ຂປລ
ອົງການ ປ້ອງກັນຊາດ ເອີຣົບ (EDA) ໃຫ້ຮູ້ວ່າ ການໃຊ້ຈ່າຍໃຫ້ແກ່ ຂົງເຂດປ້ອງກັນຊາດຂອງ ສະຫະພາບ ເອີຣົບ (EU) ຄາດວ່າ ບັນລຸ ລະດັບ ສະຖິຕິ 381 ຕື້ ເອີໂຣ (ຫລາຍກວ່າ 443 ຕື້ໂດລາສະຫະລັດ) ໃນປີ 2025 ເມື່ອບັນດາປະເທດ ໄດ້ເພີ່ມງົບປະມານ ຢ່າງແຮງ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 2 ກັນຍາ, ອົງການ ປ້ອງກັນຊາດ ເອີຣົບ (EDA) ໃຫ້ຮູ້ວ່າ ການໃຊ້ຈ່າຍໃຫ້ແກ່ ຂົງເຂດປ້ອງກັນຊາດຂອງ ສະຫະພາບ ເອີຣົບ (EU) ຄາດວ່າ ບັນລຸ ລະດັບ ສະຖິຕິ 381 ຕື້ ເອີໂຣ (ຫລາຍກວ່າ 443 ຕື້ໂດລາສະຫະລັດ) ໃນປີ 2025 ເມື່ອບັນດາປະເທດ ໄດ້ເພີ່ມງົບປະມານ ຢ່າງແຮງ.ຕາມ EDA ແລ້ວ, ໃນຍອດຈຳນວນ ລາຍຈ່າຍປີ 2025, ເກືອບ 130 ຕື້ ເອີໂຣ ໄດ້ຮັບການລົງທຶນ ເຂົ້າບັນດາລາຍການຄື ອາວຸດໃໝ່. ບັນດາປະເທດ ເອີຣົບ ໄດ້ຍູ້ແຮງລາຍຈ່າຍນັບແຕ່ເມື່ອ ລັດເຊຍ ປຸກລະດົມບັ້ນການທະຫານຢູ່ ຢູແກຼນ ໃນປີ 2022.ທ່ານ Andre Denk ຜູ້ອຳນວຍການ EDA ໃສ່ໃຈວ່າ: “ເພື່ອຕອບສະໜອງ ເປົ້າໝາຍໃໝ່ ຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ແມ່ນ 3,5% GDP ນັ້ນ, ຕ້ອງມານະພະຍາຍາມ ຫລາຍ ກວ່າອີກ, ດ້ວຍຍອດລາຍຈ່າຍກວ່າ 630 ຕື້ ເອີໂຣ ຕໍ່ປີ.ຕາມຄະນະ ກຳມະການເອີຣົບແລ້ວ, ບ້ວງເງິນກູ້ 150 ຕື້ ເອີໂຣ ຂອງ EU ເພື່ອແນໃສ່ ໜູນຊ່ວຍ ບັນດາປະເທດເພີ່ມ ງົບປະມານ ດ້ານປ້ອງ ກັນຊາດ ທີ່ໄດ້ຈົດທະບຽນ, ດ້ວຍ 19 ໃນຈຳນວນ 27 ປະເທດສະມາຊິກ ຍື່ນໃບຄຳຮ້ອງຂໍທຶນ. ກົນໄກ SAFE (ໂຄງການເຄື່ອນໄຫວ ດ້ານຄວາມໝັ້ນຄົງ ໃຫ້ແກ່ ເອີຣົບ) ອະນຸຍາດ ໃຫ້ບັນດາ ປະເທດ ກູ້ດ້ວຍ ດອກເບ້ຍ ຕ່ຳກວ່າ ຍ້ອນໄດ້ຮັບການຄ້ຳປະກັນ ຈາກງົບປະມານສູນກາງ EU./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL