ຂປລ
ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກັບບັນດາກະຊວງ, ຂະແໜງການ ກ່ຽວກັບ ໂຄງການພັດທະນາ ຂະແໜງອຸດສາຫະກຳ ສິ່ງແວດລ້ອມ ຫວຽດນາມ, ໄລຍະ 2030, ວິໄສທັດຮອດປີ 2050.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 2 ກໍລະກົດນີ້ ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມ ກັບບັນດາກະຊວງ, ຂະແໜງການ ກ່ຽວກັບ ໂຄງການພັດທະນາ ຂະແໜງອຸດສາຫະກຳ ສິ່ງແວດລ້ອມ ຫວຽດນາມ, ໄລຍະ 2030 ວິໄສທັດຮອດປີ 2050. ຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ຫວຍດນາມ ຮຽກຮ້ອງ ໃຫ້ໂຄງການພັດທະນາ ຂະແໜງ ອຸດສາຫະກຳ ສິ່ງແວດລ້ອມ ຕ້ອງວາງເປົ້າໝາຍລະອຽດ, ມີທິດທາງຢ່າງຈະແຈ້ງ, ເພື່ອແນໃສ່ ຊຸກຍູ້ຂະແໜງນີ້ ໃຫ້ກາຍເປັນ ຂະແໜງ ເສດຖະກິດ ປາຍແຫລມ, ປະກອບສ່ວນແກ້ໄຂບັນຫາມົນລະພິດ ໃຫ້ມີປະສິດທິຜົນ ແລະ ປະກອບສ່ວນ ຢ່າງແທດຈິງ ໃຫ້ແກ່ ການເຕີບໂຕເສດຖະກິດ. ໃນກອງປະຊຸມ ດັ່ງກ່າວ, ການນຳບັນດາກະຊວງ, ຂະແໜງການ ໄດ້ສຸມໃສ່ ປະກອບ ຄຳເຫັນ ກ່ຽວກັບ ເປົ້າໝາຍ ຂອງໂຄງການ, ມາດຕະການ - ຂໍ້ກຳນົດດ້ານເຕັກນິກ, ການພັດທະນາຕະຫລາດ ແລະ ພື້ນຖານໂຄງລ່າງດ້ານຂໍ້ມູນ. ບັນດາຄຳເຫັນສະ ເໜີຕ້ອງມີການໜູນຊ່ວຍ ຜ່ານກົນໄກ ໃຫ້ບຸລິມະສິດ ດ້ານສິນເຊື່ອສີຂຽວ, ນະໂຍບາຍພາສີ, ບຸລິມະສິດການລົງທຶນ, ຊຸກຍູ້ການສ້າງລະບົບຊີວະພາບນະວັດຕະກຳໃນອຸດສາຫະກຳສິ່ງແວດລ້ອມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL