ຂປລ
ສາຍການບິນ ຫວຽດເຈັດ (Vietjet) ໄດ້ຮັບກຽດເປັນໜຶ່ງໃນຜູ້ຊະນະເລີດລະດັບໂລກຂອງລາງວັນຄວາມຍືນຍົງ 2025 (Sustainability Awards 2025) ຈາກ AirlineRatings.com ເຊິ່ງເປັນເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊັ້ນນຳຂອງໂລກ.
ຂປລ. ສາຍການບິນ ຫວຽດເຈັດ (Vietjet) ໄດ້ຮັບກຽດເປັນໜຶ່ງໃນຜູ້ຊະນະເລີດລະດັບໂລກຂອງລາງວັນຄວາມຍືນຍົງ 2025 (Sustainability Awards 2025) ຈາກ AirlineRatings.comເຊິ່ງເປັນເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊັ້ນນຳຂອງໂລກ. ການໄດ້ຮັບລາງວັນຄັ້ງນີ້ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ສາຍການບິນ Vietjet ໃນການເປັນສາຍການບິນບຸກເບີກໃນອາຊີ ແລະ ເປັນຄູ່ຮ່ວມເດີນທາງທີ່ໜ້າເຊື່ອຖືສໍາລັບຜູ້ໂດຍສານຊາວລາວ, ໂດຍໃຫ້ບໍລິການຖ້ຽວບິນທີ່ປອດໄພ, ທັນສະໄໝ, ລາຄາທີ່ສາມາດຈັບຕ້ອງໄດ້ ແລະ ມີຄວາມຍືນຍົງ ບໍ່ວ່າຈະເດີນທາງເພື່ອການພັກຜ່ອນ, ທຸລະກິດ ຫລື ເຊື່ອມຕໍ່ໄປທົ່ວໂລກ.
ລາງວັນຄວາມຍືນຍົງ 2025ແມ່ນໄດ້ເລີ່ມຈັດຂຶ້ນເປັນປີທໍາອິດໂດຍ AirlineRatings ເພື່ອເປັນການຮັບຮອງສາຍການບິນທີ່ມີຄວາມກ້າວໜ້າຢ່າງແທ້ຈິງໃນການຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ໃນຈຳນວນຜູ້ຊະນະເລີດທົ່ວໂລກພຽງ 7ສາຍການບິນ, Vietjet ມີຄວາມພູມໃຈທີ່ໄດ້ເປັນໜຶ່ງໃນສາມສາຍການບິນລາຄາປະຢັດທີ່ໄດ້ຮັບການຍອມຮັບໃນການລິເລີ່ມທີ່ໂດດເດັ່ນໃນອຸດສາຫະກຳກ່ຽວກັບຄວາມຍືນຍົງ ແລະ ການຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ສາຍການບິນ Vietjet ໄດ້ຮັບການຍອມຮັບໃນການດໍາເນີນງານການບິນທີ່ມີຄວາມທັນສະໄໝ ແລະ ໃໝ່ທີ່ສຸດໃນພາກພື້ນອາຊີ-ປາຊີຟິກ, ສ່ວນໃຫຍ່ແມ່ນເຮືອບິນ Airbus A321neo ເຊິ່ງຊ່ວຍປະຢັດນໍ້າມັນ ລວມທັງຫລຸດຜ່ອນການປ່ອຍອາຍກາກໂບນິກ ແລະ ສຽງດັງ ເມື່ອທຽບກັບເຮືອບິນລຸ້ນກ່ອນ. ສາຍການບິນດັ່ງກ່າວຍັງເປັນຜູ້ລິເລີ່ມນໍາໃຊ້ເຊື້ອເພີງການບິນແບບຍືນຍົງ (SAF) ໃນປະເທດຫວຽດນາມ ແລະ ໄດ້ນຳໃຊ້ນະວັດຕະກໍາຕ່າງໆເພື່ອເພີ່ມປະສິດທິພາບການໃຊ້ນໍ້າມັນໃນທົ່ວການດໍາເນີນງານ.
Vietjet ເປັນສາຍການບິນທໍາອິດໃນປະເທດຫວຽດນາມ ທີ່ເຜີຍແຜ່ບົດລາຍງານຄວາມຍືນຍົງ ESG. ເມື່ອບໍ່ດົນມານີ້, ສາຍການບິນດັ່ງກ່າວໄດ້ຮ່ວມມືກັບ Petrolimex Aviation ເພື່ອນໍາໃຊ້ SAF ທີ່ຜະລິດໃນຫວຽດນາມເປັນຄັ້ງທຳອິດພາຍໃຕ້ມາດຕະຖານ ISCC EU ເຊິ່ງຕອບສະໜອງຄວາມຕ້ອງການດ້ານຄວາມຍືນຍົງທີ່ເຂັ້ມງວດ. ຮອດປີ 2025, Vietjet ໄດ້ລົງທຶນຫລາຍຕື້ໂດລາສະຫະລັດໃນການຍົກລະດັບເຮືອຂົນສົ່ງ, ລວມທັງການສັ່ງຊື້ເຮືອບິນລຳຕົວໃຫຍ່ Airbus A330neo ລຸ້ນໃໝ່ 40ລຳ ເຊິ່ງຊ່ວຍຫລຸດຜ່ອນການບໍລິໂພກນໍ້າມັນ ແລະ ການປ່ອຍອາຍກາກໂບນິກ ໄດ້ເຖິງ 25%ເມື່ອທຽບກັບເຮືອບິນລຸ້ນກ່ອນ ພ້ອມກັບເຮືອບິນ Airbus A321neo ເພີ່ມເຕີມອີກ 100ລໍາ. ການລົງທຶນເຫລົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການສົ່ງເສີມການບິນແບບຍືນຍົງ ແລະ ສະໜັບສະໜູນເປົ້າໝາຍລະດັບໂລກໃນການປ່ອຍອາຍພິດສຸດທິເປັນສູນພາຍໃນປີ 2050.AirlineRatings ໄດ້ປະເມີນຄວາມປອດໄພ, ຜະລິດຕະພັນເທິງຖ້ຽວບິນແລະ ປັດໄຈອື່ນໆແລະ ການຈັດອັນດັບຂອງພວກເຂົາແມ່ນໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ. ສາຍການບິນ Vietjet ໄດ້ຖືກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກຢ່າງຕໍ່ເນື່ອງ, ໂດຍມີການຮັກສາອັນດັບຄວາມປອດໄພສູງສຸດ 7/7 ດາວ ນັບຕັ້ງແຕ່ປີ 2018 ໂດຍ AirlineRatings.
KPL