80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມ ຂອງສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນ ຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ

03/09/2025 11:00
Email Print 276
ຂປລ *ໃນປີນີ້, ພວກເຮົາໄດ້ສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິ ຕຸພູມ ຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະໄຊຊະນະສົງຄາມຕ້ານຟາດຊິດ.



*ໃນປີນີ້, ພວກເຮົາໄດ້ສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມ ປ້ອງກັນປິຕຸພູມຂອງສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນ ຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມ ຕ້ານຟາດ ຊິດ. ໃນ 8 ທົດສະວັດກ່ອນ, ກອງກໍາລັງລັດທິຟາດຊິດ ແລະ ລັດທິທະຫານ ໄດ້ເປີດສາກສົງຄາມຮຸກຮານຢ່າງໂຈ່ງແຈ້ງ ເຊິ່ງໄດ້ທໍາລາຍ ແລະ ໄດ້ສ້າງຄວາມເສຍຫາຍ ອັນໃຫຍ່ຫລວງທີ່ບໍ່ເຄີຍມີມາກ່ອນມາສູ່ໂລກ. ໃນທ່າມກາງ ຄວາມມືດມົນ, ປະຊາຊົນຈີນ, ຣັດເຊຍ, ພ້ອມດ້ວຍປະເທດອື່ນໆ ຫລາຍກວ່າ 50 ປະເທດ ລວມທັງປະເທດລາວ ໄດ້ສະແດງຄວາມມຸ້ງໝັ້ນ ເພື່ອຮ່ວມແຮງຮ່ວມໃຈກັນຕໍ່ສູ້ ຕ້ານການຮຸກຮານດັ່ງກ່າວ. ສຸດທ້າຍ, ຄວາມເປັນ ທໍາໄດ້ເອົາຊະນະຄວາມໂຫດຫ້ຽມ ຂອງ ຟາດຊິດ, ແສງສະຫວ່າງໄດ້ກໍາຈັດໝອກຂອງສົງຄາມ ແລະ ຄວາມກ້າວຫນ້າໄດ້ເອົາຊະນະກະແສປະຕິການ.

ຈີນ ແມ່ນສະຫນາມຮົບຕົ້ນຕໍຂອງອາຊີໃນສະໄຫມສົງຄາມໂລກ ຄັ້ງທີ 2 ແລະ ເປັນກໍາລັງແກ່ນສານ ຂອງການຕໍ່ສູ້ຕ້ານລັດທິຂຸນເສິກຍີ່ປຸ່ນ. ສົງຄາມຂອງປະຊາຊົນຈີນ ໃນການຕໍ່ຕ້ານການຮຸກຮານຂອງ ຍີ່ປຸ່ນ ໄດ້ ເລີ່ມຕົ້ນກ່ອນໝູ່, ໄລຍະເວລາກໍຍາວກວ່າໝູ່ ແລະ ເງື່ອນໄຂກໍຫຍຸ້ງຍາກກວ່າໝູ່. ຊົນຊາດຈີນ ໄດ້ເສຍສະລະຢ່າງໃຫຍ່ຫລວງ ແລະ ໄດ້ປະກອບສ່ວນອັນສໍາຄັນ ຈົນເຮັດໃຫ້ກໍາລັງແກນຫລັກ ປະລາໄຊໃນທີ່ສຸດ, ໂດຍມີຈໍານວນ 35 ລ້ານຄົນໄດ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ, ແຕ່ຝ່າຍຈີນ ກໍສາມາດທໍາລາຍກອງກໍາລັງທະຫານຍີ່ປຸ່ນ ໄດ້ຫລາຍກວ່າ 1,5ລ້ານຄົນ, ກວມເອົາຫລາຍກວ່າ 70% ຂອງກອງທັບທະຫານຍີ່ປຸ່ນ ທີ່ເສຍຊີວິດ ແລະ ໄດ້ຮັບບາດ ເຈັບໃນສົງຄາມໂລກ ຄັ້ງທີ 2. ຖ້າຫາກວ່າບໍ່ແມ່ນຝ່າຍຈີນ ເປັນຜູ້ສະກັດກັ້ນ ແລະ ບັ່ນທອນກໍາລັງ ຂອງທະຫານຍີ່ປຸ່ນ ແລະ ເຮັດໃຫ້ທະຫານຍີ່ປຸ່ນອ່ອນກໍາລັງລົງ ຈົນເຮັດໃຫ້ແຜນການລົງໄປ ທາງໃຕ້ຂອງ ຍີ່ປຸ່ນ ມີຄວາມຊັກ ຊ້າ, ທະຫານຍີ່ປຸ່ນ ອາດຈະມີກໍາລັງທີ່ເຂັ້ມແຂງກວ່າເກົ່າ ເພື່ອບຸກເຂົ້າເຂດປາຊີຟິກ ແລະ ອາດເຮັດໃຫ້ປະຫວັດສາດຂອງສົງຄາມໂລກ ຄັ້ງທີ 2 ຖືກເປີດເຜີຍຢ່າງແຕກຕ່າງອອກໄປ.

ບົດບາດຂອງຣັດເຊຍ ແມ່ນເປັນສິ່ງສໍາຄັນ, ຂາດບໍ່ໄດ້ ແລະ ມີບົດບາດຕັດສິນຊີ້ຂາດໄຊຊະນະຂອງສົງຄາມໂລກ ຄັ້ງທີ 2 ແລະ ເປັນກໍາລັງແກ່ນສານຂອງການຕໍ່ສູ້ ຕ້ານລັດທິນາຊີເຢຍລະມັນ. ເພື່ອຍາດເອົາໄຊຊະນະ ໃນມະຫາສົງຄາມປ້ອງ ກັນປິຕຸພູມ,ປະຊາຊົນຣັດເຊຍ ໄດ້ເສຍຊີວິດເຖິງ 27ລ້ານຄົນ ແລະ ອາດເວົ້າໄດ້ວ່າ ທຸກໆຄອບຄົວໄດ້ມີການ ສູນເສຍຄົນ ໃນຄອບຄົວຂອງຕົນ. ຍ້ອນຄວາມພິລະອາດຫານຂອງທະຫານຣັດເຊຍ ແລະ ບັນດາຊາດອ້າຍນ້ອງ ຈຶ່ງສາມາດທໍາ ລາຍ ແລະ ດັບສູນທະຫານສັດຕູຫລາຍກວ່າ 607 ກອງພັນ, ເທົ່າກັບ 77,5% ຂອງການສູນເສຍ ຂອງກໍາລັງທະຫານນາຊີເຢຍລະມັນ ແລະ ກໍາລັງແກນຫລັກ ໃນສົງຄາມ, ອັນໄດ້ສ້າງ ພື້ນຖານ ໃຫ້ແກ່ໄຊຊະນະຂອງກອງທັບພັນທະມິດ ໃນທີ່ສຸດ.

ໂດຍຜ່ານການຕໍ່ສູ້ຮ່ວມກັບສະຫະລັດອາເມລິກາ, ອັງກິດ, ຝຣັ່ງ ແລະບັນດາປະເທດ ສະມາຊິກຂອງກອງກໍາລັງພັນທະມິດ, ຣັດເຊຍ ແລະ ຈີນ ຈຶ່ງສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່ ໃນສົງຄາມຕໍ່ຕ້ານຟາດຊິດ ໃນທົ່ວໂລກເຊິ່ງໄດ້ຖືກຈາລຶກ ໄວ້ໃນປະຫວັດສາດ ແຫ່ງການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມເປັນທໍາຕະຫລອດໄປ. ໃນວັນທີ 3 ກັນຍາ ຂອງທຸກໆປີ, ພວກເຮົາມີການລະນຶກເຖິງ ວັນແຫ່ງໄຊຊະນະຂອງສົງຄາມຕໍ່ຕ້ານ ຟາດ ຊິດ ເຊິ່ງຖືວ່າເປັນການເສຍສະລະ ອັນໃຫຍ່ຫລວງຂອງ ກອງກໍາລັງຕໍ່ຕ້ານຟາດຊິດທັງໝົດ ແລະ ເປັນສິ່ງທີ່ຄວນຖືກຮັບຮູ້ ແລະ ໄດ້ຮັບຄວາມເຄົາລົບຈາກທຸກຄົນ. ແຕ່ວ່າການປະກອບສ່ວນ ອັນສໍາຄັນຂອງຈີນ ແລະ ຣັດ ເຊຍ ຍັງຖືກເບິ່ງຂ້າມ, ດູໝິ່ນ ແລະ ອາດມີການບິນເບືອນ ຈາກການເລົ່າເລື່ອງຂອງຝ່າຍຕາເວັນຕົກ ໂດຍແນໃສ່ເພື່ອທໍາລາຍພື້ນຖານ ຂອງລະບຽບສາກົນຫລັງສົງຄາມໂລກ ຄັ້ງທີ 2. ປະຫວັດສາດເປັນແນວໃດກໍຕ້ອງເປັນ ແນວນັ້ນ ແລະ ຈະບໍ່ໃຫ້ດັດແປງຄວາມຈິງເດັດຂາດ.


(ອ່ານຕໍ່ສະບັບໜ້າ)

ຂຽນໂດຍ: ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ

ສປປ ລາວ ແລະ ທ່ານ ກາລີນິນ ວາລາດີມີຣ ອານາໂຕເລຍວິຈ,

ເອກອັກຄະລັດຖະທູດ ສ ລັດເຊຍ ປະຈໍາ ສປປ ລາວ 


KPL

ຂ່າວອື່ນໆ

ads
ads

Top