ຂປລ
ປະມຸດລັດ ບັນດາ ປະເທດ ຂອງອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອະນຸມັດ ຜ່ານຖະແຫລງການ ທຽນຈີນ ດ້ວຍຍຸດທະສາດ ພັດທະນາ ໃຫ້ແກ່ ໄລຍະ 2026–2035.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ປະມຸດລັດ ບັນດາ ປະເທດ ຂອງອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອະນຸມັດ ຜ່ານຖະແຫລງການ ທຽນຈີນ ດ້ວຍຍຸດທະສາດ ພັດທະນາ ໃຫ້ແກ່ ໄລຍະ 2026–2035. ຖະແຫລງການ ທຽນຈີນ ຊີ້ແຈ້ງວ່າ, ບັນດາ ປະເທດ ສະມາຊິກ ມີແຜນນະໂຍບາຍ ເຄົາລົບສິດ ຂອງປະຊາຊົນ ມີຄວາມເສລີ ເລືອກເອົາເສັ້ນທາງ ພັດທະນາການເມືອງ ແລະ ເສດຖະກິດ-ສັງຄົມຂອງຕົນ. ບັນດາຫລັກການ ເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນ ອັນຄົບຖ້ວນ ຂອງບັນດາປະເທດ, ຮັບປະກັນ ຄວາມສະເໝີພາບ, ຕ່າງຝ່າຍ ຕ່າງມີຜົນປະໂຫຍດ, ບໍ່ແຊກແຊງ ເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ອາວຸດ ຫລື ນາບຂູ່ ນຳໃຊ້ອາວຸດ ຈະແມ່ນພື້ນຖານ ໃຫ້ແກ່ ການພັດທະນາ ແບບຍືນຍົງ ໃນການພົວພັນສາກົນ. ຖະແຫລງການ ກໍ່ຮຽກຮ້ອງ ສະໜັບ ສະໜູນ ລະບົບການຄ້າ ຫລາຍຝ່າຍ ແລະ ຢືນຢັນວ່າ ບັນດາປະເທດ SCO ຈະເຄົາລົບ ນະໂຍບາຍ ບໍ່ປະຕິບັດ ມາດຕະການ ສຳພັດ ມີລັກສະນະ ກີດຂວາງ ແລະ ສູ້ຢັນກັນ ໃນການແກ້ໄຂ ບັນຫາ ພັດທະນາສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL