ຂປລ
ງານລ້ຽງໃນໂອກາດ ລະນຶກສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ໄດ້ຈັດຂຶ້ນ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 3 ກັນຍານີ້, ງານລ້ຽງ ໃນໂອກາດ ລະນຶກສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ໄດ້ຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ. ໂດຍມີ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານ ຄະນະ ກຳມະການ ການທະຫານ ສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL