ບໍລິສັດກ້ວຍລາວ ເປີດສ້າງສິນຄ້າໃກ້ກັບຕະຫລາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ

03/09/2025 17:24
Email Print 211
ຂປລ ບໍລິສັດກ້ວຍລາວຢົງເຊີ້ຊັນຊາຍ ໄດ້ສ້າງສາງສິນຄ້າ ໃກ້ກັບ ຕະຫລາດ ຢູ່ສູນຂົນສົ່ງສິນຄ້າ ແບບດີຈີຕອນ ແຊ່ເຢັນ ອັດສະລິຍະ ທ່າບົກນະຄອນ ຮວຍຮວ້າ ແຂວງຫູໜານ ຂອງ ສປ ຈີນ ຢ່າງເປັນທາງການ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 2 ກັນຍານີ້, ບໍລິສັດກ້ວຍລາວຢົງເຊີ້ຊັນຊາຍ ໄດ້ສ້າງສາງສິນຄ້າ ໃກ້ກັບ ຕະຫລາດ ຢູ່ສູນຂົນສົ່ງສິນຄ້າ ແບບດີຈີຕອນ ແຊ່ເຢັນ ອັດສະລິຍະ ທ່າບົກນະຄອນ ຮວຍຮວ້າ ແຂວງຫູໜານ ຂອງ ສປ ຈີນ ຢ່າງເປັນທາງການ. ນີ້ແມ່ນບໍລິສັດ ສະໜອງ ຜະລິດຕະພັນແຊ່ເຢັນ ຕ່າງປະເທດ ສ້າງສາງສິນຄ້າ ໃກ້ກັບຕະຫລາດ ຢູ່ນະຄອນຮວຍຮວ້າ ເປັນເທື່ອທຳອິດ ໂດຍໄດ້ ຊຸກຍູ້ ທ່າບົກ ສາກົນ ຮວາຮວ້າ ກາຍເປັນສູນກາງ ສຳຄັນໃນການຂົນສົ່ງ ຜະລິດຕະພັນ ແຊ່ເຢັນ ລະຫວ່າງ ສປ ຈີນ ກັບ ອາຊຽນ,ພ້ອມທັງ ບັນລຸການເຮັດໃຫ້ ຂະບວນລົດໄຟແຊ່ເຢັນ ຂອງທາງລົດໄຟ ຈີນ-ລາວ ສາມາດດຳເນີນງານ ໄດ້ຕາມປົກກະຕິ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top