ກະຊວງ ຖວທ ເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ

19/04/2025 18:59
Email Print 179
ຂປລ ຂປລ. ກອງເລຂາຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ ຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມເຊື່ອມຊຶມເອກະສານ ປັບປຸງກົງຈັກການຈັດຕັ້ງ ໃນວັນທີ 18 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ກຳມະການຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ

ຂປລ. ກອງເລຂາຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ ຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມເຊື່ອມຊຶມເອກະສານ ປັບປຸງກົງຈັກການຈັດຕັ້ງ ໃນວັນທີ 18 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ກຳມະການຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ, ມີທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີກະຊວງ ຖວທ, ມີຄະນະຮັບຜິດຊອບປັບ ປຸງກົງຈັກການຈັດຕັ້ງ, ຄະນະບໍລິຫານງານ ພັກກະຊວງ, ເລຂາພັກຮາກຖານ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານຫລັກແຫລ່ງທົ່ວຂະແໜງ ຖວທ ເຂົ້າຮ່ວມ.


ທັງນີ້, ກໍເພື່ອເຊື່ອມຊຶມບັນດານິຕິກໍາກ່ຽວກັບການປັບປຸງກົງຈັກການຈັດຕັັ້ງ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດໃຫ້ຄະນະພັກ-ຄະນະນໍາ ຕະຫລອດຮອດ ສະມາຊິກພັກ-ພະນັກງານ ທົ່ວກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນທີ່ຕ້ອງປັບປຸງ ກົງຈັກການຈັດຕັ້ງຄັັ້ງນີ້ ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບ ຄະນະຮັບຜິດຊອບ ການໂອນວຽກສື່ມວນຊົນ ກໍຄື ວຽກງານຖະແຫລງຂ່າວ, ພ້ອມທັງຍົກຍ້າຍ ບຸກຄະລາກອນອອກຈາກ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານພັກ ແລະ ພະນັກງານຂອງກະຊວງ ຖວທ ກໍຄື ການປະຕິບັດ ສິດ ແລະ ໜ້າທີ່ໃນການປັບປຸງ ກົງຈັກການຈັດຕັ້ງໃນຂະແໜງ ຖວທ ໃນໄລຍະຜ່ານມາ ເຖິງປັດຈຸບັນໂດຍຫຍໍ້ ເຊິ່ງໄລຍະຜ່ານມາ ໂດຍອີງຕາມບັນດາມະຕິ, ທິດຊີ້ນໍາຂອງຂັ້ນເທິງ ໃນການປັບປຸງກົງຈັກການຈັດຕັ້ງຂອງພັກ, ຂອງລັດໃນແຕ່ລະໄລຍະ ຄະນະນໍາກະຊວງ ຖວທ ໄດ້ເອົາໃຈໃສ່ປັບປຸງກົງ ຈັການຈັດຕັ້ງພາຍໃນ ຂະແໜງການແຕ່ ສູນກາງລົງຮອດທ້ອງຖິ່ນ ໄດ້ທົ່ວເຖິງ, ມີຄວາມໜັກແໜ້ນຕາມທິດກະທັກຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ ເໝາະສົມຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ, ໄດ້ກຳນົດຄືທີ່ຕັ້ງ, ພາລະບົດບາດຂອງກະຊວງ, ໂຮມບັນດາກົມ-ກອງທີ່ມີບົດບາດໃກ້ຄຽງ ຫລື ຊໍ້າຊ້ອນກັນ ລວມທັງບັນດາຂະແໜງ ການຢູ່ຂັ້ນທ້ອງຖິ່ນ ແລະ ອື່ນໆ.





ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກໍໄດ້ເຜີຍແຜ່ເນື້ອໃນຈິດໃຈຂອງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັການຈັດຕັ້ງ ເລກທີ 03, ລົງວັນທີ 12 ມີນາ 2025, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ-ໂຮມກະຊວງ, ອົງການ ຫລື ໂອນບາງໜ້າວຽກໄປໃຫ້ ພາກສ່ວນອື່ນ ຮັບຜິດຊອບ, ທັດສະນະຊີ້ນໍາຂອງ ການປັບປຸງກົງຈັກການຈັດຕັ້ງ, ທິດທາງຄາດໝາຍໃນການປັບປຸງການຈັດຕັ້ງ ເຊິ່ງການປັບປຸງການຈັດຕັ້ງແມ່ນເລື່ອງປົກກະຕິ ເພື່ອເຮັດໃຫ້ການເຄື່ອນໄຫວ ຂອງກົງຈັກການຈັດຕັ້ງມີປະສິດທິຜົນ ຕອບສະໜອງໜ້າທີ່ການ ເມືອງ, ທັງໃຫ້ສອດຄ່ອງກັບລະບົບການເມືອງ ແລະ ການປ່ຽນແປງໃໝ່ ໃນແຕ່ລະໄລຍະ.




ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top