ຂປລ
ການແຂ່ງຂັນກິລາລົດຖີບ ຊີງຂັນເຈົ້າແຂວງວຽງຈັນ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະຖານທີ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ.
ຂປລ.ການແຂ່ງຂັນກິລາລົດຖີບ ຊີງຂັນເຈົ້າແຂວງວຽງຈັນ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະຖານທີ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຮອງເຈ້ົາແຂວງໆວຽງຈັນ, ທ່ານ ຄຳຜາ ພິມມະສອນ ຮອງເລຂາພັກແຂວງ ວຽງຈັນ, ທ່ານ ເທບພະໄທ ແກ້ວ ເຂັມເພັດ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍນັກທຸລະກິດ, ຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ການຈັດກິດຈະກຳແຂ່ງຂັນລົດຖີບຊີງຂັນເຈ້ົາແຂວງຄັ້ງນີ້ ເປັນຄັ້ງທີ 2 ທີ່ໄດ້ຈັດຢູ່ສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ຈຸດປະສົງກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII, ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ທັງເປັນການໂຄສະນາເຜີຍແຜ່ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງວຽງຈັນ ໃຫ້ຫລາຍຂຶ້ນ ໂດຍສະເພາະສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ.
ພ້ອມນີ້, ຍັງເປັນການປຸກລະດົມ ໃຫ້ປະຊາຊົນຫັນມາອອກກຳລັງກາຍດ້ວຍການຂີ່ລົດຖີບ ເພື່ອເສີມສ້າງສຸຂະພາບໃຫ້ແຂງແຮງ ແລະ ເປັນການສ່ົງເສີມການໃຊ້ພາຫະນະທີ່ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ. ການແຂ່ງຂັນໃນຄ້ັງນ້ີປະກອບມີ 3 ຮຸ່ນຄື: ຮຸ່ນລົດກວັກ (ເສືອໝອບ) ທົ່ວໄປ, ລົດກວັກ (ເສືອໝອບ) ອາຍຸ 40 ປີຂຶ້ນໄປ ແລະ ລົດວິບາກ (ເສືອພູເຂົາ) ອາຍຸ 50 ປີຂຶ້ນໄປ ໂດຍມີນັກກິລາເຂົ້າຮ່ວມທັງໝົດ 82 ຄົນ ທີ່ມາຈາກນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງວຽງຈັນ. ຜົນການແຂ່ງຂັນຄັ້ງນີ້, ຜູ້ຊະນະເລີດທັງ 3 ຮຸ່ນ ແມ່ນໄດ້ຮັບໂລ້ລາງວັນພ້ອມເງິນສົດ, ເຊິ່ງໃນນ້ັນ, ລົດກວັກຮຸ່ນທົ່ວໄປຊາຍ ອັນດັບທີ 1 ແມ່ນ ທ້າວ ຖາວອນ ພົນອາສາ ຈາກສະໂມສອນທ໋ອບໄຊເຄິລ ນະຄອນຫລວງວຽງຈັນ, ລົດກວັກຮຸ່ນອາຍຸ 40 ປີຂຶ້ນໄປ ອັນດັບ1 ໄດ້ແກ່ ທ່ານ ຕູ່ ແລະ ລົດວິບາກຮຸ່ນອາຍຸ 50 ປີຂຶ້ນໄປ ອັນດັບ 1 ແມ່ນ ທ່ານ ສີທອງ ສີສົງຄາມ.
ທ້າວ ຖາວອນ ພົນອາສາ ໄດ້ສະແດງຄວາມຮູ້ສຶກດີໃຈທີ່ແຂວງວຽງຈັນ ໄດ້ຈັດການແຂ່ງຂັນລົດຖີບຄັ້ງນີ້ ແລະ ຕົນເອງ ກໍໄດ້ມີໂອກາດເຂົ້າມາຮ່ວມງານພ້ອມທັງ ໄດ້ພົບປະກັບໝູ່ເພື່ອນນັກຖີບ ຈາກຫລາຍພາກສ່ວນ ແລະ ທ່ີສຳຄັນປີນ້ີ ແມ່ນຈັດຢູ່ສະຖານທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ເຊິ່ງເປັນສະຖານທີ່ສວຍງາມຫລາຍ ມີຮ້ານຄ້າຈຳໜ່າຍຜະລິດຕະພັນທີ່ເປັນຂອງຄົນລາວ ພ້ອມທັງມີອາຫານການກິນທີ່ແຊບຊ້ອຍ ໂດຍສະເພາະປານ້ຳງື່ມ ຖ້າມີໂອກາດຢາກເຊີນໃຫ້ທຸກທ່ານມາທ່ຽວສະຖານທີ່ດ່ັງ ກ່າວຮັບຮອງວ່າບໍ່ຜິດຫວັງ.
KPL