ຂປລ
ເວທີປຶກສາຫາລື ລະດັບສູງ ຄັງປັນຍາ ສື່ມວນຊົນ ຂອງປະເທດ ສະມາຊິກ ບຣິກສ ໄດ້ຈັດຂຶ້ນຢູ່ ນະຄອນ ຣິໂອເດີ ຈາເນໂຣ ຂອງ ບຣາຊິນ. ໃນໄລຍະ ຈັດເວທີ ປຶກສາຫາລື, ຄັງປັນຍາ ລະດັບສູງ ແຫ່ງຊາດ ຂອງຂ່າວສານຊິນຮວາ ໄດ້ເຜີຍແຜ່ ບົດລາຍງານ ຄັງປັນຍາ ທີ່ມີຫົວຂໍ້ວ່າ “ການຮ່ວມມື ບຣິກສ” ຊຸກຍູ້ເຂດໂລກໃຕ້ ພັດທະນາ ກ້າວໄປໜ້າ ຮ່ວມກັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 16 ກໍລະກົດນີ້, ເວທີປຶກສາຫາລື ລະດັບສູງ ຄັງປັນຍາ ສື່ມວນຊົນ ຂອງປະເທດ ສະມາຊິກ ບຣິກສ ໄດ້ຈັດຂຶ້ນຢູ່ ນະຄອນ ຣິໂອເດີຈາເນໂຣ ຂອງ ບຣາຊິນ. ໃນໄລຍະ ຈັດເວທີ ປຶກສາຫາລື, ຄັງປັນຍາ ລະດັບສູງ ແຫ່ງຊາດ ຂອງຂ່າວສານຊິນຮວາ ໄດ້ເຜີຍແຜ່ ບົດລາຍງານ ຄັງປັນຍາ ທີ່ມີຫົວຂໍ້ວ່າ “ການຮ່ວມມື ບຣິກສ” ຊຸກຍູ້ເຂດໂລກໃຕ້ ພັດທະນາ ກ້າວໄປໜ້າ ຮ່ວມກັນ. ບົດລາຍງານ ໄດ້ຍົກໃຫ້ເຫັນ ກ່ຽວກັບ ຂະບວນການພັດທະນາ ແລະ ຜົນສຳເລັດທີ່ ອຸດົມສົມບູນ ຂອງກົນໄກ ຮ່ວມມື ປະເທດ ສະມາຊິກບຣິກສ ຢ່າງຮອບດ້ານ ແລະ ເລິກເຊິ່ງ, ໄດ້ຕີຄວາມໝາຍ ດ້ານຍຸດທະສາດ ທີ່ສຳຄັນ ຂອງກົນໄກ ດັ່ງກ່າວ ໃນການຊຸກຍູ້ ການປະຕິຮູບ ການຄຸ້ມຄອງ ບໍລິຫານຂອງໂລກ ແລະ ການພັດທະນາ ຮ່ວມກັນ ຂອງບັນດາ ປະເທດເຂດ ໂລກໃຕ້. ສຳລັບ ຜູ້ຊ່ຽວຊານ ຄັງປັນຍາຫລາຍຄົນ ທີ່ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ເຫັນວ່າ: ການຮ່ວມມືບຣິກສ ແມ່ນແຮງຂັບເຄື່ອນ ຍຸດທະສາດ ໃນການຊຸກຍູ້ປະເທດເຂດໂລກໃຕ້ ໃຫ້ໄດ້ຮັບ ການພັດທະນາ ກ້າວໄປ ຂ້າງໜ້າ ຮ່ວມກັນ ແລະ ເປັນເສັ້ນທາງ ການປະຕິບັດ ທີ່ສຳຄັນ ໃນການບັນລຸ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນ ຂອງເຂດໂລກໃຕ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL