ສັນຕະປາປາອົງໃໝ່ ເປັນຊາວອາເມລິກາ ເປັນຄົນທຳອິດ

09/05/2025 15:10
Email Print 126
ຂປລ ໂບດໂຣມັນ ຄາທໍລິກ(Roman Catholic) ໄດ້ສະເດັດ ສັນຕະປາປາ ອົງໃໝ່ແລ້ວ ຫລັງຈາກ ຄະນະພະ ຄາດີນໍລ(Cardinal) ຜູ້ເລືອກຕັ້ງ 133ຄົນ ມີມະຕິເລືອກ ພະຄາດີນໍລ ໂຣເບີດ ພຣີໂວສ(Robert Prevost) ຈາກລັດ ຊິຄາໂກ ຂອງ ສ.ອາເມລິກາ

ຂປລ.ຕາມຂ່າວຈາກ ອີຕາລີ, ວັນທີ9 ພຶດສະພານີ້, ໂບດໂຣມັນ ຄາທໍລິກ(Roman Catholic) ໄດ້ສະເດັດ ສັນຕະປາປາ ອົງໃໝ່ແລ້ວ ຫລັງຈາກ ຄະນະພະ ຄາດີນໍລ(Cardinal) ຜູ້ເລືອກຕັ້ງ 133ຄົນ ມີມະຕິເລືອກ ພະຄາດີນໍລ ໂຣເບີດ ພຣີໂວສ(Robert Prevost) ຈາກລັດ ຊິຄາໂກ ຂອງ ສ.ອາເມລິກາ ໃຫ້ໄດ້ຮັບ ຕຳແໜ່ງ ຕໍ່ຈາກ ສັນຕະປາປາ ຟຣັງຊິສໂກ ຖືເປັນ ຊາວອາເມລິກາ ຄົນທຳອິດ ທີ່ດຳລົງຕຳແໜ່ງນີ້ ທ່າມກາງ​ ສຽງ​ຊົມ​ເຊີຍ​ ແລະ ​ສຽງ​ຕົບມື ​ຈາກ​ຝູງ​ຊົນ​ ຫລາຍກວ່າ 40.000ຄົນ ​ໃນ​ສະໜາມ​ຫລວງ ເຊັນປີເຕີ.ຖືກວ່າ ສັນຕະປາປາ ໂຣເບີດ ພຣີໂວສ ເປັນ ອົງປະມຸກແຫ່ງ ໂບດໂຣມັນຄາທໍລິກ ອົງທີ 267 ຊຶ່ງມີສະມາຊິກ ຫລາຍກວ່າ 1.400 ລ້ານຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top