ສປ ຈີນ ຕົກລົງທົດລອງຍົກເວັ້ນວິຊາໃຫ້ພົນລະເມືອງຣັດເຊຍທີ່ຖືໜັງສືຜ່ານແດນທຳມະດາ

03/09/2025 17:34
Email Print 239
ຂປລ ເພື່ອອຳນວຍ ຄວາມສະດວກ ຕື່ມອີກ ໃນການໄປມາ ຫາສູ່ກັນ ຂອງຄົນຈີນ ແລະ ຄົນຕ່າງປະເທດ, ສປ ຈີນ ຕົກລົງ ເປີດກວ້າງ ຂອບເຂດ ຂອງປະເທດ ໃນການຍົກເວັ້ນວິຊາ, ນັບແຕ່ ວັນທີ 15 ກັນຍາປີ 2025 ຫາວັນທີ 14 ກັນຍາປີ 2026, ຈະມີການທົດລອງ ປະຕິບັດນະໂຍບາຍ ຍົກເວັ້ນວິຊາ ໃຫ້ພົນລະເມືອງ ຣັດເຊຍ ທີ່ຖືກໜັງສືຜ່ານແດນ ທຳມະ ດາ ທີ່ເດີນທາງມາ ສປ ຈີນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ກົວເຈຍຄຸ່ນ ໂຄສົກກະຊວງ ການຕ່າງປະເທດຈີນ ປະກາດວ່າ: ເພື່ອອຳນວຍ ຄວາມສະດວກ ຕື່ມອີກ ໃນການໄປມາ ຫາສູ່ກັນ ຂອງຄົນຈີນ ແລະ ຄົນຕ່າງປະເທດ, ສປ ຈີນ ຕົກລົງເປີດກວ້າງ ຂອບເຂດ ຂອງປະເທດ ໃນການຍົກເວັ້ນວິຊາ, ນັບແຕ່ ວັນທີ 15 ກັນຍາປີ 2025 ຫາວັນທີ 14 ກັນຍາປີ 2026, ຈະມີການທົດລອງ ປະຕິບັດນະໂຍບາຍ ຍົກເວັ້ນວິຊາ ໃຫ້ພົນລະເມືອງ ຣັດເຊຍ ທີ່ຖືກໜັງສືຜ່ານແດນ ທຳມະດາ ທີ່ເດີນທາງມາ ສປ ຈີນ ເພື່ອດຳເນີນທຸລະກິດ, ທ່ອງທ່ຽວ, ຢາມພີ່ນ້ອງ ແລະ ເພື່ອນມິດ, ການແລກປ່ຽນ ຢ້ຽມຢາມແລະ ການເດີນທາງຜ່ານແດນ ບໍ່ເກີນ 30 ວັນ, ສາມາດເດີນທາງເຂົ້າປະເທດຈີນ ໄດ້ໂດຍຍົກເວັ້ນວິຊາ. ທ່ານ ກົ່ວເຈ່ຍຄຸ່ນ ກ່າວຕື່ມວ່າ: ສປ ຈີນ ເອົາໃຈໃສ່ໃນລະດັບສູງ ຕໍ່ການອຳນວຍ ຄວາມສະດວກ ໃນການ ແລກປ່ຽນ ບຸກຄະລາກອນ ລະຫວ່າງ ສອງປະເທດ ຈີນ-ຣັດເຊຍ, ສະໜັບສະໜູນ ໃຫ້ປະຊາຊົນ ສອງປະເທດ ເພີ່ມທະວີ ການໄປມາຫາສູ່ກັນ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ ການພົວພັນ ຄູ່ຮ່ວມ ປະສານງານ ຍຸດທະສາດ ຮອບດ້ານ ໃນຍຸກໃໝ່ລະຫວ່າງ ສປ ຈີນ-ຣັດເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top