• ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາສຶກສາ-ກິລາ

    ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາ

    9/17/2024 8:28:45 PM

    ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກໂຮງຮຽນ ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.

  • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີສຶກສາ-ກິລາ

    ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

    9/16/2024 4:01:17 PM

    ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ 7,8 ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ, ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

  • ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024ສຶກສາ-ກິລາ

    ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024

    9/12/2024 7:52:42 PM

    ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

  • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024ສຶກສາ-ກິລາ

    ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024

    9/12/2024 10:11:56 AM

    ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະຫລຸບ ຖອດຖອນບົກ​ຮຽນວຽກງານການສຶກສາ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ ວຽກງານການສຶກສາ ປະຈຳສົກຮຽນ 2024-2025 ​ໃນວັນທີ 11 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ຕະ ຫລອດຮອດຄູ-ອາຈານ ເຂົ້າຮ່ວມ.

  • ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

    ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025

    9/11/2024 2:27:39 PM

    ຂປລ. ໃນວັນທີ 11 ກັນຍາ 2024 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ 2024-2025 ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ, ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

  • ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນສຶກສາ-ກິລາ

    ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນ

    9/9/2024 5:16:40 PM

    ຂປລ. ​ໃນ​ໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ວັນ​ທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບສະພາບການ ຂອງວຽກງານການສຶກສາຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ

  • ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວໃນຄອບຄົວ  ຈະໄດ້ຮຽນຝຶກເວົ້າພາສາລາວ ໃນຂັ້ນ ປ1ສຶກສາ-ກິລາ

    ນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວໃນຄອບຄົວ ຈະໄດ້ຮຽນຝຶກເວົ້າພາສາລາວ ໃນຂັ້ນ ປ1

    9/9/2024 5:09:12 PM

    ຂປລ. ສປປ ລາວ ເປັນປະເທດທີ່ອຸດົມສົມບູນ ທາງດ້ານວັດທະນະທໍາ ແລະ ມີຄວາມຫລາກຫລາຍຂອງຊົນເຜົ່າ. ​ໃນ​ນັ້ນ, ເກືອບ 40% ຂອງປະຊາກອນລາວ ເວົ້າພາສາເຜົ່າ ທີ່ບໍ່ແມ່ນພາສາລາວລຸ່ມ. ສະນັ້ນ, ຈຶ່ງເຮັດໃຫ້ ນັກຮຽນ ຂັ້ນ ປ1 ສ່ວນຫລາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວ ເຮັດໃຫ້ນັກຮຽນເຫລົ່ານີ້ ບໍ່ເຂົ້າໃຈສິ່ງທີ່ຄູເວົ້າ.

ads
ads

Top