ຫລາຍພາກສ່ວນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງຈຳປາສັກ

03/09/2025 10:37
Email Print 208
ຂປລ ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ບໍລິສັດ ຫົວ ຫລົງການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ ໄດ້ມອບຖັງຂີ້ເຫຍ້ືອ 100 ໜ່ວຍ ມູນຄ່າ 100 ລ້ານກີບ ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ມອບເງິນ 100 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຈຳປາສັກ.

       ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ບໍລິສັດ ຫົວ ຫລົງການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ ໄດ້ມອບຖັງຂີ້ເຫຍ້ືອ  100 ໜ່ວຍ ມູນຄ່າ 100 ລ້ານກີບ  ແລະ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ມອບເງິນ 100 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຈຳປາສັກ ສະໄໝທີ IX ທີ່ຈະໄຂຂຶ້ນໃນເດືອນກັນຍາ 2025 ທີ່ຈະມາເຖິງນີ້.

     ພິທີມອບ-ຮັບການປະກອບສ່ວນດັ່ງກ່າວຈັດຂຶ້ນໃນວັນທ  29 ສິງຫາ 2025 ທີ່ຫ້ອງວ່າການແຂວງຈຳປາສັກ ຕາງໜ້າມອບໂດຍທ່ານ ເຫີໝາວຫລົງ ປະທານບໍລິສັດຫົວຫລົງການຄ້າ  ແລະ ການລົງທຶນ ຈຳກັດຜູ້ດຽວ  ແລະ ທ່ານ ນາງ ສຸວາລີ ຄໍາຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ ຕາງໜ້າກ່າວຮັບໂດຍທ່ານ ອາລຸນໄຊ ສູນນະລາດ  ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້, ທ່ານ ອາລຸນໄຊ  ສູນນະລາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນໃນຄັ້ງນີ້ ເຊິ່ງເປັນການປະກອນສ່ວນ ທີ່ສຳຄັນຂອງຜູ້ປະກອບການພາກເອກະຊົນທີ່ໄດ້ຊຸກຍູ້ດ້ານວັດຖຸປັບປຸງພື້ນຖານໂຄງລ່າງ ໂດຍສະເພາະໃນການຮັກສາ ສິ່ງແວດລ້ອມຄວາມສະອາດຈົບງາມໃນຕົວເມືອງ ແລະ ທຶນຮອນໃນການຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ຄະນະພັກອົງການປົກຄອງແຂວງຈຳປາສັກ  ຈະນຳໃຊ້ວັດຖຸ ແລະ ທຶນດ່ັງກ່າວໃຫ້ເກີດປະໂຫຍດສູງສຸດ ເພື່ອເຮັດ ໃຫ້ການດຳເນີນກອງປະຊຸມໃຫຍ່ຄັ້ງ ທີ IX ຂອງອົງຄະນະພັກ ແຂວງຈຳປາສັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ດ້ວຍຜົນສຳເລັດອັນຈົບງາມ. ໃນມ້ືດຽວກັນ, ກອງບັນຊາການທະຫານອາກາດ ກໍໄດ້ອຸປະຖຳເງິນ 20 ລ້ານກີບ ໃຫ້ອົງການປົກຄອງ ແຂວງຈຳປາສັກ ເພື່ອຊຸກຍຸ້ກອງປະຊຸມດັ່ງກ່າວຕື່ມອີກ.

ຂ່າວ: ທັດຊະນະ

KPL

ຂ່າວອື່ນໆ

ads
ads

Top