6 ເດືອນຕົ້ນປີ ອຄ ແຂວງເຊກອງ ສົ່ງອອກສິນຄ້າ 121,16 ລ້ານໂດລາ

03/09/2025 10:50
Email Print 264
ຂປລ ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2025 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງສາມາດຈັດຕັ້ງປະຕິບັດການນຳເຂົ້າສິນຄ້າ ໄດ້ 4,17 ລ້ານກວ່າໂດລາສະຫະລັດ.

     ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2025 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ)  ແຂວງເຊກອງສາມາດຈັດຕັ້ງປະຕິບັດການນຳເຂົ້າສິນຄ້າ ໄດ້  4,17 ລ້ານກວ່າໂດລາສະຫະລັດ ໃນນ້ັນ, ຜະລິດຕະພັນທ່ີນໍາເຂ້ົາສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ ຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ. ສຳລັບການສົ່ງອອກສາມາດຈັດຕັ້ງປະຕິບັດໄດ້ 121,16 ລ້ານໂດລາ ສະຫະລັດ.

    ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ  ແລະ ການຄ້າ ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ  ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບ່ໍດົນມານີ້ວ່າ: ສິນຄ້າສົ່ງອອກສ່ວນຫລາຍແມ່ນ ຖ່ານຫີນ, ເຊິ່ງປະຕິບັດໄດ້ 56,35 ລ້ານໂດລາສະຫະລັດກວມ 46,50% ຂອງມູນຄ່າການສົ່ງອອກທັງໝົດ, ກະແສໄຟຟ້າ,  ຜົນຜະລິດກະສິກຳແປ້ງມັນຕົ້ນ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້ ແລະ ຖ່ານຂາວ ຊຶ່ງເປັນສິນຄ້າທ່ີເປັນທ່າແຮງຂອງແຂວງເປັນ ສິນຄ້າປາຍແຫລມອັນໜຶ່ງ ທີ່ມີການສົ່ງອອກຈຳນວນຫລາຍ ເມື່ອທຽບໃສ່ບັນດາແຂວງອ້ອມຂ້າງ,  ສົ່ງອອກຈຳໜ່າຍໃນກຸ່ມປະເທດອາຊຽນ ໄທ ແລະ ສສ ຫວຽດນາມ ຊຶ່ງທັງສອງປະເທດກວມເອົາ 87% ຂອງມູນຄ່າສ່ົງອອກທັງໝົດ ແລະ  ນອກກຸ່ມອາຊຽນມີ 3 ປະເທດຄື: ສປ ຈີນ, ສ ເກົາຫລີ, ອິນເດຍ ຊຶ່ງກຸ່ມຜູ້ຜະລິດແມ່ນປະຊາຊົນພາຍໃນ 4 ຕົວເມືອງໄດ້ຜະລິດກາເຟ, ຢາງພາລາ ໂດຍແມ່ນໂຄງການຂອງ ບໍລິສັດ ທີ່ໄດ້ຮັບບຸລິມະສິດເຂົ້າມາສຳປະທານ. ໃນການສົ່ງອອກມີ  4 ບໍລິສັດທີ່ໄດ້ສົ່ງອອກຢາງພາລາ, ກາເຟ ເຊັ່ນກັນ ໂດຍແມ່ນປະຊາຊົນເປັນຜູ້ຜະລິດ ແລະ ບໍລິສັດ ເປັນຜູ້ເກັບຊື້ເພື່ອສົ່ງອອກເປັນຫລັກ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ເພື່ອຊຸກຍູ້ເສດຖະກິດກະຈາຍລາຍຮັບໃຫ້ແຕ່ລະຂົງເຂດເຊັ່ນ: ການບໍລິການ ແລະ ການທ່ອງທ່ຽວພາຍໃນແຂວງ. 

    ນອກນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມການຜະລິດ ໃຫ້ກາຍເປັນສິນຄ້້າເພື່ອສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນຫລຸດພົ້ນຈາກຄວາມທຸກຍາກ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນຮູ້ຈັກການຜະລິດປຸງແຕ່ງສິນຄ້າທີ່ເປັນທ່າແຮງຂອງບັນດາເມືອງທີ່ມີ, ປັດຈຸບັນພວກເຮົາມີສິນຄ້າທີ່ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ  16 ຫົວໜ່ວຍ, 29 ລາຍການ. ໃນ  6 ເດືອນຕົ້ນປີ ໄດ້ສ້າງຂຶ້ນໃໝ່  3 ລາຍການ ໂດຍສະເພາະການຜະລິດປຸງແຕ່ງໂສມໃຫ້ມີຫລາກຫລາຍຜະລິດຕະພັນເຊັ່ນ: ເຫລົ້າດອງໂສມ, ໂສມສະກັດ, ຊາໂສມ, ຫັດຖະກຳຕໍ່າແຜ່ນແພ ແລະ ອື່ນໆ.   ພ້ອມນີ້, ສາມາດປ່ອຍກູ້ໄດ້ 39 ຕ້ື ກີບ ໃນຂົງເຂດການຜະລິດປຸງແຕ່ງ,  ການຄ້າ ແລະ ການບໍລິການ ເພ່ືອ ສືບຕໍ່ຂະຫຍາຍກິດຈະການໃຫ້ມີ ຄວາມເຂັ້ມແຂງ. ທ່ານ ນາງ ວິລະຄອນ ບັນທະເວີ  ໃຫ້ຮູ້ອີກວ່າ: ສຳລັບ 6 ເດືອນທ້າຍປີນີ້ ຈະໄດ້ສຸມໃສ່ການສະໜອງ  SME ໃຫ້ຖືກກັບຈຸດປະສົງ ແລະ  ເປ້ົາໝາຍ, ສູ້ຊົນສະໜອງສະບຽງອາຫານໃຫ້ພຽງພໍພາຍໃນແຂວງ  ຕິດພັນກັບການຄຸ້ມຄອງລາຄາສິນຄ້າ. ສຳລັບການຄຸ້ມຄອງລາຄາສິນຄ້າແມ່ນເຮົາບໍ່ສາມາດຄຸ້ມຄອງລາຄາໃຫ້ຢູ່ໃນເກນທ່ີເຮົາຢາກຄຸ້ມຄອງໄດ້ ຕິດພັນກັບກົນໄກເສດຖະກິດຕະຫລາດ ແລະ  ມີສາເຫດຈາກຫລາຍປັດໄຈ, ແຕ່ສິ່ງທີ່ພວກເຮົາເຮັດໄດ້ກໍຄືເຂົ້າໄປແຊກແຊງລາຄາສິນຄ້າທີ່ມີຄວາມ ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງວາງແຜນຟ້ືນຟູຄືນບັນດາກິດຈະການທີ່ມີຢູ່ແລ້ວ ເພ່ືອຫລຸດຜ່ອນຕ້ົນທຶນໃຫ້ຫລາຍ ທີ່ສຸດ. 

ຂ່າວ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top