ທ່ານ ວາງຢີ້ ພົບປະກັບລັດຖະມົນຕີກະຊວງພາຍໃນອັຟການິດສະຖານ

21/08/2025 16:31
Email Print 104
ຂປລ ທ່ານ​ ວາງຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ໄດ້ພົບປະກັບ ທ່ານ ຊິຣາຈຸດດິນ ຮັກການີ ລັດມົນຕີ ກະຊວງພາຍໃນ ອາຟ​ະກາ​ນິດ​ສະ​ຖານ ​ຢູ່ນະຄອນຫລວງ ກາບູນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 20 ສິງ​ຫານີ້, ​ທ່ານ​ ວາງຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ໄດ້ພົບປະກັບ ທ່ານ ຊິຣາຈຸດດິນ ຮັກການີ ລັດມົນຕີ ກະຊວງພາຍໃນ ອາຟ​ະກາ​ນິດ​ສະ​ຖານ ​ຢູ່ນະຄອນຫລວງ ກາບູນ.ໃນໂກາດນີ້, ທ່ານ​ ວາງຢີ້ ຊີ້ໃຫ້ເຫັນວ່າ: ສປ ຈີນ ສະໜັບ​ສະ​ໜູນ ອາຟ​ະກາ​​ນິດ​​ສະ​ຖານ ທີ່ປະຕິບັດ ນະໂຍບາຍ “​ສຸມ​ໃສ່ ເສດຖະກິດ ເປັນໃຈກາງ”, ທັງ​ຍິນດີ ປະກອບສ່ວນ ເຂົ້າໃນການຟື້ນຟູ ການພັດທະນາ ຂອງອາຟະກາ​ນິດ​ສະຖານ. ຫວັງວ່າ ອາ​ຟະ​ກາ​​ນິດ​​ສະ​ຖານ​ ຈະໃຊ້ມາດຕະການ ​ທີ່​ເຂັ້​ມ​ແຂງ​ເພື່ອ​ໂຈມ​ຕີ ​ອິດ​ທິກຳລັງ ​ກໍ່​ການ​ຮ້າຍສາກົນ​ເຊັ່ນ:ຂະ​ບວນ​ການ​ ອິດ​ສະ​ລາ​ມິດ​ເທີ​ກິດ​ສະ​ຖານ​ຕາ​ເວັນ​ອອກເພື່ອ​ສະ​ໜອງ​ ການຮັບປະກັນ ອັນ​ເຂັ້ມ​ແຂງ ແລະ ​ ສະພາບແວດລ້ອມ ທີ່ຈຳເປັນໃຫ້​ແກ່​ ການ​ຮ່ວມ​ມື ​ສອງ​ຝ່າຍ. ທ່ານ ຊິຣາ​​ຈຸດດິນ ​​ຮັກ​ກາ​ນີ ໄດ້​ສະ​ແດງ​ຄວາມຂອບໃຈຝ່າຍ ສປ ຈີນ ທີ່ໃຫ້ການຊ່ວຍເຫລືອ ອັນລ້ຳຄ່າ ແກ່ການພັດທະນາ ປະເທດ ແລະ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊນ ອາຟະ​ກາ​ນິ​ສະຖານ ​ໃຫ້​ດີ​ຂຶ້ນມາ ເປັນເວລາດົນນານ, ພ້ອມທັງສະ​ໜັບ​ສະ​ໜູນ ອາຟ​ະກາ​ນິ​ສະຖານ ​ເຊື່ອມ​ໂຍງເຂົ້າກັບ ​ປະ​ຊາ​ຄົມສາກົນ. ທ່ານ​ກ່າວວ່າ: ອາຟະ​ກາ​ນິດ​ສະຖານ ຈະບໍ່ອະນຸຍາດ ໃຫ້ບຸກ​ຄົນ​ໃດໆ ນຳໃຊ້ແຜ່ນດິນຂອງ​ຕົນ​ ໄປຂົ່ມຂູ່ ຄວາມໝັ້ນ​ຄົງຂອງຈີນ. ອາຟະ​ກາ​ນິດ​ສະຖານ ຍິນ​ດີຮ່ວມກັບ ສປ ຈີນ ເພີ່ມທະວີ ການຮ່ວມມື ດ້ານຄວາມໝັ້ນຄົງ​ຕື່ມ​ອີກ, ລວມ​ທັງ ຮ່ວມກັນ​ຮັບ​ມື ​ກັບຄວາມ ສ່ຽງ ແລະ ສິ່ງທ້າທາຍຕ່າງໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top