດກອງປະຊຸມປຶກສາຫາ ລືກ່ຽວກັບການແຈ້ງຂ່າວການລະສັງຂານ, ການບຳເພັນກຸສົນ ແລະ ການກໍານົດວັນຊາປະນະກິດສະຣີລະສັງຂານ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ທີ່ໄດ້ລະສັງຂານ (ມໍລະນະພາບ)

ຂປລ. ສູນກາງແນວລາວສ້າງຊາດ ຈັດກອງປະຊຸມປຶກສາຫາ ລືກ່ຽວກັບການແຈ້ງຂ່າວການລະສັງຂານ, ການບຳເພັນກຸສົນ ແລະ ການກໍານົດວັນຊາປະນະກິດສະຣີລະສັງຂານ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ທີ່ໄດ້ລະສັງຂານ (ມໍລະນະພາບ) ໃນວັນທີ 17 ເມສາ 2025 (ພຸດທະສັງກາດ 2568) ເວລາ 00:22 ໂມງ ລວມສິຣິອາຍຸໄດ້ 92 ປີ, 72 ພັນສາ. ປັດຈຸບັນ, ສະຣີລະສັງຂານຂອງພະອາຈານໃຫຍ່ ໄດ້ບໍາເພັນກຸສົນ ຢູ່ທີ່ຫໍທໍາມະສະພາ (ຊັ້ນ 2) ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນວັນທີ 18 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານ ສູນກາງ ອພສ, ທ່ານ ວິໄລວົງ ບຸດດາຄຳ ກໍາມະການສໍາສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ມີຮອງປະທານສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍໄດ້ປຶກສາຫາລືກ່ຽວກັບ ການແຕ່ຕັ້ງຄະນະຮັບຜິດຊອບງານຊາປະນະກິດ, ອະນຸກຳມະການດ້ານຕ່າງໆ ແລະ ການກໍານົດວັນຊາປະນະກິດສະຣີລະສັງຂານ ຫລື ປະຊຸມເພີງ (ຈູດ) ຈະໄດ້ຈັດຂຶ້ນໃນ ວັນເສົາ ວັນທີ 17 ພຶດສະພາ 2025 ຢູ່ເດີ່ນພະທາດຫລວງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ມີລາຍລະອຽດດັ່ງນີ້: ເວລາ 13:00 ໂມງ ເຄື່ອນສະຣີລະຂອງພະອາຈານໃຫຍ່ ອອກຈາກຫໍທໍາມະສະພາ ສູ່ສະຖານທີ່ຊາປະນະກິດ (ຊົ່ວຄາວ) ຢູ່ເດີ່ນທາດຫລວງ, ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີຕາມວາລະ, ເວລາ 20:00 ໂມງ ພິທີສູດອະພິທໍາສັງຄະຫະ, ວາງດອກໄມ້ທູບທຽນ ແລະ ຖວາຍເພີງ; ວັນທີ 18 ພຶດສະພາ 2025 ເປັນມື້ເກັບອັດຖິ; ວັນທີ 19 ພຶດສະພາ 2025 ເປັນມື້ຫ້າງຫາກະກຽມ ຕັ້ງອັດຖະ (ກອງບຸນ) ຢູ່ຫໍທັມມະສະພາ; ວັນທີ 20 ພຶຶດສະພາ 2025 ເວລາ 07:00 ໂມງ ຕັກບາດ-ຖວາຍກອງບຸນ ແລະ ເຄື່ອງໄທຍະທານ; ດັ່ງນັ້ນ, ຈຶ່ແຈ້ງຂ່າວມາຍັງ ການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ບຸກຄົນ-ນິຕິບຸກຄົນ ເພື່ອຊາບທົ່ວເຖິງກັນແລະ ຖ້າຫາກທ່ານໃດມີຄວາມປະສົງ ຈະໄປເຂົ້າຄາລະວະສະຣີລະສັງຂານ (ເຄົາລົບສົບ), ເຂົ້າຮ່ວມພິທີບໍາເພັນກຸສົນ ແລະ ຮ່ວມເປັນເຈົ້າພາບເຈົ້າ ສັດທາຖວາຍຈະຕຸປັດໄຈ ຫລື ປະກອບສ່ວນກິນທານ ໃນພິທີດັ່ງກ່າວ ແມ່ນສາມາດໄປໄດ້ທຸກໆວັນ, ເລີ່ມແຕ່ວັນທີ 18 ເມສາ 2025 ຫາ 16 ພຶດສະພາ 2025 ແຕ່ເວລາ 08:00 ໂມງ ຫາ 21:00ໂມງ.
ຂ່າວ-ພາບ: ພ.ພຽງ
KPL