ຂປລ
ປີນີ້ ເປັນປີ ທີ່ພັກກອມມູນິດຈີນ ສ້າງຕັ້ງຂຶ້ນ ຄົບຮອບ 104 ປີ (ວັນທີ 1 ກໍລະກົດ1921- ວັນທີ 1 ກໍລະກົດ2025) ຢູ່ໃນຫໍວາງສະແດງ ປະຫວັດສາດ ພັກກອມມູນິດຈີນ ທີ່ນະຄອນຫລວງປັກກິ່ງ ມີວັດຖຸພັນອັນໜຶ່ງ ທີ່ມີຄວາມໝາຍພິເສດ ຄື ເອກະສານ ກ່ຽວກັບ ຄະນະກຳມະການ ປະຕິວັດ ສະຫະກອນ ເວີນອ່ານຢີ້ເມືອງຢຽນຊວນ ແຂວງສ້ານຊີຈີນ ອະນຸມັດ ທ່ານ ສີ ຈິ້ນຜິງ ເຂົ້າເປັນສະມາຊິກພັກກອມມູນິດຈີນ ຢ່າງເປັນທາງການ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ປີນີ້ ເປັນປີ ທີ່ພັກກອມມູນິດຈີນ ສ້າງຕັ້ງຂຶ້ນ ຄົບຮອບ 104 ປີ (ວັນທີ 1 ກໍລະກົດ1921- ວັນທີ 1 ກໍລະກົດ2025) ຢູ່ໃນຫໍວາງສະແດງ ປະຫວັດສາດ ພັກກອມມູນິດຈີນ ທີ່ນະຄອນຫລວງປັກກິ່ງ ມີວັດຖຸພັນອັນໜຶ່ງ ທີ່ມີຄວາມໝາຍພິເສດ ຄື ເອກະສານ ກ່ຽວກັບ ຄະນະກຳມະການ ປະຕິວັດ ສະຫະກອນ ເວີນອ່ານຢີ້ເມືອງຢຽນຊວນ ແຂວງສ້ານຊີຈີນ ອະນຸມັດ ທ່ານ ສີ ຈິ້ນຜິງ ເຂົ້າເປັນສະມາຊິກພັກກອມມູນິດຈີນ ຢ່າງເປັນທາງການ ໂດຍລົງວັນທີ 10 ມັງກອນ 1974. ປີ1969, ທ່ານ ສີ ຈິ້ນຜິງ ທີ່ມີອາຍຸ ບໍ່ຮອດ16ປີ ໄດ້ເດີນທາງໄປລົງພື້ນຖານ ຢູ່ບ້ານຫລຽງເຈ່ຍເຫີ ເມືອງຢຽນຊວນ ແຂວງສ້ານຊີ ທີ່ຕັ້ງຢູ່ພູພຽງດິນເຫຼືອງ, ໃນໄລຍະໃຊ້ຊີວິດ ເປັນຊາວກະສິກອນ ຢູ່ບ້ານດັ່ງກ່າວ, ເພິ່ນມີຄວາມຫ້າວຫັ້ນ ພັດທະນາຕົນເອງ ໃນດ້ານແນວຄິດ, ສະແຫວງຫາ ຄວາມກ້າວໜ້າ ຢ່າງໝົດຈິດໝົດໃຈ, ພ້ອມທັງ ໄດ້ຍື່ນໃບຄຳຮອງ ເຂົ້າເປັນສະມາຊິກພັກ ຕໍ່ການຈັດຕັ້ງພັກຫລາຍເທື່ອ. ແຕ່ວ່າເນື່ອງຈາກ ໄດ້ຮັບຜົນກະທົບ ຈາກສະພາບແວດລ້ອມ ດ້ານການເມືອງອັນສັບສົນ ແລະ ປັດໄຈສະຖານະພາບ ດ້ານຄອບຄົວ ໃນເວລານັ້ນ, ຂະບວນການ ເຂົ້າເປັນສະມາຊິກພັກຂອງທ່ານ ສີ ຈິ້ນຜິງ ແມ່ນເຕັມໄປດ້ວຍ ອຸປະສັກຕ່າງໆນາໆ, ແຕ່ເພິ່ນບໍ່ເຄີຍປະຖິ້ມ ຈັກເທື່ອ. ໃນທີ່ສຸດ, ໃນເດືອນມັງກອນປີ1974, ພາຍຫລັງ ໄດ້ຍື່ນໃບຄຳຮ້ອງເຂົ້າເປັນສະມາຊິກພັກ 10 ສະບັບ ຕາມລຳດັບແລ້ວ, ຄະນະພັກສະຫະກອນເວີນອ່ານຢີ້ເມືອງຢຽນຊວນໄດ້ອະນຸມັດຮັບຮອງເອົາ ທ່ານ ສີ ຈິ້ນຜິງ ເຂົ້າເປັນສະມາຊິກພັກ. ເດືອນດຽວກັນ, ທ່ານ ສີ ຈິ້ນຜິງ ທີ່ມີອາຍຸ20ປີປາຍໄດ້ດຳລົງຕຳແໜ່ງ ເປັນເລຂາໜ່ວຍພັກບ້ານຫລຽງເຈ່ຍເຫີ. ພາຍຫລັງ ຂຶ້ນເປັນເລຂາໜ່ວຍພັກ ບ້ານຫລຽງເຈ່ຍເຫີແລ້ວ, ທ່ານ ສີ ຈິ້ນຜິງ ໄດ້ນຳພາ ສ້າງສາບ້ານດັ່ງກ່າວ ໃຫ້ມີໜ້າໃໝ່. ພາຍໃນເວລາບໍ່ຮອດສອງປີ, ນອກຈາກພັດທະນາ ແກັສຊີວະພາບ, ຂຸດນ້ຳສ້າງແລ້ວ, ເພິ່ນຍັງໄດ້ນຳພາຊາວບ້ານສ້າງສະຫະກອນຕີເຫລັກ, ສະຫະກອນຕັດຫຍິບ, ເປີດຮ້ານຄ້າຕົວແທນຈຳໜ່າຍທີ່ລັດເປັນຜູ້ຄຸ້ມຄອງ, ສ້າງເຂື່ອນກັ້ນດິນເພື່ອປູກຝັງແລະອື່ນໆ. ທ່ານ ອູຫຸ່ຍ ຊາວບ້ານບ້ານຫຼຽງເຈ່ຍເຫີ ໃຫ້ຮູ້ວ່າ: “ຫຼັງຈາກ ຈິ້ນຜິງ ດຳລົງຕຳແໜ່ງ ເປັນເລຂາໜ່ວຍພັກບ້ານແລ້ວ, ເພິ່ນໄດ້ເຮັດໃຫ້ວຽກຕົວຈິງ ເປັນຈຳນວນຫລວງຫລາຍ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ບ້ານ, ຕອນນັ້ນ ເພິ່ນໄດ້ນຳພາຊາວບ້ານເຮັດໃນຫລາຍສິ່ງ ຫລາຍຢ່າງ ຈົນມາເຖິງທຸກມື້ນີ້ ເວລາຜ່ານໄປ 40ກວ່າປີແລ້ວ,ຍັງເສີມຂະຫຍາຍ ບົດບາດ ນຳຜົນປະໂຫຍດ ມາໃຫ້ຊາວບ້ານຢູ່ຄືເກົ່າ. ຖ້າວ່າ ທ່ານ ສີ ຈິ້ນຜິງ ບໍ່ມີຄວາມເຊື່ອໝັ້ນ ໃນການຕັ້ງຫລັກປັກຖານຢູ່ຊົນນະບົດ, ບໍ່ມີອຸດົມການເຮັດວຽກ ທີ່ເປັນປະໂຫຍດ ຕໍ່ປະຊາຊົນ, ມັນບໍ່ອາດເປັນໄປໄດ້ ທີ່ຈະເຮັດໄດ້ສິ່ງທີ່ດີຫລາຍປານນັ້ນ ແລະ ບໍ່ອາດຈະຢູ່ຊົນນະບົດ ໄດ້ດົນປານນັ້ນ.”ເນື້ອໃນບາງຕອນ ຂອງບົດຫວນຄືນຫລັງ ຂອງ ທ່ານ ສີ ຈິ້ນຜິງ ທີ່ມີຫົວຂໍ້ວ່າ “ຂ້າພະເຈົ້າເປັນລູກຂອງເຂດພູພຽງດິນເຫລືອງ” ໄດ້ເລົ່າເຖິງປະສົບການດັ່ງກ່າວເປັນການສະເພາະ ພ້ອມທັງໄດ້ຂຽນຄຳໝັ້ນສັນຍາອັນໜັກແໜ້ນວ່າ: “ຮັກປະຊາຊົນຄືກັບຮັກພໍ່ແມ່ຂອງຕົນ”.ວັນທີ 13 ກຸມພາ 2015, ກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ເດີນທາງກັບເມືອຮອດບ້ານຫຼຽງເຈ່ຍເຫີເພື່ອຢາມພີ່ນ້ອງປະຊາຊົນ ຢູ່ສະຖານທີ່ແຫ່ງນັ້ນ. ເພິ່ນໄດ້ຫວນຄືນຫຼັງວັນເວລາລົງຮາກຖານ ຢູ່ບ້ານແຫ່ງນີ້ ໃນຖານະເປັນໄວໜຸ່ມ ປັນຍາຊົນເປັນເວລາ 7 ປີຢ່າງດູດດື່ມ ແລະເວົ້າດ້ວຍຄວາມປະທັບໃຈວ່າ: “ບາດກ້າວທຳອິດໃນຊີວິດ ຂ້າພະເຈົ້າ ກໍແມ່ນເລີ່ມຈາກບ້ານຫລຽງເຈ່ຍເຫີ ຂອງພວກເຮົາ, ໄດ້ເລືອກເສັ້ນທາງຂອງຕົນຢູ່ທີ່ແຫ່ງນີ້. ຂ້າພະເຈົ້າໄດ້ເວົ້າມາຕັ້ງແຕ່ຕອນນັ້ນວ່າ: ໃນຕໍ່ໜ້າ, ຫາກມີເງື່ອນໄຂມີໂອກາດ, ຂ້າພະເຈົ້າຕ້ອງລົງເຄື່ອນໄຫວທາງດ້ານການເມືອງ,ຕ້ອງເຮັດວຽກຈຳນວນໜຶ່ງເພື່ອຜົນປະໂຫຍດຂອງປະຊາຊົນ.” ຖືປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ, ຍຶດໝັ້ນອຸດົມການແຕ່ຫົວທີຢ່າງໝັ້ນໜຽວ ບໍ່ປ່ຽນແປງ. ຈາກທ້ອງຖິ່ນຮອດສູນກາງ, ຈາກເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີ ຮອດການໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນ, ທ່ານ ສີ ຈິ້ນຜິງ ໄດ້ຈັດຕັ້ງປະຕິບັດຕົວຈິງ ຕາມອຸດົມການ ແຕ່ຫົວທີ ແລະ ຄຳໝັ້ນສັນຍາຄື ເຮັດໃຫ້ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນ ນັ້ນຢ່າງສະເໝີຕົ້ນສະເໝີປາຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL