ຫວນຄືນວັນມູນເຊື້ອວັນຢຶດອຳນາດ 23 ສິງຫາ

20/08/2025 14:29
Email Print 327
ຂປລ * ການຢຶດອໍານາດ ເດືອນ ສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດລາວ ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດຢ່າງແສນສາຫັດ.

* ການຢຶດອໍານາດ ເດືອນ ສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດລາວ ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດຢ່າງແສນສາຫັດ. ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງ ພວກລ່າເມືອງຂຶ້ນປະຊາຊົນບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດບໍ່ຍອມເປັນຂ້ອຍຂ້າ, ບໍ່ຍອມເສຍບ້ານເສຍເມືອງ. ສະນັ້ນ, ຈຶ່ງໄດ້ມີຫລາຍຂະບວນການ ຕໍ່ສູ້ນັບແຕ່ນ້ອຍຫາໃຫຍ່ ແຕ່ແຄບຫາກວ້າງຕ່າງກັນ ແລະ ບາງຂະບວນກໍຟົດຟື້ນຍາວນານຫລາຍປີເຊັ່ນ: ການລຸກຮື້ຂຶ້ນຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ ແຂວງສະຫວັນນະເຂດ ພາຍໃຕ້ການນໍາພາຂອງ ພໍ່ກະດວດ ແຕ່ປີ 1901-1903; ການຕໍ່ສູ້ຂອງປະຊາຊົນພາກໃຕ້ການນໍາພາຂອງ ທ່ານອົງແກ້ວ-ອົງກົມມະດໍາ ແຕ່ປີ 1901- 1907, ການຕໍ່ສູ້ຂອງປະຊາຊົນເຜົ່າມົ້ງ ຢູ່ບັນດາແຂວງພາກເໜືອ ພາຍໃຕ້ການນໍາພາຂອງເຈົ້າ ຟ້າປັດໃຈ ແຕ່ປີ 1918- 922; ຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າລື້ເມືອງສິງ ແຕ່ປີ 1914-1918, ຂະບວນການຕໍ່ສູ້ຂອງນາຍຄູຄໍາ ຢູ່ວຽງຈັນໃນປີ 1920 ແລະ ຂະບວນການຕໍ່ສູ້ອື່ນໆ.

ວັນທີ 3/2/1930 ພັກກອມມູນິດອິນດູຈິນໄດ້ກໍາເນີດຂຶ້ນ, ພາຍໃຕ້ການຊີ້ນໍາໂດຍກົງຂອງ ປະທານ ໂຮ່ຈີ່ມິງ.ພັກ ໄດ້ວາງຍຸດທະສາດຍຸດໂທບາຍ ຂອງການປະຕິວັດອິນດູຈີນ ອອກຢ່າງລະອຽດ, ເຮັດໃຫ້ການປະຕິວັດຢູ່ປະເທດເຮົາເຕີບໃຫຍ່ເຂັ້ມແຂງ ຊຶ່ງເປັນບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນ, ພັກໄດ້ຍູ້ແຮງວຽກງານ ປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ ຖືຊາວໄຮ່ຊາວນາເປັນກໍາລັງພື້ນຖານ ຂອງການປະຕິວັດ. ສະນັ້ນ, ຈິ່ງເຮັດໃຫ້ຂະບວນການຕໍ່ສູ້ ໄດ້ຮັບໄຊຊະນະສາມາດຍາດຢຶດອໍານາດການປົກຄອງ ໃນທົ່ວປະເທດ ໃນວັນທີ 23 ສິງຫາ ປີ 1945. ໄລຍະບໍ່ເຖິງ 1 ເດືອນ ປະຊາຊົນລາວ ທີ່ໄດ້ຮັບການຮ່ວມມືປະສານງານ ອັນຕັ້ງໜ້າຂອງຊາວຫວຽດນາມຕ່າງດ້າວ ໄດ້ລຸກຮື້ຂຶ້ນໂຄ່ນລົ້ມອໍານາດ ການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດການປົກຄອງປະຕິວັດ ຂອງຕົນຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກໍາລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງພະບາງ.

            ຈາກນັ້ນລັດຖະບານລາວອິດສະຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະໄດ້ປະກາດຄວາມເປັນເອກະລາດ ຂອງຊາດຕໍ່ໜ້າມວນຊົນໃນ ວັນທີ 12 ຕຸລາ 1945. ນັ້ນຄືໄຊຊະນະຄັ້ງປະຫວັດສາດຂອງຊາດລາວ ເຊິ່ງມີຄວາມໝາຍສໍາຄັນທີ່ສຸດສໍາລັບ ປະຊາຊົນລາວ ເພາະວ່າ: ມັນເປັນຂີດໝາຍສໍາຄັນ ໃນປະຫວັດສາດແຫ່ງ ການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫລະພາບ ຂອງປະຊາຊົນລາວ, ມັນເປັນເທື່ອທໍາອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລາເມືອງຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບ ສັກດີນາທີ່ຄອບງໍາປະເທດລາວ ມາເປັນຫລາຍສະຕະວັດແລະ ເປັນການເປີດສາກ ໃຫ້ແກ່ການເຄື່ອນໄຫວ ປະຕິວັດລາວກ້າວສູ່ໄລຍະໃໝ່. ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນດິນລາວ ເປັນເອກະພາບ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັ່ນກັບຝຣັ່ງກ່ອນໜ້ານີ້, ປະກາດໃຊ້ລັດຖະທໍາມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫລະ).

ການຢຶດອໍານາດໃນວັນທີ 23 ສິງຫາປີ 1975ພາຍຫລັງພວກລ່າເມືອງຂຶ້ນຝຣັ່ງປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ກະໂດດ ເຂົ້າມາແທນພວກລ່າເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງແລະ ຮຸກຮານປະເທດລາວໂດຍທັນທີດ້ວຍກົນອຸບາຍ ຫວັງເຮັດໃຫ້ປະເທດເຮົາກາຍເປັນ ຫົວເມືອງຂຶ້ນແບບໃໝ່ແລະ ເປັນຖານທັບຂອງເຂົາແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນ ກະແສຟອງປະຕິວັດບໍ່ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຕໍ່ສະພາບການແລະ ຄວາມຮຽກຮ້ອງຕ້ອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາພາປະຊາຊົນບັນດາເຜົ່າ ດໍາເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ອັນດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລໍາບາກກວ່າໝູ່ ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດສາດຂອງຊາດເຮົາ.

ພາຍໃຕ້ການນໍາພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງເປັນຕົ້ນແມ່ນກໍາມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນ ໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກໍາລັງໄດ້ຢ່າງຫລວງຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ, ນັບທັງນາຍແລະ ພົນທະຫານ, ຕໍາຫລວດ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ເຊິ່ງຂະຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮື້ຂຶ້ນຂອງກໍາມະກອນໄຟຟ້າວຽງຈັນ; ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫລອດ 42 ວັນ ແລະ ຄືນຂອງປະຊາຊົນຊາວ ເມືອງໜອງບົກ ແຂວງ ຄໍາມ່ວນ ສາມາດຍາດໄດ້ສິດເປັນເຈົ້າ, ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນ; ການລຸກຮື້ຂຶ້ນປະກາດແຍກຕົວອອກ ຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບລັດຖະບານປະສົມໂດຍກົງ. ການລຸກຮື້ຂຶ້ນຂອງມະຫາຊົນຕັ້ງແຕ່ຕົວເມືອງຮອດຊົນນະບົດ ໃນເຂດກວດກາຂອງຝ່າຍວຽງຈັນ ໄດ້ລະເບີດຂຶ້ນຢ່າງຟົດຟື້ນ, ຕໍ່ເນື່ອງດ້ວຍຫລາຍຮູບການ ເຊິ່ງມີຜູ້ເຂົ້າຮ່ວມຫລາຍແສນຄົນ ເຮັດໃຫ້ຫົວປ້ປະຕິການ ໃນກົງຈັກທະຫານ ແລະການປົກຄອງຫຸ່ນຕົກສະທ້ານຍ້ານກົວ.

ໂດຍໄດ້ຮັບການສະໜັບສະໜູນ ຂອງບັນດາກໍາລັງປະກອບອາວຸດປະຕິວັດ, ໃນເດືອນ 5/1975 ຂະບວນການຕໍ່ສູ້ໄດ້ມີບາດກ້າວຂະຫຍາຍຕົວໃໝ່. ຄໍາຂວັນຕໍ່ສູ້ຂອງຂະບວນການ ແມ່ນສຸມໃສ່ທວງໃຫ້ຂັບໄລ່ ພວກເຈົ້າໜ້າທີ່ທະຫານ ແລະ ພວກນັກສືບຂອງອາເມລິກາອອກຈາກລາວ, ທວງໃຫ້ຍຸບອົງການຢູເສດ (ສໍານັກງານອົງການຊ່ວຍເຫລືອທາງດ້ານການທະຫານ, ເສດຖະກິດການເງິນ ແລະ ເຕັກນິກຂອງອາເມລິກາ) ຢູ່ວຽງຈັນ ແລະ ແຫ່ງອື່ນໆ, ກໍານົດເວລາໃຫ້ອົງການຈັດຕັ້ງທັງໝົດຂອງອາເມລິກາ ຖອນອອກຈາກລາວ.ວັນທີ 23/5/1975, ກໍາມະກອນ, ຂ້າລາຊະການ, ນັກຮຽນ, ນັກສຶກສາ, ຢູ່ວຽງຈັນໄດ້ຢຶດເອົາອົງການຢູເສດ.ວັນທີ 27/5/1975 ສະຖານທູດອາເມລິກາຕ້ອງຍອມຮັບການຍຸບອົງການດັ່ງກ່າວ, ກົງຈັກລ່າເມືອງຂຶ້ນແບບໃໝ່ ຂອງອາເມລິກາຖືກລົບລ້າງ. ມະຫາຊົນໄດ້ກ່າວປະນາມ ແລະ ທວງໃຫ້ຂັບໄລ່ພວກປະຕິການ ຂວາຈັດອອກຈາກລັດຖະບານປະສົມທະຫານ, ຕໍາຫລວດຈໍານວນໜຶ່ງ ໄດ້ທະຍອຍແຍຕົວອອກຈາກພວກນາຍ ປະຕິການທີ່ນິຍົມອາເມລິກາ, ຫລາຍກົມກອງໄດ້ລຸກຂຶ້ນແຍກຕົວອອກຈາກກອງທັບ ຝ່າຍລາຊະອານາຈັກ ຮ່ວມມືກັບປະຊາຊົນ. ກະແສຟອງແຫ່ງການລຸກຮື້ຂຶ້ນ ໃນເດືອນ 5/1975 ມີມະຫາຊົນເຂົ້າຮ່ວມຈໍານວນຫລວງຫລາຍນັ້ນ ໄດ້ເຮັດໃຫ້ພວກອາເມລີກາ ແລະ ພວກຫົວໂປ້ປະຕິການໃນກົງຈັກ ການທະຫານ ແລະ ການປົກຄອງຝ່າຍວຽງຈັນຕົກຢູ່ ໃນສະພາບຈົນຕາແຈອັນ ໄດ້ເຮັດໃຫ້ກົງຈັກການປົກຄອງຫຸ່ນ ແລະ ທະຫານຫຸ່ນພັງທະລາຍລົງບາດດຽວຢ່າງໄວວາ, ພວກຫົວໂປ້ປະຕິການພາກັນ ໂຕນໜີອອກນອກປະເທດ.

ວັນທີ 23/8/1975 ຊາວນະຄອນຫລວງວຽງຈັນ 2 ໝື່ນກວ່າຄົນໄດ້ໂຮມຊຸມນຸມໃຫຍ່ ຢູ່ເດີ່ນທາດຫລວງເພື່ອປະກາດສ້າງຕັ້ງອໍານາດ ການປົກຄອງປະຕິວັດ ນະຄອນຫລວງວຽງຈັນ. ມາເຖິງທ້າຍເດືອນ 8/1975 ກົງຈັກົກຄອງ ແລະ ກອງທະຫານຝ່າຍວຽງຈັນ ແຕ່ຂັ້ນແຂວງລົງເຖິງຂັ້ນຮາກຖານ ທົ່ວປະເທດຖືກລົບລ້າງທັງໝົດ. ອໍານາດການປົກຄອງປະຕິວັດ ທຸກຂັ້ນໄດ້ສ້າງຕັ້ງຂຶ້ນ ໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ຊຶ່ງມີຕົວແທນຂອງບັນດາຊັ້ນຄົນ, ບັນດາເຜົ່າ, ສາສະໜາ, ຜູ້ແທນຂອງບັນດາອົງການຈັດຕັ້ງມະຫາຊົນ, ຜູ້ຊົງຄຸນວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງກໍາລັງປະກອບອາວຸດ ລວມ 246 ຄົນເຂົ້າຮ່ວມ. ກອງປະຊຸມໃຫຍ່ໄດ້ຕົກລົງຮັບຮອງເອົາ ການສະຫລະພະລາຊະບັນລັງ ຂອງເຈົ້າຊີວິດ, ຕົກລົງຍຸບລັດຖະບານຊົ່ວຄາວ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ; ປະກາດລົບລ້າງລະບອບ ລາຊາທິປະໄຕ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ; ກໍານົດເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ; ຕົກລົງສ້າງຕັ້ງສະພາປະຊາຊົນສູງສຸດ ແລະ ລັດຖະບານ ສາທາລະນາລັດ ປະຊາທິປະໄຕປະຊາຊົນລາວ. ປະທານ ສຸພານຸວົງໄດ້ຮັບເລືອກຕັ້ງ ເປັນປະທານປະເທດ ທັງເປັນປະທານ ສະພາປະຊາປະຊາຊົນສູງສຸດ, ສ່ວນປະທານ ໄກສອນພົມວິຫານ ໄດ້ຮັບເລືອກຕັ້ງເປັນນາຍົກ ລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສິ່ງດັ່ງກ່າວ ເປັນປະຫວັດການໃນການຢຶດອໍານາດ ຂັ້ນສຸດທ້າຍຂອງການປະຕິວັດລາວ ເຊິ່ງໄດ້ຈາລຶກໃນປຶ້ມປະຫວັດສາດຂອງຊາດລາວ.

ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນຫລາຍສໍາລັບ ປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຢືດເຢື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດມາຈາກ ຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງ ໃນທົ່ວປະເທດແບບບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນແມ່ນໄຊຊະນະ ຂອງແນວທາງການປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງ ການປະຕິວັດລາວຢ່າງປະດິດສ້າງ; ມັນແມ່ນໄຊຊະນະກໍາລັງແຮງ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ເປັນຄວາມອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີ ຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນ ຕ້ານສັດຕູໂຕດຽວກັນຕະຫລອດ ໄລຍະການປະຕິວັດ ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ.

KPL

ຂ່າວອື່ນໆ

ads
ads

Top