ການເຄື່ອນໄຫວສະເຫລີມສະຫລອງ 80 ປີແຫ່ງວັນໄຊຊະນະຟາດຊິດ

09/05/2025 21:56
Email Print 105
ຂປລ ຣັດເຊຍ ໄດ້ຈັດພິທີ ສະເຫລີມ ສະຫລອງ 80 ປີ ແຫ່ງວັນໄຊຊະນະ ສົງຄາມ ປົກປ້ອງ ປະຕຸພູມ ອັນຍິ່ງໃຫຍ່. ເຫດການຫລັກ ຂອງວັນໄຊຊະນະ ແມ່ນການເດີນ ສວນສະໜາມ ກ້ອນກຳລັງ ຢູ່ຈັດຕູລັດແດງ ຈັດຂຶ້ນ ເວລາ 10 ໂມງ ວັນທີ 9ພືດສະພານີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຣັດເຊຍ ໄດ້ຈັດພິທີ ສະເຫລີມ ສະຫລອງ 80 ປີ ແຫ່ງວັນໄຊຊະນະ ສົງຄາມ ປົກປ້ອງ ປະຕຸພູມ ອັນຍິ່ງໃຫຍ່. ເຫດການຫລັກ ຂອງວັນໄຊຊະນະ ແມ່ນການເດີນ ສວນສະໜາມ ກ້ອນກຳລັງ ຢູ່ຈັດຕູລັດແດງ ຈັດຂຶ້ນ ເວລາ 10 ໂມງ ວັນທີ 9ພືດສະພານີ້. ໂດຍຣັດເຊຍ ໄດ້ເຊື້ອເຊີນ ການນຳທີ່ມາຈາກ 29 ປະເທດ ເຂົ້າຮ່ວມ ເຫດການນີ້. ໃນຈຳນວນບັນດາ ການນຳເຂົ້າຮ່ວມ ພິທີເດີນສະໜາມ ກ້ອນກຳລັງມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ທ່ານ  ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານ ປະເທດຈີນ, ທ່ານ ລູອີສ ອິນນາເຊຍ ລູລາ ດາ ຊີວາ (Luiz Inacio Lula da Silva), ປະທານາທິບໍດີ ບຣາຊິນ, ທ່ານ ນິກໂຄລາສ ມາດູໂຣ(Nicolas Maduro) ປະທານາທິບໍດີ ເວເນຊູເອລາ, ທ່ານ ແອບເດລ ຟາຕາ ເອລ ຊີຊີ(Abdel Fattah el-Sisi), ປະທານາທິບໍດີ ເອຢິບ. ກ່ອນໜ້ານັ້ນ, ໃນວັນທີ 8 ພຶດສະພາ, ພິທີສະເຫລີມ ສະຫລອງ ເຫດການນີ້ ກໍ່ໄດ້ຈັດຂຶ້ນຢູ່ ຫລາຍປະເທດ./.(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top