ຂປລ
ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ຖືເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ຮ້ານເຊເວັນອີເລເວັນ (7-Eleven) ສາຂາບ້ານນາໂບ ຕັ້ງຢູ່ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງເປັນທາງການ
ຂປລ. ໃນວັນທີ 25 ສິງຫາ 2025 ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ຖືເປັນກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ຮ້ານເຊເວັນອີເລເວັນ (7-Eleven) ສາຂາບ້ານນາໂບ ຕັ້ງຢູ່ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງເປັນທາງການ ເຊິ່ງຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຄໍາມ່ວນ ໂດຍມີບັນດາແຂກຜູ້ມີກຽດທີ່ມາຮ່ວມສະແດງຄວາມຍິນດີຢ່າງຄຶກຄື້ນ.
ຮ້ານ 7-Eleven ສາຂານີ້ຕັ້ງຢູ່ຈຸດຍຸດທະສາດຂອງເມືອງທ່າແຂກ, ລຽບແຄມແມ່ນ້ຳຂອງ ໃນພື້ນທີ່ໃຈກາງເມືອງທີ່ມີຄວາມຄຶກຄື້ນ, ເປັນສູນລວມໃນດ້ານທີ່ພັກ ແລະ ສູນລວມກິດຈະກໍາຍາມແລງຂອງຜູ້ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ເປັນຮ້ານທີ່ບໍລິຫານໂດຍ ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຄົນລາວ ອາຍຸ 46 ປີ ຜູ້ທີ່ມີປະສົບການໃນດ້ານທຸລະກິດອະສັງຫາລິມະຊັບ, ການບໍລິການ ແລະ ການທ່ອງທ່ຽວ ລວມທັງມີຄວາມຕັ້ງໃຈທີ່ຈະຍົກລະດັບຂະແໜງການບໍລິການ ເພື່ອສະໜັບສະໜູນອຸດສະຫະກໍາການທ່ອງທ່ຽວໃນທ້ອງຖິ່ນ ເພື່ອສ້າງວຽກເຮັດງານທຳ, ອາຊີບທັງທາງກົງ ແລະ ທາງອ້ອມໃຫ້ແກ່ຄົນລາວ.
ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຮ້ານ 7-Eleven ສາຂາບ້ານນາໂບ ກ່າວວ່າ: ຮ້ານຄ້າຂາຍຍ່ອຍທັນສະໄໝເຊັ່ນ 7-Eleven ຈະເຂົ້າມາອຳນວຍຄວາມສະດວກ ແລະ ເປັນທາງເລືອກໃນການນໍາສະເໜີສິນຄ້າຄຸນນະພາບໄດ້ມາດຕະຖານກັບຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຕະຫລອດ 24 ຊົ່ວໂມງ ເຮັດໃຫ້ເກີດການຂະຫຍາຍຕົວຂອງກິດຈະກໍາທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ທີ່ຈະສ້າງລາຍຮັບໃຫ້ຜູ້ຄົນໄດ້ຫລາຍຂຶ້ນ ນອກເໜືອຈາກການຈ້າງງານໂດຍກົງ. ທັງນີ້ຍັງຖືເປັນການຝຶກອົບຮົມໃຫ້ຄົນຮຸ່ນໃໝ່, ໃຫ້ມີຄວາມຮູ້ທີ່ຈະເປັນປະໂຫຍດຕໍ່ການພັດທະນາທ້ອງຖິ່ນໃນໄລຍະຍາວ.
ຮ້ານ 7-Eleven ເປັນທີ່ຍອມຮັບດ້ວຍຜະລິດຕະພັນທີ່ຫລາກຫລາຍມີຄຸນນະພາບ ມີລະບົບບໍລິຫານຈັດການທີ່ດີ ມີໂອກາດໄດ້ຮັບການສະໜັບສະໜູນຈາກທີມງານ CP All Lao ຕັ້ງແຕ່ການວາງແຜນ, ການລົງທຶນ, ແລະ ການຝຶກອົບຮົມພະນັກງານ, ເຮັດໃຫ້ມີຄວາມເຊື່ອໝັ້ນວ່າຈະສາມາດປະສົບຄວາມສຳເລັດ, ຮ່ວມສ້າງວຽກເຮັດງານທຳ, ສ້າງອາຊີບ ແລະ ສ້າງຄວາມພາກພູມໃຈໃຫ້ກັບສັງຄົມລາວໄປພ້ອມໆກັນຢ່າງຢືນຍົງໄດ້.
KPL